ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ອົງຄະນະພັກກອງບັນຊາການທະຫານແຂວງ ບໍລິຄຳໄຊ ເປີດກອງປະຊຸມໃຫຍ່ຄັ້ງທີ V
ເວລາອອກຂ່າວ: 2020-01-28 10:22:36 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 29 | ຄວາມນິຍົມ:



ໃນວັນທີ 22-23 ມັງກອນ 2020 ນີ້, ກອງບັນຊາການທະ ຫານແຂວງບໍລິຄຳໄຊ ໄດ້ເປີດ ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກກອງບັນຊາ ການທະຫານແຂວງບໍລິຄຳໄຊ ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ກຳມະການຄະນະປະຈຳພັກ ແຂວງ, ເລຂາຄະນະພັກ, ຫົວໜ້າ ການເມືອງກອງບັນຊາການທະ ຫານແຂວງບໍລິຄຳໄຊ ເປັນກຽດ ເຂົ້າຮ່ວມຂອງ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ເລຂາ ພັກແຂວງ, ເຈົ້າແຂວງໆບໍລິຄຳໄຊ ມີຕາງໜ້າພະແນກການທີ່ກ່ຽວ ຂ້ອງຂັ້ນແຂວງ, ອົງການຈັດຕັ້ງ ມະຫາຊົນ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ບັນດາ ແຂວງ-ກົມກອງໃກ້ຄຽງ ແລະ ຜູ້ ແທນສົມບູນເຂົ້າຮ່ວມ. ໂອກາດດັ່ງກ່າວ ສະຫາຍ ພັນເອກ ຄຳແດງ ແພງພົງພັນ ຮອງ ເລຂາຄະນະພັກ ຫົວໜ້າການທະ ທານກອງບັນຊາການທະຫານ ແຂວງບໍລິຄຳໄຊ ໄດ້ຍົກໃຫ້ເຫັນ ຄຸນລັກສະນະຜູ້ແທນສົມບູນທີ່ເຂົ້າ ຮ່ວມກອງປະຊຸມຄັ້ງນີ້ມີທັງໝົດ 111 ສະຫາຍ, ຍິງ 2 ສະຫາຍ, ອາຍຸສະເລ່ຍ 47 ປີ, ເຊິ່ງເປັນຕົວ ແທນໃຫ້ສະມາຊິກພັກທົ່ວອົງຄະ ນະພັກແຂວງ 1 ພັນ 2 ຮ້ອຍກວ່າ ສະຫາຍ. ທຽບໃສ່ກອງປະຊຸມ ໃຫຍ່ຄັ້ງຜ່ານມາເພີ່ມຂຶ້ນ 16,21 % ກອງປະຊຸມຄັ້ງນີ້ມີຄວາມໝາຍຄວາມສຳຄັນສຳລັບຊີວິດການ ເມືອງທົ່ວອົງຄະນະພັກ ແລະ ສະ ມາຊິກພັກທຸກສະຫາຍ, ມັນເປັນ ຂີດໝາຍແຫ່ງການສືບຕໍ່ປັບປຸງກໍ່ ສ້າງພັກໃຫ້ມີຄວາມເຕີບໃຫຍ່ຂະ ຫຍາຍຕົວໜັກແໜ້ນທາງດ້ານ ການເມືອງແນວຄິດ, ເຂັ້ມແຂງ ທາງດ້ານການຈັດຕັ້ງ ແລະ ມີ ແບບແຜນນຳພາວິທີເຮັດວຽກ ທີ່ ສອດຄ່ອງ. ກອງປະຊຸມໄດ້ຜ່ານ ຮ່າງບົດລາຍງານການເມືອງ ທັງສອງພາກ ເຊິ່ງເຫັນໄດ້ ດ້ານດີທີ່ຕັ້ງໜ້າ ແລະ ດ້ານ ອ່ອນຂໍ້ຄົງຄ້າງທີ່ຈະຕ້ອງພ້ອມ ກັນປັບປຸງໃຫ້ດີຂຶ້ນໃນຕໍ່ໜ້າ ໂດຍສະເພາະສະພາບທົ່ວແຂວງ ມີຄວາມສະຫງົບໂດຍພື້ນຖານປະ ຊາຊົນຢູ່ຖ່າງທຳມາຫາກິນສັງຄົມ ມີຄວາມຈະເລີນ, ສີວິໄລ ແລະ ຍຸ ຕິທຳ. ຈາກນັ້ນ, ທີ່ປະຊຸມຍັງໄດ້ ພ້ອມກັນປ່ອນບັດຄັດເລືອກ ເອົາຄະນະບໍລິຫານງານພັກກອງ ບັນຊາການ ແລະ ກອງປະຊຸມ ຄັ້ງປະຖົມມະລຶກໄດ້ເລືອກເອົາ ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ເປັນເລຂາຄະນະ ພັກກອງບັນຊາການ, ສະຫາຍ ພັນເອກ ຄຳແດງ ແພງພົງພັນ ເປັນຮອງເລຂາ ແລະ ສະຫາຍ ພັນເອກ ຄຳສາຍ ພັນດານຸວົງ ເປັນປະທານກວດກາຄະນະພັກ ຕອນທ້າຍກອງປະຊຸມຍັງໄດ້ຮັບ ຟັງການໂອ້ລົມຈາກ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະ ການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ກ່ອນອື່ນ ສະຫາຍໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ຜົນງານທີ່ຍາດມາ ໄດ້ໃນ 5 ປີຜ່ານມາ. ພ້ອມທັງ ເນັ້ນໜັກໃຫ້ຄະນະພັກຊຸດໃໝ່ກໍຄື ສະມາຊິກພັກຕ້ອງເອົາໃຈໃສ່ຖື ເອົາວຽກງານການເມືອງແນວ ຄິດເປັນກົກເຮັດໃຫ້ພະນັກງານ ນັກຮົບມີຄວາມເຊື່ອໝັ້ນຕໍ່ການ ນຳພາຂອງພັກເຮັດໜ້າທີ່ຮັບ ໃຊ້ຊາດຮັບໃຊ້ປະຊາຊົນຢ່າງ ສຸດໃຈ, ປັບປຸງ ແລະ ເສີມຂະ ຫຍາຍຄວາມສາມັກຄີລະຫວ່າງ ກອງທັບ ແລະ ປະຊາຊົນຕາມ ຄຳຂວັນ 3 ໜ້າທີ່, 4 ການພົວ ພັນໃຫ້ໜັກແໜ້ນກວ່າເກົ່າ, ເອົາ ໃຈໃສ່ດ້ານແບບແຜນວິທີເຮັດ ວຽກໃຫ້ມີຄວາມກົມກຽວບົນ ຫຼັກການລວມສູນປະຊາທິປະ ໄຕ, ແບ່ງວຽກໃຫ້ບຸກຄົນຮັບຜິດ ຊອບຢ່າງລະອຽດ, ເອົາໃຈໃສ່ ເຮັດວຽກງານປ້ອງກັນພັກ, ຕ້ານ ແລະ ສະກັດກັ້ນການແບ່ງແຍກ ຄວາມສາມັກຄີພາຍໃນພັກ, ຕ້ານພະຍາດອາດຍາສິດຫ່າງ ເຫີນຈາກມະຫາຊົນ, ເອົາໃຈໃສ່ ປັບປຸງກຳລັງໃຫ້ເຂັ້ມແຂງທຸກ ດ້ານ ໂດຍຖືເອົາຄຸນນະພາບທາງ ດ້ານການເມືອງ-ແນວຄິດເປັນ ກົກ, ເສີມຂະຫຍາຍຄວາມຮູ້ຄວາມ ສາມາດ, ຫົວຄິດປະດິດສ້າງເຂົ້າ ໃນໜ້າທີ່ວຽກງານຮັບປະກັນເຮັດ ໃຫ້ແຂວງມີຄວາມສະຫງົບຢ່າງ ຮອບດ້ານ. ໂດຍ: ກິມາຍ ພຸດທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ