ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດຮັບຮອງກອງພັນ 163 ເປັນກົມກອງວັດຖະນະທຳ ຄັ້ງທີ I
ເວລາອອກຂ່າວ: 2020-02-14 09:19:58 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 379584310 | ຄວາມນິຍົມ:



ພິທີປະກາດຮັບຮອງເອົາ ກອງພັນ 163 ທີ່ຂື້ນກັບກອງບັນ ຊາການທະຫານແຂວງຫົວພັນ ເປັນກົມກອງວັດທະນະທຳ-ນັກ ຮົບວັດທະນະທໍາ ຄັ້ງທີ I ປະຈໍາ ປີ 2019 ໄດ້ຈັດຂຶ້ນ ໃນວັນທີ 7 ກຸມພາ ນີ້, ຢູ່ທີ່ສະໂມສອນກອງ ພັນດັ່ງກ່າວໂດຍການເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ພົນ ຈັດຕະວາ ສຸລິນພອນ ຄໍາພະຈັນ ຄະນະປະຈໍາພັກແຂວງ ຫົວໜ້າ ການເມືອງ ກອງບັນຊາການທະ ຫານແຂວງຫົວພັນ, ມີສະຫາຍ ພັນເອກ ຄຳຂື່ນ ເລີດສະໄຫວ ຮອງຫົວໜ້າກົມໂຄສະນາ-ອົບ ຮົມ ກົມໃຫຍ່ການເມືອງກອງ ທັບ,ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ,ແຂກຖືກເຊີນ ຈາກກົມກອງອ້ອມຂ້າງ ເເລະ ບັນດາພະແນກການທີ່ກ່ຽວຂ້ອງ ຈາກພາກລັດ ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນນໍາ ເພັດລາ ທອນ ຫົວໜ້າການເມືອງກອງ ພັນ 163 ໄດ້ສະຫຼຸບຕີລາຄາຄືນ ຜົນສໍາເລັດການຈັດຕັ້ງປະຕິບັດ ວຽກງານປັບປຸງກໍ່ສ້າງກົມກອງ ວັດທະນະທໍາ-ນັກຮົບວັດທະນະ ທໍາ ເຊິ່ງຄະນະພັກ-ຄະນະບັນຊາ ໄດ້ສົມທົບກັບຄະນະຮັບຜິດຊອບ ສຸມໃສ່ປັບປຸງກໍ່ສ້າງກົມກອງວັດ ທະນະທໍາຕາມ 5 ມາດຖານ ແລະ 5 ເນື້ອໃນ ຂອງການສ້າງກົມກອງ ວັດທະນະທຳ-ນັກຮົບວັດທະນະ ທໍາ ທີ່ຂັ້ນເທິງໄດ້ກໍານົດ ໂດຍສະ ເພາະແມ່ນການກໍ່ສ້າງຄ້າຍຄູ, ການປັບປຸງລະບົບຫ້ອງການ, ເຮືອນນອນ, ຫ້ອງນ້ໍາ, ຫໍຂ່າວ, ຫໍສະໝຸດ-ມູນເຊື້ອ, ເຮືອນຈອດ ລົດ, ເດີ່ນຫຼິ້ນກີລາ, ປະຕູໂຂງ, ສະຖານທີ່ເຝິກແອບຮໍ່າຮຽນ ດ້ານສິລະປະຍຸດ-ຍຸດທະວິທີ, ປ້າຍຄະຕິເຕືອນໃຈ, ໜານດອກ ໄມ້, ເດີ່ນຫຍ້າຂຽວງາມ, ນອກນີ້ ຍັງໄດ້ພົວພັນກັບບັນດາກົມກອງ ທ້ອງຖິ່ນຂອບເຂດຕົນເອງຮັບຜິດ ຊອບເປັນປົກກະຕິ,ສາມາດເກັບ ກໍາໄດ້ສະພາບຮອບດ້ານຢູ່ຂັ້ນພື້ນ ຖານ. ດ້ານການຈັດຕັ້ງມີລະບົບ ການຈັດຕັ້ງຄົບຊຸດ ແລະ ຖືກຕ້ອງ ຕາມຫຼັກການປະກອບຂອງກອງ ທັບ ເຊິ່ງແຕ່ລະຂັ້ນລວ້ນແລ້ວ ແຕ່ໄດ້ເຄື່ອນໄຫວຕາມພາລະບົດ ບາດ, ສິດ ແລະ ໜ້າທີ່ຂອງຕົນ, ເປັນຕົ້ນແມ່ນການສຶກສາອົບຮົມ ການເມືອງ-ແນວຄິດ, ຈັດຕັ້ງກໍາ ລັງປະຈຳການຢ່າງເປັນປົກກະຕິຕໍ່ເນື່ອງ, ເຮັດວຽກງານຮັບປະ ກັນຊີວິດການເປັນຢູ່ ໂດຍປະຕິ ບັດຕາມທິດນຳ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງສະແດງ ອອກກົມກອງສາມາດຮັບປະກັນ ຜັກກິນໄດ້ 85%, ຊີ້ນ-ປາ ໄດ້ 70%. ປີຜ່ານມາສາມາດສ້າງລາຍ ຮັບຈາກການປູກຝັງ-ລ້ຽງສັດ ແລະ ບໍລິການອື່ນໆ ໄດ້ 443 ລ້ານກວ່າກີບ, ລາຍຮັບດັ່ງກ່າວ ກົມກອງໄດ້ໝູນໃຊ້ເຂົ້າໃນການ ສ້າງກົມກອງ ແລະ ນັກຮົບວັດທະ ນະທໍາສູ້ຊົນກຸ້ມຕົນເອງທາງ ດ້ານວັດຖຸອຸປະກອນຕ່າງໆເພື່ອ ເຄື່ອນໄຫວວຽກງານການເມືອງ, ວຽກງານວັດທະນະທໍາ ຂອງກົມ ກອງເຊັ່ນ: ຫໍສະໝຸດ-ມູນເຊື້ອ, ຫໍຂ່າວ,ຕູ້ໃສ່ວາລະສານ, ໜັງສື ພິມ, ລະບົບເຄື່ອງສຽງ, ໂທລະ ໂຄ່ງໃຫ້ພະນັກງານ-ນັກຮົບໄດ້ ຕິດຕາມອ່ານ ແລະ ຮັບຟັງຂ່າວ, ບົດ, ເລື່ອງສັ້ນ, ກາບກອນຕ່າງໆ, ຂະບວນການກີລາແຕ່ລະປະເພດ ໄດ້ເຄື່ອນໄຫວເປັນປົກກະຕິ,ຢູ່ ພາຍໃນຄ້າຍມີປ້າຍປາໂນ ແລະ ຄໍາຂວັນຄະຕິເຕືອນໃຈຕ່າງໆ. ສັງລວມແລ້ວການປັບປຸງ ກໍ່ສ້າງກົມກອງ ແລະ ນັກຮົບວັດ ທະນະທໍາສາມາດບັນລຸໄດ້ຕາມ ມາດຖານ 90% ຂຶ້ນໄປ,ຈາກຜົນ ງານດັ່ງກ່າວກອງຮ້ອຍ 1, ກອງ ຮ້ອຍ 2, ກອງຮ້ອຍ 3, ກອງຮ້ອຍ 4, ກອງຮ້ອຍສໍານັກງານ ແລະ ກອງພັນ 163 ຈຶ່ງໄດ້ຮັບໃບຢັ້ງ ຢືນເປັນກົມກອງວັດທະນະທຳ-ນັກຮົບວັດທະນະທໍາ ຄັ້ງທີ I ປະ ຈໍາປີ 2019 ຢ່າງສົມກຽດ, ໂອ ກາດ ນີ້, ສະຫາຍ ພົນຈັດຕະວາ ສຸລິນພອນ ຄໍາພະຈັນ ໄດ້ໃຫ້ກຽດ ຂຶ້ນມອບໃບຢັ້ງຢືນດັ່ງກ່າວ ແລະ ສະຫາຍ ພັນໂທ ບຸນນໍາ ເພັດລາ ທອນ ຫົວໜ້າການເມືອງກອງພັນ 163 ຂຶ້ນຮັບ. ໂດຍ: ໄຜ່ຄໍາ ແກ້ວສອນພຽນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ