ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສຳເລັດການຢ້ຽມຢາມສະຫະລັດ ອາເມຣິກາ ຢ່າງເປັນທາງການ
ເວລາອອກຂ່າວ: 2020-01-30 10:00:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ໂດຍຕອບສະໜອງຕາມ ການເຊື້ອເຊີນຂອງ ທ່ານ ໄມ ເຄີນ ຣີດຈາດ ພອມພຽວ, ລັດ ຖະມົນຕີກະຊວງການຕ່າງປະ ເທດ ສະຫະລັດອາເມຣິກາ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະ ນະໄດ້ເດີນທາງໄປຢ້ຽມຢາມ ສະຫະລັດ ອາເມຣິກາ ຢ່າງ ເປັນທາງການຄັ້ງປະຖົມມະລຶກ ໃນລະຫວ່າງວັນທີ 27-29 ມັງ ກອນ 2020 ເພື່ອສົ່ງເສີມການ ພົວພັນ ແລະ ຮ່ວມມືສອງຝ່າຍ ລາວ ແລະ ສະຫະລັດ ອາເມຣິ ກາ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ແລະ ເພື່ອຜັນຂະຫຍາຍການ ເປັນຄູ່ຮ່ວມມືແບບກວມລວມ ໂດຍສະເພາະເນື່ອງໃນໂອກາດ ຄົບຮອບ 65 ປີ ແຫ່ງການສ້າງ ຕັ້ງສາຍພົວພັນການທູດລະ ຫວ່າງ ສປປ ລາວ ແລະ ສະຫະ ລັດ ອາເມຣິກາ ລວມທັງການ ກະກຽມກອງປະຊຸມສຸດຍອດ ສະໄໝພິເສດອາຊຽນ-ອາເມຣິ ກາ ໃນຖານະ ສປປ ລາວ ເປັນ ປະເທດປະສານງານອາຊຽນ-ສະຫະລັດອາເມຣິກາ. ໃນວັນທີ 28 ມັງກອນ 2020, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ທ່ານ ໄມ ພອມແພວ, ລັດຖະ ມົນຕີຕ່າງປະເທດ ສະຫະລັດອາເມຣິກາ. ສອງຝ່າຍໄດ້ຕີລາຄາ ສູງຕໍ່ການຮ່ວມມືທີ່ມີໝາກຜົນ ໃນດ້ານຕ່າງໆ ບົນພື້ນຖານແຫ່ງ ການເປັນຄູ່ຮ່ວມມືແບບກວມ ລວມ ແລະ ໄດ້ປຶກສາຫາລືທິດ ທາງການຮ່ວມມືໃນອະນາຄົດ. ໃນໂອກາດດຽວກັນນີ້, ທ່ານລັດ ຖະມົນຕີຕ່າງປະເທດ ສປປ ລາວ ໄດ້ຢືນຢັນຄວາມມຸ້ງໝັ້ນຂອງ ລັດຖະບານລາວ ສປປ ລາວ ທີ່ ຈະສືບຕໍ່ໃຫ້ການຮ່ວມມືໃນການ ເສີມຂະຫຍາຍການພົວພັນ ແລະ ຮ່ວມມືສອງຝ່າຍໃຫ້ເຂັ້ມແຂງມີ ປະສິດທິຜົນຍິ່ງຂຶ້ນໃນຕໍ່ໜ້າ. ທ່ານລັດຖະມົນຕີຕ່າງປະເທດ ອາເມຣິກາ ໄດ້ຕີລາຄາສູງ ແລະ ຊົມເຊີຍການປະຕິບັດບົດບາດ ຂອງ ສປປ ລາວ ໃນຖານະເປັນ ປະເທດປະສານງານອາຊຽນ-ອາເມຣິກາ ທີ່ໄດ້ປະກອບສ່ວນ ກະກຽມໃຫ້ແກ່ກອງປະຊຸມສຸດ ຍອດສະໄໝພິເສດອາຊຽນ-ອາ ເມຣິກາ ເຊິ່ງຈະຈັດຂຶ້ນໃນເດືອນ ມີນາ 2020, ທີ່ລັດສ໌ເວກັດ, ສະ ຫະລັດ ອາເມຣິກາ. ທ່ານລັດຖະມົນຕີຕ່າງປະເທດ ສປປ ລາວ ຍັງໄດ້ພົບປະກັບ ຫຼາຍພາກສ່ວນຂອງສະຫະລັດ ອາເມຣິກາ ເຊັ່ນ: ສະມາຊິກລັດ ຖະສະພາ; ຮອງທີ່ປຶກສາດ້ານ ຄວາມໝັ້ນຄົງຂອງປະທານາ ທິບໍດີ; ຜູ້ຊ່ວຍລັດຖະມົນຕີຕ່າງ ປະເທດຮັບຜິດຊອບວຽກງານ ສົ່ງເສີມການເຕີບໂຕດ້ານເສດ ຖະກິດ, ພະລັງງານ ແລະ ສິ່ງ ແວດລ້ອມ; ຜູ້ບໍລິຫານອົງການ USAID; ຜູ້ຊ່ວຍຫ້ອງການ ການຄ້າ ສະຫະລັດ ອາເມຣິກາ ປະຈໍາຫ້ອງການປະທານາທິບໍດີ (USTR) ກໍຄືອົງການຈັດຕັ້ງ ບໍ່ສັງກັດລັດຖະບານຈໍານວນ ໜຶ່ງ. ໃນນັ້ນກໍໄດ້ມີການແລກ ປ່ຽນຄໍາຄິດຄໍາເຫັນກ່ຽວກັບ ການຮ່ວມມື ແລະ ຊ່ວຍເຫຼືອ ຂອງອາເມຣິກາ ແກ່ ສປປ ລາວ ໃນຂະແໜງການຕ່າງໆ ເປັນຕົ້ນ ການເກັບກູ້ລະເບີດທີ່ບໍ່ທັນແຕກ, ການຄ້າ, ການລົງທຶນ, ສາທາລະ ນະສຸກ, ການສຶກສາ ແລະ ອື່ນໆ. ການພົບປະຕ່າງໆດັ່ງກ່າວ ໄດ້ດໍາເນີນໄປດ້ວຍບັນຍາກາດ ອັນສ້າງສັນ, ກົງໄປກົງມາ ແລະ ດ້ວຍຄວາມເຂົ້າອົກເຂົ້າໃຈເຊິ່ງ ກັນ ແລະ ກັນ ແຕ່ຕົ້ນຕະຫຼອດ ປາຍ ແລະ ສາມາດເວົ້າໄດ້ວ່າ ການຢ້ຽມຢາມ ສະຫະລັດ ອາເມ ຣິກາ ຢ່າງເປັນທາງການຄັ້ງປະ ຖົມມະລຶກນີ້ ໄດ້ປະສົບຜົນສໍາ ເລັດຕາມລະດັບຄາດໝາຍ ອັນ ເປັນພື້ນຖານອັນສໍາຄັນໃນການ ສົ່ງເສີມການພົວພັນຮ່ວມມືລະ ຫວ່າງສອງປະເທດໃນຕໍ່ໜ້າໃຫ້ ກວ້າງຂວາງ ແລະ ມີປະສິດທິ ຜົນຢ່າງບໍ່ຢຸດຢັ້ງ ເພື່ອຜົນປະ ໂຫຍດຂອງປະຊາຊົນສອງຊາດ ກໍຄືເພື່ອສັນຕິພາບ, ສະຖຽນລະ ພາບ ແລະ ການຮ່ວມມືເພື່ອ ການພັດທະນາແບບຍືນຍົງໃນ ພາກພື້ນ ແລະ ສາກົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ