ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ບໍລິສັດລັດວິສາຫະກິດລາວເດີນອາກາດສະຫຼຸບຜົນງງານປີ 2019
ເວລາອອກຂ່າວ: 2020-03-03 09:14:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 26 | ຄວາມນິຍົມ:



ກອງປະຊຸມສະຫຼຸບຜົນງານ ປະຈຳປີ 2019 ຂອງບໍລິສັດ ລັດ ວິສາຫະກິດ ລາວເດີນອາກາດ (LAO SKYWAY) ໄດ້ຈັດ ຂຶ້ນ ໃນວັນທີ 29 ກຸມພາ ນີ້, ພາຍ ໃຕ້ການເປັນປະທານຂອງ ພັນເອກ ສີວຽງທອງ ກອນນິວົງ ຜູ້ອຳ ນວຍການໃຫຍ່ ບໍລິສັດ ລັດວິສາ ຫະກິດ ລາວເດີນອາກາດ. ກອງປະຊຸມໄດ້ຮັບຟັງບົດສະ ຫຼຸບລາຍງານການດຳເນີນທຸລະ ກິດ ປະຈຳປີ 2019 ແລະ ຜ່ານ ແຜນການດຳເນີນທຸລະກິດປີ 2020 ໂດຍ ທ່ານ ບົວຈັນ ສູນນະ ລາດ ຜູ້ອຳນວຍການບໍລິຫານ ອັນພົ້ນເດັ່ນຂອງການເຄື່ອນໄຫວ ວຽກງານປີ 2019 ແມ່ນສະພາບ ການເມືອງ-ແນວຄິດ ຂອງພະນັກ ງານ ແມ່ນມີຄວາມໜັກແໜ້ນ, ການຈັດຕັ້ງການບິນ ນັບທັງຖ້ຽວ ບິນເໝົາລຳ, ບິນຮັບໃຊ້ໂຄງການ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງ ເສດເຫຼືອຂອງທະຫານອາເມຣິ ກາ ທີ່ຫາຍສາບສູນໃນປາງສົງ ຄາມຢູ່ລາວ, ໂຄງການບໍ່ຄຳເຊ ໂປນ, ໂຄງການບໍ່ຄຳພູເບ້ຍມາຍ ນິງ, ສຳຫຼວດ ແລະ ຖ່າຍພາບ ທາງອາກາດ, ຂົນສົ່ງຄົນເຈັບ, ຂົນສົ່ງຜູ້ໂດຍສານ, ບິນທ່ອງ ທ່ຽວ ນະຄອນຫຼວງວຽງຈັນ, ບິນ ມອດໄຟໄໝ້ປ່າ ຢູ່ປະເທດອິນໂດ ເນເຊຍ ແລະ ບິນຮັບໃຊ້ສາຍການ ບິນໄປ 6 ແຂວງພາກເໜືອ ແລະ 1 ແຂວງພາກໃຕ້ ໄດ້ຕາມແຜນບິນ ກຳນົດ ແລະ ຮັບປະກັນຄວາມ ປອດໄພ 100%. ດ້ານບໍລິຫານ ຄວາມປອດໄພການບິນແມ່ນບໍລິ ສັດ ໄດ້ຜ່ານການກວດສອບຈາກ ກົມການບິນພົນລະເຮືອນຂອງ ສປປ ລາວ, ຜ່ານການກວດສອບ ຈາກອົງການກວດສອບ Commercial Airlift Review Board (CARB) ຂອງອາເມ ຣິກາ 2 ຄັ້ງ ເຊິ່ງໄດ້ຮັບຮອງເອົາ ມີ-17, AS350, C208B ບິນຮັບໃຊ້ໂຄງການໄດ້, ໄດ້ຮັບ ການກວດສອບຈາກອົງການ ກວດສອບ HART AVIATION ປະເທດອົສຕຣາລີ ສຳລັບຄວາມ ປອດໄພການບິນຮັບໃຊ້ໂຄງການ ບໍ່ຄຳພູເບ້ຍມາຍນິງ. ຈາກອົງ ການກວດສອບ Lisson Associated ປະເທດອາຟຣິກາໃຕ້ 2 ຄັ້ງ ສຳລັບຄວາມປອດໄພບິນ ຮັບໃຊ້ໂຄງການບໍ່ຄຳເຊໂປນ. ປີ 2019 ບໍລິສັດ ບິນຂົນສົ່ງ ໂດຍສານ ໄດ້ 219.244 ຄົນ, ຂົນສົ່ງສິນຄ້າ ແລະ ເຄື່ອງຂອງ ຜູ້ໂດຍສານໄດ້ 2.395.858 ກິ ໂລ, ສາມາດສ້າງລາຍຮັບໄດ້ 91%, ປະຕິບັດລາຍຈ່າຍໄດ້ 91%, ປະຕິບັດພັນທະອາກອນ ໃຫ້ລັດໄດ້ 112% ທຽບໃສ່ແຜນ ການປີວາງອອກ, ທຸລະກິດສືບຕໍ່ ມີປະສິດທິຜົນນັບແຕ່ມື້ສ້າງຕັ້ງ ບໍລິສັດ ປີ 2002 ມາຮອດປັດຈຸ ບັນ ບໍລິສັດນຳໃຊ້ລະບົບບໍລິຫານ ຄຸນນະພາບຕາມມາດຖານສາກົນ ISO 9001:2015 ມີປະສິດທິ ພາບ. ການບໍລິຫານການເງິນ ແມ່ນແນໃສ່ຄວາມໂປ່ງໃສ ແລະ ໄປຕາມກົດໝາຍບັນຊີ ແລະ ກົດ ໝາຍ ກ່ຽວຂ້ອງຂອງ ສປປ ລາວ ກຳນົດ ປີ 2019 ບໍລິສັດ ລັດວິສາ ຫະກິດ ລາວເດີນອາກາດສາມາດ ຂຶ້ນທະບຽນສ້າງຕັ້ງຫຼາຍຫົວ ໜ່ວຍທຸລະກິດເປັນບໍລິສັດລູກຂຶ້ນ ກັບ ເຊັ່ນ: ອຸດສາຫະກຳການບິນ ລາວສະກາຍເວ, ບໍລິສັດ ລັດວິສາ ຫະກິດທ່ອງທ່ຽວ ລາວສະກາຍ ເວ, ບໍລິສັດ ລັດວິສາຫະກິດ ໂຮງ ແຮມ ລາວສະກາຍເວ ວຽງຈັນ, ບໍລິສັດ ລັດວິສາຫະກິດໂຮງແຮມ ລາວສະກາຍເວ ຊຽງຂວາງ ໝາຍວ່າ: ລາວສະກາຍເວ(LAO SKYWAY) ໄດ້ເປັນເຄື່ອງ ໝາຍການຄ້າຂອງບໍລິສັດແມ່ ແລະ ບໍລິສັດລູກ. ປັດຈຸບັນບໍລິສັດ ລັດວິສາຫະກິດ ມີພະນັກງານ 332 ຄົນ, ຍິງ 116 ຄົນ, ມີເຮືອ ບິນ ຈຳນວນ 12 ລຳ ໃຫ້ບໍລິການ ລູກຄ້າ. ສຳລັບປີ 2020 ບໍລິສັດ ລັດ ວິສາຫະກິດ ລາວເດີນອາກາດ ມີ ຄວາມມຸ່ງໝັ້ນໃນການພັດທະນາ ທຸລະກິດການບິນ ຕິດພັນກັບການ ທ່ອງທ່ຽວ, ໂຮງແຮມ ແລະ ການ ບໍລິການພາກພື້ນດິນ ຕາມທິດຍືນ ຍົງ, ເຊື່ອມໂຍງພາກພື້ນ ແລະ ສາ ກົນ ຢ່າງຕັ້ງໜ້າ ເປັນການປະ ກອບສ່ວນອັນສຳຄັນເຂົ້າໃນພາ ລະກິດປົກປັກຮັກສາ ແລະ ພັດທະ ນາປະເທດຊາດ ໃຫ້ຈະເລີນພັດ ທະນາຂຶ້ນເລື້ອຍໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ