ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວິທະຍາຄານກົມມະດຳ ເປີດຊຸດອົບຮົມໃຫ້ແກ່ພະນັກງານນຳພາ-ບັນຊາ ລະບົບ 6 ເດືອນ
ເວລາອອກຂ່າວ: 2020-02-12 09:43:41 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 74 | ຄວາມນິຍົມ:



ວັນທີ 4 ກຸມພາ 2020 ນີ້, ວກ ໄດ້ຈັດຕັ້ງເປີດຊຸດຮຽນໃຫ້ ແກ່ພະນັກງານສາຍນຳພາ-ບັນ ຊາລະບົບ 6 ເດືອນຊຸດທີ 4 ຂຶ້ນ ຢ່າງເປັນທາງການ ໂດຍການ ເປັນປະທານຂອງ ສະຫາຍ ພົນ ຕີ ຈັນທອງ ສອນຕະອາດ ຮອງ ຫົວໜ້າກົມໃຫຍ່ເສນາທິການ ກອງທັບ, ມີຄະນະພັກ-ຄະນະບັນ ຊາ, ມີບັນດາຫົວໜ້າກົມ ແລະ ຮອງກົມ, ຄະນະຫ້ອງ, ພະແນກ ການ, ຄະນະວິຊາຄູ, ຄະນະກອງ ພັນ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ. ໃນພິທີ ສະຫາຍ ພັນເອກ ສັງ ມະນີ ຈິດລະວົງ ຫົວໜ້າຫ້ອງ ອົບຮົມ-ກໍ່ສ້າງ ວກ ໄດ້ຂຶ້ນຜ່ານ ແຜນການເປີດຮຽນຊຸດທີ 4 ໂດຍປະຕິບັດຕາມຂໍ້ຕົກລົງ ຂອງກົມໃຫຍ່ເສນາທິການກອງ ທັບປະຊາຊົນລາວ ສະບັບເລກທີ118/ກສນ ລົງວັນທີ 5 ທັນວາ 2019 ວ່າດ້ວຍ ໃຫ້ ວກ ເປີດຊຸດ ບຳລຸງໃຫ້ພະນັກງານນຳພາ-ບັນ ຊາຂັ້ນກອງຮ້ອຍ, ກອງພັນນ້ອຍ ລະບົບ 6 ເດືອນຊຸດທີ 4 ປະຈຳ ປີ 2020 ໃຫ້ມີຄຸນນະພາບສູງ ໃນນີ້ໂຄງການຫຼັກສູດແມ່ນໄດ້ ແບ່ງອອກເປັນ 2 ສາຍຄື: ສາຍ ນຳພາມີ 3 ກຸ່ມຄວາມຮູ້ຄື: ກຸ່ມ ຄວາມຮູ້ດ້ານວິຊາລວມ 238 ຊົ່ວໂມງ ເທົ່າກັບ 22,36%, ກຸ່ມຄວາມຮູ້ດ້ານວິຊາສະເພາະ 336 ຊົ່ວໂມງ ເທົ່າກັບ 9,87%, ສາຍບັນຊາມີ 3 ກຸ່ມຄວາມຮູ້ຄື: ກຸ່ມຄວາມຮູ້ດ້ານວິຊາລວມ 168 ຊົ່ວໂມງ ເທົ່າກັບ 15,79%, ກຸ່ມ ຄວາມຮູ້ດ້ານວິຊາສະເພາະ 406 ຊົ່ວໂມງ ເທົ່າກັບ 38,16%, ໂຄງການທ້າຍຊຸດຮຽນ 105 ຊົ່ວໂມງ ເທົ່າກັບ 9,87%, ທັງນີ້ ກໍເພື່ອແນໃສ່ເຮັດໃຫ້ພະນັກງານ ບັນຊາ-ນຳພາໃນກຳລັງປະກອບ ອາວຸດຢູ່ໃນກຳລັງຫຼວງກຳລັງ ທ້ອງຖິ່ນກຳແໜ້ນ ແລະ ມີປະສິດ ທິພາບສູງທາງດ້ານທິດສະດີ ຫຼັກການ ແລະ ພາກປະຕິບັດຕົວ ຈິງໄປພ້ອມໆກັນ ແລະ ທັງເປັນ ການພັດທະນາໂຄງການຫຼັກສູດ ການຮຽນ-ການສອນຂອງວິທະ ຍາຄານໃຫ້ມີຄຸນນະພາບ ແລະ ເຂັ້ມແຂງດ້ານການເມືອງ-ການ ທະຫານສູງຂຶ້ນເລື້ອຍໆ. ໂອກາດດຽວກັນນີ້ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ໄດ້ໂອ້ລົມ ແລະ ຮຽກຮ້ອງມາ ຍັງບັນດາພະນັກງານນຳພາ- ບັນຊາທີ່ເຂົ້າມາຮໍ່າຮຽນຫຼັກສູດ ທິດສະດີຫຼັກການ ແລະ ພຶດຕິກຳ ຕົວຈິງຢູ່ວິທະຍາຄານແຫ່ງນີ້ ຈົ່ງ ພ້ອມກັນຮໍ່າຮຽນຫັດແອບເອົາ ວິຊາສິນລະປະຍຸດ-ຍຸດທະວິທີນຳ ຄູ-ອາຈານໃຫ້ແໜ້ນ, ເພື່ອນຳໄປ ຈັດຕັ້ງໝູນໃຊ້ເຂົ້າໃນໜ້າທີ່ການ ເມືອງຢູ່ກົມກອງຂອງຕົນໃຫ້ບັນ ລຸໝາກຜົນສູງ. ໂດຍ: ຈູມມະນີ ລັດສະພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ