ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງວຽງຈັນ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ
ເວລາອອກຂ່າວ: 2020-01-30 09:53:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 31 | ຄວາມນິຍົມ:



ໃນທ້າຍເດືອນມັງກອນ ນີ້, ກອງບັນບັນຊາການທະຫານ ແຂວງວຽງຈັນ ໄດ້ຈັດຕັ້ງພິທີສະ ເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 71 ປີ, (20 ມັງກອນ 1949-20 ມັງ ກອງ 2020), ຢູ່ທີ່ສະໂມສອນ ໃຫຍ່ຂອງກົມກອງ ໂດຍການ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄໍາພັນ ສິດທິດໍາພາ ກໍາມະການ ສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆວຽງຈັນ, ມີສະຫາຍ ພົນຈັດຕະວາ ບຸນມາ ວົງດາລາ ແສນ ກໍາມະການພັກແຂວງ, ເລ ຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານ ແຂວງວຽງຈັນ, ຄະນະພັກ-ຄະ ນະບັນຊາ, ໃນກົມກອງ, ບັນດາ ອົງການ, ພະແນກການອ້ອມຂ້າງ ແຂວງ, ກອງບັນຊາການ ປກສ ຕະຫຼອດພະນັກງານ-ນັກຮົບພາຍ ໃນກົມກອງເຂົ້າຮ່ວມ. ໂດຍເລີ່ມຈາກການນໍາວາງ ກະຕ່າດອກໄມ້ຢູ່ຕໍ່ໜ້າອະນຸສອນ ສະຖານປະທານ ໄກສອນ ພົມວິ ຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດແລ້ວ ສືບຕໍ່ວາງພວງມາລາຢູ່ອະນຸສາ ວະລີນັກຮົບນິລະນາມ ກອງບັນ ຊາການທະຫານແຂວງວຽງຈັນ ເພື່ອເປັນການສະແດງຄວາມເຄົາ ລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ຢ່າງລົ້ນເຫຼືອເຖິງຄຸນງາມຄວາມ ດີ, ນໍ້າໃຈຕໍ່ສູ້ຢ່າງພິລາດອາດ ຫານ ແລະ ບໍ່ຍອມຈໍານົນຂອງບັນ ພະບູລຸດລາວ ກໍຄືບັນດານັກຮົບ ປະຕິວັດທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິ ວັດຢ່າງອົງອາດກ້າຫານ. ສະ ຫາຍ ຄໍາພັນ ສິດທິດຳພາ ກຳມະ ການສູນກາງພັກ, ເລຂາພັກ ແຂວງ, ເຈົ້າແຂວງໆວຽງຈັນ ໄດ້ໃຫ້ກຽດຂຶ້ນກ່າວໃນພິທີບາງ ຕອນໄດ້ກ່າວວ່າ: ທົບທວນຄືນ ໄລຍະ 71 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ເຂັ້ມແຂງຂອງ ກອງທັບ ເຊິ່ງໄດ້ເຫັນແຈ້ງວ່າເປັນ ໄລຍະປະຫວັດສາດແຫ່ງການນຳພາໂດຍກົງເດັດຂາດ ແລະ ຮອບດ້ານຂອງພັກ ອັນເປັນຫຼັກ ການພື້ນຖານທີ່ຮັບປະກັນໃຫ້ ກອງທັບມີຄວາມເຂັ້ມແຂງ ແລະ ສູ້ຮົບມີໄຊ ເຊິ່ງຕ້ອງໄດ້ຢຶດໝັ້ນ ແລະ ສືບຕໍ່ຂະຫຍາຍຢ່າງບໍ່ຢຸດ ຢັ້ງ. ດັ່ງນັ້ນ, ໃນພິທີອັນມີຄວາມ ໝາຍສຳຄັນພວກເຮົາຂໍສະແດງ ຄວາມອາໄລຮັກ ແລະ ຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ເຊິ່ງທ່ານເປັນຜູ້ນຳພາໃນການ ສ້າງຕັ້ງ ແລະ ເອົາໃຈໃສ່ສຶກສາ ອົບຮົມນຳພາຊີ້ນຳ-ບັນຊາກອງ ທັບໃຫ້ເຕີບໃຫຍ່ເຂັ້ມແຂງມາ ຮອດປັດຈຸບັນ. ປະຫວັດສາດ 71 ປີ ຂອງກອງທັບວີລະຊົນພວກເຮົາ ຍິ່ງຮັບຮູ້ແຈ້ງວ່າການມີພະນັກ ງານ-ນັກຮົບທີ່ອົງກາດກ້າຫານ ມີຄວາມທໍລະຫົດອົດທົນ ແລະ ມີຄວາມກ້າຕັດສິນໃຈສູງໃນ ການສູ້ຮົບ ບວກກັບມີຄະນະພັກ-ຄະນະບັນຊາທີ່ມີຄວາມຮູ້ຄວາມ ສາມາດ ແລະ ມີມານະຈິດອັນ ເດັດດ່ຽວໜຽວແໜ້ນນັ້ນແມ່ນ ສິ່ງຕັດສິນຜົນສຳເລັດ ແລະ ໄຊ ຊະນະຂອງກອງທັບເຮົາ ເຮັດ ໃຫ້ກອງທັບປະຊາຊົນໄດ້ຮັບນາ ມະຍົດກອງທັບວີລະຊົນຂອງ ຊາດລາວວີລະຊົນ ເຊິ່ງຜົນງານ ດັ່ງກ່າວກໍຍ້ອນມີພະນັກງານ-ນັກຮົບມີຜູ້ນຳພາ ແລະ ຊີ້ນຳບັນ ຊາທີ່ຢຶດໝັ້ນໃນລັດທິວີລະຊົນ. ທ່ານຍັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ຕະຫຼອດຮອດພະ ນັກງານສະມາຊິກພັກ-ນັກຮົບຈົ່ງ ອອກແຮງເສີມຂະຫຍາຍທາດ ແທ້, ມູນເຊື້ອຂອງຊາດ ແລະ ຂອງກອງທັບ, ເດັດດ່ຽວປະຕິບັດ ແນວທາງປ່ຽນແປງໃໝ່ຮອບ ດ້ານຢ່າງມີຫຼັກການຂອງພັກ, ເສີມຂະຫຍາຍບົດບາດເປັນກໍາລັງຫຼັກແຫຼ່ງແກ່ນສານໃນການ ຈັດຕັ້ງປະຕິບັດສອງໜ້າທີ່ຍຸດ ທະສາດໃນໄລຍະໃໝ່ຄື: ປົກປັກ ຮັກສາ ແລະ ພັດທະນາປະເທດ ຊາດ. ໂອກາດດຽວກັນນີ້ຍັງໄດ້ ຮັບຊົມການສະແດງສິລະປະ-ວັນນະຄະດີສະໝັກຫຼິ້ນຂອງກອງ ບັນຊາການທະຫານແຂວງວຽງ ຈັນ ແລະ ຕ້ອນຮັບການມາອວຍ ພອນຂອງບັນດາອົງການ, ພະ ແນກການ, ບໍລິສັດຫ້າງຮ້ານ, ນັກທຸລະກິດຕ່າງໆຢ່າງເປັນຂະ ບວນການຟົດຟື້ນມ່ວນຊື່ນ. ໂດຍ: ສາຍຄຳ ພອນມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ