ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ມອບ - ຮັບ ໂຄງການກໍ່ສ້າງ ກອງຮ້ອຍ ທະຫານປ້ອງກັນຊາຍແດນ 114 ແລະ 117 ທະຫານແຂວງ ຜົ້ງສາລີ
ເວລາອອກຂ່າວ: 2018-11-29 10:28:02 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 1368 | ຄວາມນິຍົມ:



ໃນວັນທີ 21 ພະຈິກ 2018 ນີ້, ຢູ່ທີ່ສະໂມສອນກອງບັນຊາ ການທະຫານແຂວງຜົ້ງສາລີ ໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບ ໂຄງການກໍ່ສ້າງກອງຮ້ອຍ ທະຫານປ້ອງກັນຊາຍແດນ 114 ແລະ 117 ໂດຍພາຍໃຕ້ການ ເຂົ້າຮ່ວມ ເປັນປະທານຂອງ ພັນໂທ ທິດ ແກ້ວພົມປັນຍາ ຮອງ ເລຂາຄະນະພັກ,ຫົວໜ້າຫ້ອງການເມືອງກອງບັນຊາການ ທະຫານແຂວງຜົ້ງສາລີ, ມີທ່ານ ຄຳເຫຼັກ ເສັດແສນຍອດ ຫົວໜ້າ ບໍລິສັດ ເສັດແສນຍອດ ຜູ້ຮັບ ເໝົາກໍ່ສ້າງ, ມີທ່ານ ຈູຊິງໂກ ຫົວໜ້າບໍລິສັດຈູຈະເລີນ ຜູ້ຮັບ ເໝົາກໍ່ສ້າງ ພ້ອມດ້ວຍຄະນະ ພັກ-ຄະນະບັນຊາ, ພະແນກການ ທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີ ພະຍານ. ໃນພິທີ ທ່ານ ຄຳເຫຼັກ ເສັດ ແສນຍອດ ຜູ້ຮັບເໝົາໂຄງການ ກໍ່ສ້າງສຳນັກກອງຮ້ອຍ 114 ແລະ ທ່ານ ຈູຊິງໂກ ຜູ້ຮັບເໝົາໂຄງ ການກໍ່ສ້າງສຳນັກກອງຮ້ອຍ 117 ໄດ້ ຂຶ້ນຜ່ານໃບມອບ-ຮັບ ໂຄງການ ກໍ່ສ້າງໃຫ້ເຈົ້າຂອງ ໂຄງການກອງບັນຊາການທະ ຫານແຂວງຜົ້ງສາລີ ຕາມສັນຍາ ກໍ່ສ້າງໂຄງການດັ່ງກ່າວແມ່ນ 16 ເດືອນ ຜ່ານການກໍ່ສ້າງຕົວຈິງ ໃຊ້ເວລາ 1 ປີ ໂຄງການດັ່ງກ່າວ ໄດ້ ສຳເລັດການກໍ່ສ້າງ ແລະ ກວດກາຄວາມຄືບໜ້າ 100% ລວມມູນຄ່າການກໍ່ສ້າງທັງໝົດ ສອງໂຄງການ 9 ຕື້ກວ່າກີບ. ຈາກນັ້ນ ຕາງໜ້າເຈົ້າຂອງໂຄງ ການໂດຍ ພັນໂທ ທິດແກ້ວ ພົມ ປັນຍາ ແລະ ທ່ານ ຄຳເຫຼັກ ເສັດແສນຍອດ, ທ່ານ ຈູຊິງໂກ ກໍໄດ້ຂຶ້ນເຊັນບົດບັນທຶກມອບ-ຮັບໂຄງການທັງສອງໂຄງການ ຢ່າງເປັນທາງການ. ໂດຍ: ບຸນເລີດ ສີບຸນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ