ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 1 ຄົບຮອບ 35 ປີ
ເວລາອອກຂ່າວ: 2020-02-13 09:22:27 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 41 | ຄວາມນິຍົມ:



ງານສະເຫຼີມສະຫຼອງວັນສ້າງ ຕັ້ງກອງພົນທີ 1 ຄົບຮອບ 35 ປີ ຈັດຂຶ້ນຢ່າງຄຶກຄື້ນ ໃນວັນທີ 12 ກຸມພາ ນີ້, ໂດຍການເຂົ້າຮ່ວມ ຂອງ ສະຫາຍ ປອ ບຸນທອງ ຈິດ ມະນີ ກຳມະການກົມການເມືອງ ສູນກາງພັກ, ຮອງນາຍົກລັດຖະ ມົນຕີ, ປະທານຄະນະກວດກາສູນ ກາງພັກ, ປະທານອົງການກວດ ກາລັດຖະບານ ແລະ ຫົວໜ້າອົງ ການຕ້ານການສໍ້ລາດບັງຫຼວງ ຂັ້ນສູງກາງ, ສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາ ທິການສູນກາງພັກ, ຮອງປະທານ ສະພາ ແຫ່ງຊາດ, ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະ ການສູນກາງພັກ ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງ ທັບ, ມີການນຳພັກ-ລັດ, ອະດີດ ຄະນະນຳກອງພົນທີ 1 ຕົວແທນ ຈາກກຳລັງຫຼວງ-ກຳລັງທ້ອງ ຖິ່ນ, ມວນຊົນຊາວເມືອງວັງວຽງ ແຂວງວຽງຈັນເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ຫົວໜ້າການທະຫານ ກອງພົນທີ 1 ກ່າວວ່າ: ກ່ອນໜ້າ ນີ້ 35 ປີ ກໍຄືວັນທີ 12 ກຸມພາ 1985, ໂດຍຕອບສະໜອງຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ ການເມືອງ ໃນໄລຍະໃໝ່ຂອງ ການປະຕິວັດ, ການປັບປຸງກໍ່ສ້າງ ກອງທັບໃຫ້ເຕີບໃຫຍ່ເຂັ້ມແຂງ ໄປເທື່ອລະກ້າວ ກອງພົນທີ 1 ໄດ້ ຮັບການສ້າງຕັ້ງຢ່າງເປັນທາງ ການຢູ່ທີ່ບ້ານໜອງທາເໜືອ ເມືອງຈັນທະບູລີ, ນະຄອນຫຼວງ ວຽງຈັນ ການກຳເນີດເກີດຂຶ້ນ ຂອງກອງພົນທີ 1 ນອກຈາກເປັນ ເຫດການການເມືອງຄັ້ງປະຫວັດ ສາດຂອງຊາດ ຂອງກອງທັບເຮົາ ແລ້ວຍັງແມ່ນຂີດໝາຍອັນສຳຄັນ ຍິ່ງ ທີ່ສ່ອງແສງໃຫ້ເຫັນການເຕີບ ໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ ຂອງກອງທັບປະຊາຊົນລາວ, ແມ່ນການຕອບສະໜອງຄວາມ ຮຽກຮ້ອງຕ້ອງການຂອງປະເທດ ຊາດ ເພື່ອສ້າງກອງທັບໃຫ້ເປັນ ກຳລັງຫຼັກແຫຼ່ງ ໃນພາລະກິດປົກ ປັກຮັກສາ, ສ້າງສາພັດທະນາປະ ເທດແມ່ນໝາກຜົນຂອງການປະ ຕິວັດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະ ເທດຊາດໄວ້ໃຫ້ໝັ້ນຄົງ. ພາຍຫຼັງໄດ້ປະກາດການສ້າງ ຕັ້ງຢ່າງເປັນທາງການ, ກອງພົນ ທີ 1 ກໍໄດ້ຮັບມອບໝາຍໜ້າທີ່ອັນ ໜັກໜ່ວງ ແລະ ມີກຽດສະຫງ່າ ທີ່ພັກ-ລັດ ແລະ ປະຊາຊົນມອບ ໝາຍໃຫ້ຄື: ປົກປັກຮັກສານະຄອນ ຫຼວງວຽງຈັນ ອັນເປັນໝາກຫົວ ໃຈຂອງປະເທດ, ເປັນສູນກາງ ການເມືອງ, ເສດຖະກິດ, ວັດທະ ນະທຳ-ສັງຄົມ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ເຮັດໜ້າທີ່ຫັນລົງກໍ່ສ້າງ ຮາກຖານການເມືອງ ແລະ ສົມ ທົບກັບກຳລັງທ້ອງຖິ່ນກວດລ້າງ ກຸ່ມກອງປຸ້ນຢູ່ແຂວງວຽງຈັນ, ເຂດພິເສດໄຊສົມບູນ ແລະ ບ່ອນ ອື່ນໆ. ພ້ອມກັນນັ້ນກໍໄດ້ປັບປຸງກໍ່ ສ້າງກຳລັງໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ເພີ່ມພູນຜະລິດຜົນແກ້ໄຂຊີ ວິດການເປັນຢູ່ໃຫ້ດີຂຶ້ນເລື້ອຍໆ. ສັງລວມແລ້ວຕະຫຼອດ 35 ປີ ແຫ່ງການກໍ່ຕັ້ງ, ການປັບປຸງກໍ່ ສ້າງ, ການເຕີບໃຫຍ່ຂະຫຍາຍ ຕົວ ແລະ ສູ້ຮົບມີໄຊ ຢ່າງບໍ່ຮູ້ອິດ ຮູ້ເມື່ອຍຂອງກອງພົນທີ 1. ບົນ ເສັ້ນທາງແຫ່ງການປະຕິວັດ 35 ປີ ຂອງການທົດສອບໃນສະໜາມ ຮົບ, ໃນບັ້ນຮົບຕ່າງໆທີ່ໄດ້ກ່າວ ມານັ້ນ ໄດ້ປະເຊີນໜ້າກັບອຸປະສັກ ນາໆປະການ ແລະ ເຕັມໄປດ້ວຍ ຄວາມເສຍສະຫຼະທັງຊີວິດອິນຊີ ແລະ ເລືອດເນື້ອ, ທັງໝົດເຫຼົ່ານັ້ນ ມັນໄດ້ສະແດງເຖິງການເຮັດສຳ ເລັດໜ້າທີ່ການເມືອງອັນມີກຽດ ສະຫງ່າຂອງຕົນທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ທັງແມ່ນເສັ້ນທາງລະອິດລະ ອ້ຽວທີ່ມີຄວາມຫຍຸ້ງຍາກສັບ ສົນໃນການປັບປຸງກໍ່ສ້າງກຳ ລັງຂອງຕົນໃຫ້ມີຄວາມເຕີບໃຫຍ່ ເຂັ້ມແຂງ ທັງຈຳນວນ ແລະ ຄຸນ ນະພາບ. ສາມາດເວົ້າໄດ້ວ່າ: ກອງພົນມີກຳລັງທີ່ມີຄວາມສາ ມາດພຽງພໍ ໃນການເຄື່ອນໄຫວສູ້ ຮົບ ແລະ ປະຕິບັດໜ້າທີ່ວຽກງານ ຕ່າງໆດ້ວຍຄຸນນະພາບ. ນອກນັ້ນຍັງໄດ້ຮັບຟັງ, ການ ໂອ້ລົມຂອງ ສະຫາຍ ປອ ບຸນທອງ ຈິດມະນີ ແລະ ສະຫາຍຫົວໜ້າ ກົມໃຫຍ່ການເມືອງກອງທັບ, ຊົມການສະແດງສວນສະໜາມ ຂອງກ້ອນກຳລັງເຫຼົ່າຮົບວິຊາ ສະເພາະກຳລັງປ້ອງກັນໂຕ, ກ້ອນມວນຊົນ ແລະ ນ້ອງນ້ອຍ ເຍົາວະຊົນ, ການສະແດງກີລາ ການທະຫານຍຸດທະວິທີ ສູ້ຮົບ ຂອງເຫຼົ່າຮົບຕີພິເສດຜ່ານສິ່ງກີດ ຂວາງ, ການໂດດຈ້ອງຂອງກອງ ບັນຊາການທະຫານອາກາດ, ຊົມ ການວາງສະແດງຍຸດໂທປະກອນ ຂອງກອງພົນ, ຊົມການວາງສະ ແດງເຄື່ອງຫັດຖະກຳ ທີ່ພະນັກ ງານ-ນັກຮົບກົມກອງຕ່າງໆທົ່ວ ກອງພົນ ທີ່ຜະລິດໃນຂະນະທີ່ປະ ຕິບັດໜ້າທີ່ຂອງຕົນ. ໂດຍ: ບົວແກ້ວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ