ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະກົມໃຫຍ່ການເມືອງ ກະຊວງ ປກສ ເຂົ້າອວຍພອນກົມໃຫຍ່ການເມືອງກອງທັບ
ເວລາອອກຂ່າວ: 2020-02-06 09:51:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 31 | ຄວາມນິຍົມ:



ໃນວັນທີ 5 ກຸມພາ 2020 ນີ້, ສະຫາຍ ພົນຈັດຕະວາ ປອ ສຸວັນ ນີ ສີສຸພາບມີໄຊ ຮອງຫົວໜ້າກົມ ໃຫຍ່ການເມືອງກະຊວງປ້ອງກັນ ຄວາມສະຫງົບ ພ້ອມຄະນະໄດ້ ນຳເອົາກະຕ່າດອກໄມ້ ແລະ ກະ ຕ່າຂອງຂວັນເຂົ້າອວຍພອນກົມ ໃຫຍ່ການເມືອງກອງທັບ ເນື່ອງ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ (20/1/1949-20/1/2020) ໂດຍການກ່າວຮັບຂອງສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາ ວົງ ຮອງຫົວໜ້າກົມໃຫຍ່ການ ເມືອງກອງທັບ ພ້ອມຄະນະ. ໂອກາດນີ້, ສະຫາຍ ພົນຈັດ ຕະວາ ວໍລະສານ ວິລັດດາວົງ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ຄະນະນຳກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ທີ່ເຫັນໄດ້ຄວາມໝາຍສຳຄັນ ຂອງວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 71 ປີ ແລະ ໄດ້ ເອົາກະຕ່າຂອງຂວັນພ້ອມດ້ວຍ ຄຳອວຍພອນໄຊອັນປະເສີດມາ ອວຍພອນໃນຄັ້ງນີ້ ທັງເປັນການ ຮັດແໜ້ນຄວາມສາມັກຄີລະ ຫວ່າງສອງກະຊວງ ເວົ້າລວມ, ເວົ້າສະເພາະແມ່ນລະຫວ່າງກົມ ໃຫຍ່ການເມືອງ ປກສ ກັບກົມ ໃຫຍ່ການເມືອງກອງທັບ ໃຫ້ ແໜ້ນແຟ້ນ ແລະ ເລິກເຊິ່ງຍິ່ງໆ ຂຶ້ນ. ໂດຍ: ນ. ຈ໋ອຍ ເພັດດາວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ