ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມທະຫານຊາຍແດນ ສະຫຼຸບວຽກງານຮອບດ້ານປະຈຳປີ 2019
ເວລາອອກຂ່າວ: 2020-01-29 09:52:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 154 | ຄວາມນິຍົມ:



ກົມທະຫານຊາຍແດນກົມ ໃຫຍ່ເສນາທິການກອງທັບ ໄດ້ສະ ຫຼຸບວຽກງານຮອບດ້ານປະຈຳ 2019 ແລະ ວາງທິດທາງແຜນ ການປະຈຳປີ 2020 ໃນວັນທີ 28 ມັງກອນນີ້, ໂດຍການເປັນ ປະທານຂອງສະຫາຍ ພົນຈັດຕະ ວາ ສີພັນ ພຸດທະວົງ ຫົວໜ້າກົມ ທະຫານຊາຍແດນ, ມີຄະນະ ພັກ-ຄະນະບັນຊາ ພ້ອມດ້ວຍພະ ນັກງານ-ນັກຮົບ ແລະ ແຂກທີ່ ຖືກເຊີນເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ສຸພະ ເວດ ສຸກເລືອງຄຳ ຫົວໜ້າພະ ແນກແຜນການ-ສັງລວມ ໄດ້ສະ ຫຼຸບຕີລາຄາຄືນໃນຂົງເຂດວຽກ ງານຮອບດ້ານໃນໄລຍະ 1 ປີຜ່ານ ມາຄະນະພັກ-ຄະ ນະບັນຊາເອົາ ໃຈໃສ່ຊີ້ນຳ-ນຳພາກອງຮ້ອຍທະ ຫານຊາຍແດນໃນທົ່ວປະເທດ ຕ້ອງມີສະຕິກຽມພ້ອມສູ້ຮົບປະ ຕິບັດຕາມ 3 ຫຼັກການການກຽມພ້ອມສູ້ຮົບໃຫ້ເຂັ້ມງວດ, ຈັດຕັ້ງ ປະຈຳການ 3 ຂັ້ນຕະຫຼອດ 24 ຊົ່ວໂມງໃນການສະກັດກັ້ນ, ຕ້ານ ທຸກກົນອຸບາຍເລ່ຫຼ່ຽມ ແລະ ທັບ ມ້າງຍຸດທະສາດຫັນປ່ຽນໂດຍ ສັນຕິຂອງອິດທິກຳລັງປໍລະປັກ, ເຄື່ອນໄຫວລາດຕະເວນຕາມ ເສັ້ນຊາຍແດນ, ນອກຈາກການ ລາດຕະເວນຝ່າຍດຽວແລ້ວ ຍັງ ໄດ້ຊີ້ນຳບັນດາກອງຮ້ອຍລາດຕະເວນຮ່ວມກັບບັນດາປະເທດ ເພື່ອນມິດ ເພື່ອຮັກສາຄວາມສະ ຫງົບຕາມລຳແມ່ນ້ຳຂອງຕອນ ເໜືອ ແລະ ແມ່ນ້ຳລ້ານຊ້າງໃຫ້ ມີສະຫງົບປອດໄພໂດຍພື້ນຖານ, ເອົາໃຈໃສ່ວຽກງານກໍ່ສ້າງພັກ-ພະນັກງານຕິດພັນກັບການກໍ່ ສ້າງກອງປອດໃສ ເຂັ້ມແຂງ ໜັກແໜ້ນ, ກອງ 3 ປອດ, ກົມ ກອງ-ນັກຮົບວັດທະນະທຳ, ເອົາ ໃຈໃສ່ເປັນເຈົ້າການປົກປັກຮັກ ສາ ແລະ ບົວລະບັດຜັດເຊັດພາ ຫະນະ, ອາວຸດກະສຸນໃຫ້ດີ, ຮັບ ປະກັນຄຸນນະພາບ ແລະ ຕິດຕາມ ແຜນການດັດແປງພາຫະນະ-ເຕັກນິກ, ສ້ອມແປງພາຫະນະໃຫ້ ສໍາເລັດຕາມແຜນການ ນອກນັ້ນ ຍັງເອົາໃຈໃສ່ເພີ່ມທະວີການພົວ ພັນຮ່ວມມືກັບກອງທັບບັນດາ ປະເທດເພື່ອນມິດ, ປະກອບສ່ວນ ເຂົ້າໃນການເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມ ມືກັບສາກົນໃຫ້ນັບມື້ກ້າວຂຶ້ນ ຢ່າງບໍ່ຢຸດຢັ້ງ. ກອງປະຊຸມຍັງ ໄດ້ຜ່ານທິດທາງແຜນການປະ ຈຳປີ 2020 ຈາກນັ້ນ, ສະຫາຍ ປະທານກອງປະຊຸມກໍມີຄຳເຫັນຊີ້ນຳຫລາຍບັນຫາວຽກງານຈຸດສຸມທີ່ສຳຄັນຈຳນວນໜຶ່ງຕໍ່ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດຄາດໝາຍສູ້ຊົນໃນປີ ຕໍ່ໜ້າບັນລຸໝາກຜົນສູງ. ໂດຍ: ນ. ນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ