ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສານທະຫານຂັ້ນສູງ ປິດຊຸດເຝິກອົບຮົມວຽກງານວິຊາສະເພາະ
ເວລາອອກຂ່າວ: 2020-02-05 09:37:16 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 113 | ຄວາມນິຍົມ:



ພິທີປິດຊຸດເຝິກອົບຮົມວຽກ ງານວິຊາສະເພາະຂອງສານທະ ຫານຂັ້ນສູງໄດ້ຈັດຂຶ້ນ ໃນວັນທີ 4 ກຸມພາ ນີ້, ໂດຍການເຂົ້າຮ່ວມ ຂອງ ສະຫາຍ ພົນຈັດຕະວາ ບຸນຍົງ ດາດົງໄຊ ຮອງປະທານ ສານປະຊາຊົນສູງສຸດ, ປະທານ ສານທະຫານຂັ້ນສູງ, ມີຄະນະ ພັກ-ຄະນະບັນຊາ, ຄະນະຮັບຜິດ ຊອບຕະຫຼອດຮອດນັກເຝິກອົບ ຮົມເຂົ້າຮ່ວມ. ສະຫາຍ ພັນໂທ ໄພວັນ ບັນ ດາວົງ ຫົວໜ້າພະແນກອົບຮົມວິ ຊາການສານທະຫານຂັ້ນສູງໄດ້ ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິ ບັດຂຶ້ນຫ້ອງເຝິກອົບຮົມໃນພາກ ທິດສະດີ ແລະ ພາກປະຕິບັດຕົວ ຈິງເຫັນວ່ານັກເຝິກອົບຮົມແຕ່ລະ ສະຫາຍໄດ້ເອົາໃຈໃສ່ການຂຶ້ນ ຫ້ອງຕາມກຳນົດເວລາໃນການ ຄົ້ນຄວ້າສົນທະນາບັນດາບົດຮຽນ, ກົດໝາຍຕ່າງໆເອກສານທີ່ນໍາມາ ອົບຮົມໃນຄັ້ງນີ້ມີປະມວນກົດ ໝາຍອາຍາ ສະບັບປັບປຸງປີ 2017 ກົດໝາຍວ່າດ້ວຍການຟອກເງິນ, ເຕັກນິກການແຕ່ງເອກະສານ, ບາດກ້າວໃນການດຳເນີນຄະດີໃນ ທີ່ປະຊຸມສານບາດກ້າວການຈໍລະ ຈອນສໍານວນຄະດີອາຍາ ແລະ ຫັດແອບຕັດສິນຄະນະສານຈຳ ລອງຜ່ານການຈັດຕັ້ງຫັດແອບ ພ້ອມທັງຊົ່ວໂມງການຂຶ້ນຫ້ອງ ດ້ານທິດສະດີ 36 ຊົ່ວໂມງ, ຄົ້ນ ຄວ້າຜ່ານຄະດີຂັ້ນວິຊາການມີ 12 ຊົ່ວໂມງ ຂຶ້ນຫ້ອງຕັດສິນຄະ ດີຈໍາລອງ 8 ຊົ່ວໂມງ, ພາກປະ ຕິບັດຕົວຈິງແຕ່ລະສະຫາຍເຮັດ ໄດ້ດີ, ຈໍານວນນັກເຝິກອົບຮົມໃນ ຊຸດນີ້ມີຈໍານວນທັງໝົດ 27 ສະ ຫາຍ, ແບ່ງອອກເປັນ 3 ຈຸ: ແຕ່ ລະຈຸແມ່ນໄດ້ຮັບສໍານວນຄະດີ 1 ເລື່ອງ. ຕີລາຄາໝາກຜົນທາງ ດ້ານຄວາມຮັບຮູ້, ຄວາມເຂົ້າໃຈ ກໍາບົດຮຽນການເອົາໃຈໃສ່ຂອງນັກເຝິກອົບຮົມໃນຊຸດນີ້ ເຫັນວ່າ ແຕ່ລະສະຫາຍນັກເຝິກອົບຮົມ ແມ່ນໄດ້ມີຄວາມເອົາໃຈໃສ່ຄົ້ນ ຄ້ວາສົນທະນາແລກປ່ຽນບົດ ຮຽນບັນຫາໃດ ຫຼື ສັບກົດໝາຍ ໃດທີ່ຍັງບໍ່ທັນຈະແຈ້ງ ກໍໄດ້ພ້ອມ ກັນອະທິບາຍ ແລະ ເປັນເອກະ ພາບກັນ ໂດຍສະເພາະການແຕ່ງ ຄຳຕັດສິນ, ຄໍາພິພາກສາ ແລະ ການຂຶ້ນຫ້ອງຕັດສິນຈໍາລອງໃນແຕ່ລະຄັ້ງກໍມີການສະຫຼຸບຖອດ ຖອນບົດຮຽນແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນເຮັດໃຫ້ນັກເຝິກອົບຮົມທຸກສະຫາຍມີຄວາມເຂົ້າ ໃຈ ແລະ ກໍາບົດຮຽນໄດ້ເປັນຢ່າງ ດີ. ສັງເກດຕີລາຄາຜົນຂອງການ ຂຶ້ນຫ້ອງ, ຄົ້ນຄວ້າຜ່ານຄະດີຂັ້ນ ວິຊາການເປັນຄະນະສານຈໍາລອງ ແຕ່ລະຈຸຄື: ດີເດັ່ນແມ່ນຄະນະ ຕັດສິນຈໍາລອງຈຸທີ 1, ຈຸທີ 3 ແລະ ມີນັກເຝິກອົບຮົມເກັ່ງຈໍານວນ 9 ສະຫາຍ, ກາງຈໍານວນ 15 ສະ ຫາຍ ແລະ ຄາດໝາຍຈໍານວນ 3 ສະຫາຍ. ສະຫາຍ ພົນຈັດຕະວາ ບຸນຍົງ ດາດົງໄຊ ກໍໄດ້ກ່າວສະແດງຄຳ ຍ້ອງຍໍຊົມເຊີຍພ້ອມຕີລາຄາສູງຕໍ່ ຜົນສຳເລັດທີ່ຍາດມາໄດ້ໃນຄັ້ງນີ້ ພ້ອມທັງໄດ້ເນັ້ນໜັກໃຫ້ແຕ່ລະພາກສ່ວນ, ແຕ່ລະສະຫາຍຈົ່ງພ້ອມກັນເອົາໃຈໃສ່ສືບຕໍ່ຕັ້ງໜ້າ ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍ ເປັນພະນັກງານຜູ້ທີ່ດີເດັ່ນ, ເອົາ ໃຈໃສ່ຄົ້ນຄວ້າບັນດາບົດຮຽນ, ກົດໝາຍຕ່າງໆເອກະສານທີ່ນໍາມາ ອົບຮົມໃນຄັ້ງນີ້ ແລະ ນໍາເອົາໄປ ປະຕິບັດໃນໜ້າທີ່ພາລະບົດບາດ ຂອງຕົນໃຫ້ເກີດດອກອອກຜົນ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ