ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທູດລາວ ຍື່ນສານຕາຕັ້ງຕໍ່ເລຂາທິການໃຫຍ່ ອົງການ ສປຊ
ເວລາອອກຂ່າວ: 2020-01-30 09:59:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 35 | ຄວາມນິຍົມ:



ໃນວັນທີ 28 ມັງກອນນີ້, ທີ່ສຳນັກງານໃຫຍ່ ອົງການ ສປຊ ທີ່ນິວຢອກ, ສະຫະລັດອາເມລິກາ, ທ່ານ ອານຸພາບ ວົງໜໍ່ແກ້ວ ໄດ້ ຍື່ນສານຕາຕັ້ງຕໍ່ພະນະທ່ານ ແອນໂຕນີໂອ ກູເຕີເຣັດສ໌ (Antonio Guterres), ເລຂາ ທິການໃຫຍ່ ອົງການສະຫະປະ ຊາຊາດ, ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາ ມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ, ທັງເປັນຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ຄົນໃໝ່ປະຈຳ ອົງການ ສປຊ. ພະນະທ່ານ ເລຂາທິການ ໃຫຍ່ ໄດ້ສະແດງຄວາມຍິນດີຕ້ອນ ຮັບ ແລະ ຊົມເຊີຍທ່ານເອກອັກ ຄະລັດຖະທູດທີ່ໄດ້ຖືກແຕ່ງຕັ້ງ ມາດຳລົງແໜ່ງເປັນຜູ້ຕາງໜ້າ ຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການ ສປຊ, ພ້ອມທັງຊົມເຊີຍ ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ມີຄວາມຄືບໜ້າໃຫ້ການ ພັດທະນາປະເທດ, ສາມາດ ຜ່ານ ຜ່າຄວາມຫຍຸ້ງຍາກໃນອະດີດ ແລະ ມີຄວາມໝາຍໝັ້ນໃນການ ຫຼຸດພົ້ນອອກຈາກສະຖານະພາບ ປະເທດທີ່ດ້ອຍພັດທະນາພ້ອມກັນ ນັ້ນ, ພະນະທ່ານ ເລຂາທິການໃຫຍ່ ຍັງໃຫ້ຄຳໝັ້ນສັນຍາວ່າ ອົງການ ສປຊ ຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນການ ຈັດຕັ້ງເປົ້າໝາຍການພັດທະນາ ແບບຍືນຍົງ ແລະ ຍັງໄດ້ກ່າວເຖິງ ທ່າແຮງທາງດ້ານທຳມະຊາດ ແລະ ວັດທະນະທຳອັນດີງາມທີ່ ຄັ້ງໜຶ່ງໃນຫຼາຍປີຜ່ານມາພະນະ ທ່ານເລຂາທິການໃຫຍ່ໄດ້ມີໂອ ກາດສຳພັດ ແລະ ມີຄວາມປະ ທັບໃຈຈາກການເດີນທາງທ່ອງ ທ່ຽວແຕ່ຊາຍແດນສາມຫ ຼ່ຽມຄຳ ຈົນຮອດສີ່ພັນດອນ. ທ່ານ ເອກອັກຄະລັດຖະທູດ ອານຸພາບ ວົງໜໍ່ແກ້ວ ກໍໄດ້ສະ ແດງຄວາມຂອບໃຈຢ່າງ ຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມ ທັງໄດ້ນໍາເອົາຄວາມຢື້ຢາມ ຖາມຂ່າວອັນອົບອຸ່ນຈາກການ ນຳຂອງ ສປປ ລາວ ມາຍັງພະນະ ທ່ານເລຂາທິການໃຫຍ່. ພ້ອມ ດຽວກັນນັ້ນ, ທ່ານເອກອັກຄະ ລັດຖະທູດ ກໍໄດ້ຢໍ້າຄືນຄວາມ ໝາຍໝັ້ນຂອງລັດຖະບານໃນການຈັດຕັ້ງປະຕິບັດບັນດາເປົ້າ ໝາຍດ້ານການພັດທະນາຂອງ ສາກົນ ໂດຍສະເພາະເປົ້າໝາຍ ການພັດທະນາແບບຍືນຍົງລວມ ທັງເປົ້າໝາຍທີ 18: ຊີວິດທີ່ປອດ ໄພຈາກລະເບີດບໍ່ທັນແຕກ ກໍຄືື ສືບຕໍ່ຄວາມພະຍາຍາມເພື່ອຫຼຸດ ພົ້ນອອກຈາກສະຖານະພາບປະ ເທດດ້ອຍພັດທະນາໃນຊຸມປີ ຕໍ່ໜ້າ. ໃນໂອກາດດຽວກັນນີ້, ທ່ານຍັງໄດ້ສະແດງຄວາມຂອບ ໃຈຕໍ່ອົງການ ສປຊ ທີ່ໄດ້ໃຫ້ການ ສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຕະຫຼອດໄລຍະຜ່ານມາ, ເຊິ່ງເປັນການປະກອບສ່ວນອັນ ສຳຄັນໃນການພັດທະນາເສດ ຖະກິດ-ສັງຄົມຂອງ ສປປ ລາວ. ປີ 2020 ເປັນປີທີ່ມີຄວາມໝາຍ ສຳຄັນໃນການສະເຫຼີມສະຫຼອງວັນສ້າງຕັ້ງອົງການສະຫະປະຊາ ຊາດ ຄົບຮອບ 75 ປີ (24 ຕຸລາ 1945) ແລະ ການເຂົ້າເປັນສະມາຊິກອົງການສະຫະປະຊາຊາດ ຂອງປະເທດລາວ ຄົບຮອບ 65 ປີ (14 ທັນວາ 1955). ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ