ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫຼຸບວຽກງານປ້ອງກັນພາຍໃນ ຄັ້ງທີ VI ທົ່ວກົມໃຫຍ່ພະລາທິການກອງທັບ
ເວລາອອກຂ່າວ: 2020-02-27 09:39:20 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 17 | ຄວາມນິຍົມ:



ວັນທີ 20 ກຸມພາ 2020 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ເປີດກອງປະຊຸມສະຫຼຸບຖອດ ຖອນບົດຮຽນວຽກງານປ້ອງກັນ ພາຍໃນຄັ້ງທີ VI ໄລຍະ 5 ປີ 2016 -2020 ແລະ ວາງທິດທາງ ແຜນການ 5 ປີ 2021-2025, ໂດຍການເປັນປະທານຂອງສະ ຫາຍ ພົນຈັດຕະວາ ຄໍາເພັດ ສີຊາ ນົນ ກໍາມະການຄະນະພັກກະ ຊວງປ້ອງກັນປະເທດ ຮອງຫົວ ໜ້າກົມໃຫຍ່ພະລາທິການກອງ ທັບ, ມີຄະນະພັກອົງການກົມ ໃຫຍ່, ກົມປ້ອງກັນພາຍໃນກອງ ທັບ, ຄະນະນໍາກົມ, ຫ້ອງການ, ພະແນກການ, ແຂກຖືກເຊີນ,ຄະ ນະພັກ-ຄະນະບັນຊາກົມກອງຮາກຖານທີ່ຂຶ້ນກັບກົມໃຫຍ່ພະ ລາທິການເຂົ້າຮ່ວມ. ສະຫາຍ ພັນເອກ ສົມວັນ ທໍາ ມາໄຊ ກໍາມະການຄະນະປະຈໍາ ພັກອົງການກົມໃຫຍ່ ຫົວໜ້າ ຫ້ອງການເມືອງກົມໃຫຍ່ພະລາທິ ການກອງທັບໄດ້ຂຶ້ນຜ່ານບົດສະ ຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານປ້ອງກັນພາຍໃນທົ່ວກົມໃຫຍ່ພະລາທິການກອງທັບ ຄັ້ງທີ VI ໄລຍະ 5 ປີ 2016-2020 ແລະ ທິດທາງແຜນການ ປີ 2021-2025 ໂດຍຍົກໃຫ້ ເຫັນຜົນສໍາເລັດຂອງການຈັດຕັ້ງ ປະຕິບັດວຽກງານປ້ອງກັນພາຍ ໃນ-ປ້ອງກັນຄວາມສະຫງົບໃນທົ່ວກົມໃຫຍ່ພະລາທິການກອງທັບ, ເຊິ່ງເຫັນວ່າຕະຫຼອດໄລຍະ 5 ປີຜ່ານມາ ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກ-ຄະນະບັນ ຊາກົມໃຫຍ່ພະລາທິການກອງ ທັບໄດ້ເອົາ ໃຈໃສ່ປັບປຸງກໍ່ສ້າງ ກົມກອງ,ຮັກສາໄດ້ທາດແທ້ມູນ ເຊື້ອອັນດີງາມ,ມີຄວາມຈົ່ງຮັກພັກດີ ຕໍ່ອຸດົມການສັງຄົມນິຍົມ ແລະ ທັດສະນະຫຼັກໝັ້ນຊົນຊັ້ນ ທີ່ຖືກຕ້ອງກັບແນວທາງຂອງ ພັກ-ລັດ, ຕອບຕ້ານກົນອຸບາຍສົງ ຄາມຫັນປ່ຽນໂດຍສັນຕິຂອງອິດ ທິກໍາລັງປໍລະປັກ,ເດັດດ່ຽວປົກ ປັກຮັກສາລະບອບໃໝ່ ສປປ ລາວ ໄວ້ໃຫ້ໝັ້ນຄົງ,ບຸກບືນເຮັດສໍາເລັດໝ້າທີ່ການຈັດຕັ້ງຂັ້ນເທິງພັກ-ລັດ ແລະ ກອງທັບມອບໝາຍ ໃຫ້,ເຊິ່ງມັນສະເເດງອອກດ້ານ ວຽກງານການສຶກສາອົບຮົມ ການເມືອງນໍາພາແນວຄິດ ໃຫ້ພະ ນັກງານ-ສະມາຊິກພັກ,ນັກຮົບ ສອດຫ້ອຍເຂົ້າກັບທຸກຂົງເຂດ ວຽກງານຂອງກົມກອງ,ຄົ້ນ ຄວ້າຮໍ່າຮຽນ,ເຊື່ອມຊຶມກໍາແໜ້ນ ຕໍ່ແນວທາງນະໂຍບາຍປ່ຽນແປງ ໃໝ່ຂອງພັກ, ປະຕິບັດມະຕິ,ຄໍາ ສັ່ງ,ຂໍ້ກໍານົດກົດລະບຽບຕ່າງໆ ຂອງຂັ້ນເທິງວາງອອກຢ່າງ ເຂັ້ມງວດ, ຂະບວນການກໍ່ສ້າງ ກອງປອດໃສ ປອດໄພ ປອດຄະ ດີໄດ້ກາຍເປັນວຽກງານໜຶ່ງທີ່ ຕິດພັນກັບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ການກໍ່ສ້າງກອງວັດທະນະ ທໍາ, ມີຫຼາຍຄະນະພັກ, ຫຼາຍກົມ ກອງເຮັດໄດ້ດີ ແລະ ສາມາດຕີ ລາຄາຄັດເລືອກຈັດປະເພດກົມ ກອງປອດໃສ,ປອດໄພ, ປອດຄະ ດີປະເພດ I 5 ປີ ຕໍ່ເນື່ອງ ມີ 36 ຫົວໜ່ວຍ, 4 ປີຕໍ່ເນື່ອງມີ 14 ຫົວໜ່ວຍ, 3 ປີ ຕໍ່ເນື່ອງມີ 18 ຫົວໜ່ວຍ, 2 ປີ ຕໍ່ເນື່ອງມີ 11 ຫົວໜ່ວຍ ແລະ 1 ປີຕໍ່ເນື່ອງມີ 11 ຫົວໜ່ວຍ, ມີໜ່ວຍພັກຕັ້ງໃໝ່ 1 ໜ່ວຍ, ສັງລວມແລ້ວຄຸນນະພາບ ການເມືອງພາຍໃນທົ່ວກົມໃຫຍ່ ພະລາທິການກອງທັບ, ປະເພດ I ປອດໃສດີເດັ່ນກ້າວໜ້າໜັກແໜ້ນດ້ານການເມືອງເທົ່າກັບ 94,8%, ປະເພດ II ເທົ່າກັບ 1,78%, ບໍ່ໄດ້ ແບ່ງປະເພດເທົ່າກັບ 3,23%, ກວດກາດ້ານຊີວະປະຫວັດທະ ຫານໃໝ່ຈໍານວນ 421 ຄົນ, ຜ່ານ ຊັ້ນ,ທຽບຊັ້ນ 3.262 ສະ ຫາຍ. ໃນວາລະດໍາເນີນກອງປະ ຊຸມ,ຜູ້ແທນໄດ້ຜັດປ່ຽນກັນຂຶ້ນ ປະກອບຄໍາຄິດຄໍາເຫັນໃສ່ບົດ ສະຫຼຸບຢ່າງກົງໄປກົງມາ ແລະ ເຫັນດີເປັນເອກະພາບກັນຕໍ່ເນື້ອ ໃນບົດສະຫຼຸບ ແລະ ທິດທາງແຜນ ການໃນຕໍ່ໜ້າ. ກອງປະຊຸມຍັງໄດ້ມີພິທີມອບ ໃບຢັ້ງຢືນກອງປອດໃສ ປອດ ໄພ ປອດຄະດີ ປະເພດ I ຈໍານວນ 145 ໜ່ວຍພັກ, ປະເພດ II ຈໍາ ນວນ 35 ໜ່ວຍພັກ ແລະ ຜ່ານເນື້ອໃນຂໍ້ແຂ່ງຂັນຂອງກົມໃຫຍ່ພະລາທິການກອງທັບ ວ່າດ້ວຍ ການກໍ່ສ້າງກອງປອດໃສ ປອດ ໄພ ປອດຄະດີ ເພື່ອເຮັດໃຫ້ວຽກ ງານປ້ອງກັນພາຍໃນຂອງກົມ ໃຫຍ່ພະລາທິການກອງທັບ ໄດ້ ຮັບການຈັດຕັ້ງປະຕິບັດ ແລະ ນໍາ ໄປຈັດຕັ້ງຜັນຂະຫຍາຍຢູ່ຂັ້ນກົມກອງຂອງຕົນໃຫ້ມີຜົນສໍາເລັດ,ຈາກນັ້ນກອງປະຊຸມກໍໄດ້ຮັບຟັງ ການຜ່ານປະຫວັດມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງອົງການປ້ອງກັນພາຍໃນ ຄົບຮອບ 65 ປີ ອີກດ້ວຍ. ໂອກາດນີ້, ສະຫາຍ ພົນຈັດ ຕະວາ ຄໍາເພັດ ສີຊານົນ ໄດ້ເນັ້ນ ໜັກໃຫ້ຄະນະພັກ-ຄະນະບັນຊາ ທຸກຂັ້ນ ພ້ອມດ້ວຍພະນັກງານ-ວິຊາການ ໂດຍສະເພາະຜູ້ທີ່ເຮັດ ວຽກງານວິຊາສະເພາະ ກໍຄືວຽກ ງານປ້ອງກັນພາຍໃນຈົ່ງເອົາ ໃຈໃສ່ເພີ່ມທະວີວຽກງານສຶກ ສາອົບຮົບການເມືອງ-ນໍາພາ ແນວຄິດໃຫ້ພະນັກງານ-ສະມາ ຊິກພັກ,ນັກຮົບເປັນກົກ,ຍຶດໝັ້ນ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ຈໍາແນກໄດ້ມິດສັດຕູຈະແຈ້ງ, ຕ້ານສະກັດກັ້ນການແຊກຊຶມ ຂອງສັດຕູ, ນັກສອດແນມ ແລະ ກຸ່ມຄົນບໍ່ຫວັງດີເຂົ້າພາຍໃນພັກ, ພາຍໃນອົງການຈັດຕັ້ງກົມກອງ, ຄຸ້ມຄອງກໍາແໜ້ນສະພາບການເມືອງພາຍໃນຂອງນາຍ ແລະ ພົນທະຫານຢູ່ກົມກອງຂອງຕົນ ໃຫ້ເລິກເຊິ່ງ, ກໍາໄດ້ຫຼັກການດໍາ ເນີນການກໍ່ສ້າງກອງປອດໃສ ປອດໄພ ປອດຄະດີ ໂດຍຕິດ ແໜ້ນກັບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ກອງວັດທະນະທໍາ ໃຫ້ກາຍ ເປັນຂະບວນການ ແລະ ຂໍ້ແຂ່ງ ຂັນຂອງກົມກອງຢ່າງຕໍ່ເນື່ອງ ໂດຍພາຍໃຕ້ການກວດກາຕິດ ຕາມຊີ້ນໍາ-ນໍາພາຂອງຄະນະ ພັກ-ຄະນະບັນຊາຢ່າງເຂັ້ມງວດ ພ້ອມກັນສືບຕໍ່ເຮັດສໍາເລັດໜ້າ ທີ່ວຽກງານການເມືອງຂອງກົມ ກອງ ກໍຄືການຈັດຕັ້ງຂັ້ນເທິງ ພັກ-ລັດ ແລະ ກອງທັບ ມອບໝາຍ ໃຫ້ມີຜົນສໍາເລັດຈົບງາມຕະ ຫຼອດໄປ. ໂດຍ: ຄໍາປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ