ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທາບທາມບຸກຄະລາກອນເພື່ອສະໝັກຮັບເລືອກຕັ້ງ ເຂົ້າຄະນະພັກກົມໃຫຍ່ພະລາທິການ ສະໄໝ VI ຮອບທີ 2
ເວລາອອກຂ່າວ: 2020-02-06 09:57:06 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ໃນວັນທີ 5 ກຸມພາ 2020 ນີ້, ກົມໃຫຍ່ພະລາທິການກອງ ທັບໄດ້ຈັດຕັ້ງກອງປະຊຸມທາບ ທາມບຸກຄະລາກອນ ເພື່ອຮັບສະ ໝັກເຂົ້າໃນຄະນະພັກກົມໃຫຍ່ພະ ລາທິການກອງທັບ ສະໄໝທີ VI ຮອບທີ 2 ຂຶ້ນ, ຢູ່ທີ່ສະໂມສອນ ກົມໃຫຍ່, ໂດຍພາຍໃຕ້ການເປັນ ປະທານຂອງ ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ກຳມະການ ຄະນະປະຈຳພັກກະຊວງປ້ອງ ກັນປະເທດ ເລຂາຄະນະພັກກົມ ໃຫຍ່ ຫົວໜ້າກົມໃຫຍ່ພະລາທິ ການກອງທັບ, ມີຄະນະພັກກະ ຊວງ, ຄະນະພັກອົງການກົມ ໃຫຍ່, ຄະນະພັກ-ຄະນະບັນຊາ ກົມກອງຮາກຖານທີ່ຂຶ້ນກັບກົມ ໃຫຍ່ພະລາທິການກອງທັບເຂົ້າ ຮ່ວມ. ສະຫາຍ ພັນເອກ ສົມວັນ ທຳ ມາໄຊ ກຳມະການຄະນະປະຈຳ ພັກອົງການກົມໃຫຍ່ ເລຂາໜ່ວຍ ພັກ ຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ ໄດ້ ຂຶ້ນຜ່ານບົດສະຫຼຸບຕີລາຄາຄືນ ດ້ານດີ-ດ້ານອ່ອນໂດຍຫຍໍ້ຂອງ ການຈັດຕັ້ງປະຕິບັດວຽກງານ ທາບທາມບຸກຄະລາກອນ ເພື່ອ ສະໝັກຮັບເລືອກຕັ້ງເຂົ້າໃນຄະ ນະພັກກົມໃຫຍ່ພະລາທິການສະ ໄໝທີ VI ຮອບທີ 1 ເຫັນວ່າບັນ ດາສະຫາຍໃນຄະນະພັກ-ຄະນະ ບັນຊາ, ອົງການ, ກົມກອງ ແລະ ໜ່ວຍພັກຮາກຖານ ມີສະຕິຕື່ນ ຕົວ, ຍົກສູງນໍ້າໃຈຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງຢ່າງເຂັ້ມ ງວດເຂົ້າໃນການໃຊ້ສິດປະຊາທິ ປະໄຕຂອງຕົນເອງ ເພື່ອລົງຄະ ແນນສຽງ ປ່ອນບັດທາບທາມ ເອົາບຸກຄະລາກອນເຂົ້າໃນຄະນະ ພັກກົມໃຫຍ່ພະລາທິການກອງ ທັບສະໄໝທີ VI ຮອບທີ 1 ສຳ ເລັດຜົນຢ່າງຈົບງາມ, ຈາກນັ້ນ ຍັງໄດ້ຜ່ານເງື່ອນໄຂມາດຖານ ຂອງຜູ້ທີີ່ຈະລົງສະໝັກເລືອກຕັ້ງ ເຂົ້າເປັນຄະນະບໍລິຫານງານພັກ ຊຸດໃໝ່ສະໄໝທີ VI ໃນຮອບທີ 2 ນີ້ອີກດ້ວຍ. ໂອກາດນີ້, ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ໄດ້ຮຽກ ຮ້ອງມາຍັງຄະນະພັກ-ຄະນະ ບັນຊາໃນແຕ່ລະຂັ້ນຈົ່ງເອົາໃຈ ໃສ່ຍົກສູງບົດບາດຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງຂອງຕົນ ເອງ ເຂົ້າໃນການໃຊ້ສິດປະຊາທິ ປະໄຕຕາມລະບຽບຂອງພັກ ເພື່ອ ຄັດເລືອກເອົາເປົ້າໝາຍບຸກຄະ ລາກອນທີ່ເໝາະສົມ ເພື່ອລົງສະ ໝັກຮັບເລືອກຕັ້ງເຂົ້າເປັນຄະນະ ພັກກົມໃຫຍ່ກໍຄືຄະນະນຳກົມໃຫຍ່ ພະລາທິການກອງທັບໃຫ້ໄດ້ຕາມ ມາດຖານເງື່ອນໄຂ ແລະ ມີຜົນ ສຳເລັດສູງ. ໂດຍ: ບຸນປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ