ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງໝໍບໍລິເວນ 107 ຮັບເຄື່ອງຟອກໄຂ່ຫຼັງທຽມ
ເວລາອອກຂ່າວ: 2020-02-05 09:28:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:



ຫວ່າງມໍ່ໆມາ ນີ້, ທ່ານ ວິໄຊ ສຸກຈະເລີນ ພ້ອມດ້ວຍຄອບ ຄົວ ເຊິ່ງເຄີຍປິ່ນປົວຢູ່ໂຮງໝໍບໍ ລິເວນ 107 ໃນໄລຍະຜ່ານມາ ໄດ້ ນຳເອົາເຄື່ອງຟອກໄຂ່ຫຼັງທຽມ ຈຳນວນ 1 ເຄື່ອງ ລວມມູນຄ່າ 200 ລ້ານກີບ ມາມອບໃຫ້ໂຮງໝໍບໍລິເວນ 107 ເພື່ອເປັນການ ກະຕຸກຊຸກຍູ້ ແລະ ປະກອບສ່ວນ ເຂົ້າໃນວຽກງານການແພດໃນ ການເບິ່ງແຍງດູແລ ແລະ ປິ່ນປົວ ຄົນໄຂ້ໃຫ້ມີຄວາມສະດວກຍິ່ງ ຂຶ້ນ ແລະ ຍັງເປັນການຊ່ວຍເຫຼືອ ເພື່ອນມະນຸດດ້ວຍກັນ ໃນໂອກາດ ນີ້ ທ່ານ ພັນໂທ ຄຳຄ່ອງ ພິມມະ ວົງສາ ຄະນະພັກຮາກຖານຄະ ນະອໍານວຍການໂຮງໝໍຕາງໜ້າ ໃຫ້ຄະນະອຳນວຍການ ແລະ ພະ ນັກງານພາຍໃນໂຮງໝໍກ່າວຮັບ ເອົາເຄື່ອງດັ່ງກ່າວ, ພ້ອມທັງສະ ແດງຄວາມຂອບໃຈ ແລະ ຮູ້ບຸນ ຄຸນມາຍັງ ທ່ານ ວິໄຊ ສຸກຈະ ເລີນ ພ້ອມຄອບຄົວທີ່ເປັນຫ່ວງ ເປັນໃຍ ແລະ ເຫັນໄດ້ຄວາມໝາຍ ຄວາມສໍາຄັນຂອງວຽກງານ ການແພດ ແລະ ນຳເອົາວັດຖຸ ປັດໄຈດັ່ງກ່າວມາຊ່ວຍເຫຼືອອັນ ເປັນການປະກອບສ່ວນເຮັດໃຫ້ ວຽກງານທາງການແພດຂອງ ພວກເຮົາ ໂດຍສະເພາະແມ່ນ ພະແນກຟອກໄຂ່ຫຼັງທຽມ ໃຫ້ມີ ຄວາມສະດວກສະບາຍທັນກັບສະ ພາບປັດຈຸບັນໃນການປິ່ນປົວໃຫ້ ໄດ້ດີກວ່າເກົ່າ. ໂດຍ: ສົມພອນ ພວງແກ້ວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ