ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຕ້ອນຮັບຄະນະຜູ້ແທນສະຖາບັນຍຸດທະສາດປ້ອງກັນຊາດ ກະຊວງປ້ອງກັນປະເທດຫວຽດນາມ
ເວລາອອກຂ່າວ: 2020-02-12 09:47:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 201 | ຄວາມນິຍົມ:



ວັນທີ 11 ກຸມພາ 2020 ນີ້, ສະຫາຍ ພົນຕີ ສອນທອງ ພົມລາ ວົງ ກຳມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ພົນຈັດ ຕະວາ ດັ້ງກວາງມິ່ງ ຮັກສາການ ຫົວໜ້າສະຖາບັນຍຸດທະສາດ ປ້ອງກັນຊາດ ກະຊວງປ້ອງກັນ ປະເທດຫວຽດນາມ ພ້ອມດ້ວຍ ຄະນະ ໃນໂອກາດເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ກ່າວສະແດງຄວາມ ຕ້ອນຮັບຢ່າງອົບອຸ່ນດ້ວຍໄມຕີ ຈິດມິດຕະພາບຕໍ່ສະຫາຍ ພົນ ຈັດຕະວາ ດັ້ງກວາງມິ່ງ ພ້ອມ ດ້ວຍຄະນະທີ່ໄດ້ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກໃນຄັ້ງ ນີ້ ເຊິ່ງຈະເປັນການປະກອບສ່ວນ ອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດສອງກອງທັບ ລາວ-ຫວຽດນາມ ໂດຍສະເພາະແມ່ນ ສອງພາກສ່ວນຄື: ກົມວິທະຍາ ສາດປະຫວັດການທະຫານກອງ ທັບປະຊາຊົນລາວ ແລະ ສະຖາ ບັນຍຸດທະສາດປ້ອງກັນຊາດ ກະ ຊວງປ້ອງກັນປະເທດ ຫວຽດ ນາມ ໃຫ້ນັບມື້ແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງຂຶ້ນ. ສະຫາຍ ພົນຈັດຕະວາ ດັ້ງ ກວາງມິ່ງ ກໍໄດ້ກ່າວສະແດງ ຄວາມຂອບໃຈຕໍ່ສະຫາຍ ຮອງ ຫົວໜ້າກົມໃຫຍ່ການເມືອງກອງ ທັບ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງ ອົບອຸ່ນພ້ອມ ທັງໄດ້ລາຍງານ ກ່ຽວກັບຈຸດປະສົງການມາເຄື່ອນ ໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ກໍເພື່ອເປັນ ການເພີ່ມທະວີສາຍພົວພັນມິດ ຕະພາບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດສອງກອງທັບ ຫວຽດນາມ-ລາວ ໂດຍສະເພາະ ແມ່ນການຮ່ວມມືຊ່ວຍເຫຼືອເຊິ່ງ ກັນ ແລະ ກັນ ຂອງກົມວິທະຍາ ສາດປະຫວັດການທະຫານກອງ ທັບປະຊາຊົນລາວ ແລະ ສະຖາ ບັນຍຸດທະສາດປ້ອງກັນຊາດກະ ຊວງປ້ອງກັນປະເທດຫວຽດນາມ ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນ ຢ່າງບໍ່ຢຸດຢັ້ງ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ