ຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ ໄດ້ຮັບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ
ເວລາອອກຂ່າວ: 2020-01-09 10:50:00 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1092 | ຄວາມນິຍົມ: ![]()
ໃນວັນທີ 8 ມັງກອນ 2020, ກະຊວງການຕ່າງປະເທດ ໄດ້ ຈັດພິທີມອບ-ຮັບທຸງໄຊນໍາໜ້າ ຂະບວນການແຂ່ງຂັນ 4 ບຸກໃຫ້
ແກ່ຄະນະບໍລິຫານງານຊາວໜຸ່ມ ກະຊວງການຕ່າງປະເທດ ໂດຍ ການເປັນປະທານຮ່ວມຂອງສະຫາຍ ທອງສະຫວັນ ພົມວິຫານ ກຳມະການຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງການ ຕ່າງປະເທດ, ສະຫາຍ ນາງ ວິລະ
ວອນ ພັນທະວົງ, ຮອງເລຂາຄະ ນະພັກ, ປະທານກວດກາພັກ-ລັດ, ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິ
ວັດລາວ ແລະ ສະຫາຍ ອານຸ ພາບ ວົງໜໍ່ແກ້ວ, ເລຂາຄະນະບໍ ລິຫານງານຊາວໜຸ່ມກະຊວງ ການຕ່າງປະເທດ ແລະ ມີບັນ
ດາສະຫາຍຄະນະພັກກະຊວງ, ເລຂາໜ່ວຍພັກ ແລະ ຕາງໜ້າ
ໜ່ວຍພັກຈາກຫ້ອງການ ແລະ
ບັນດາກົມຕ່າງໆຂອງກະຊວງ ການຕ່າງປະເທດ, ແຂກຖືກເຊີນ
ຈາກສູນກາງຊາວໜຸ່ມ ແລະ ກະ
ຊວງອ້ອມຂ້າງຈໍານວນໜຶ່ງ, ພ້ອມດ້ວຍສະມາຊິກຊາວໜຸ່ມ ກະຊວງການຕ່າງປະເທດເຂົ້າ ຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ, ສະຫາຍ
ອານຸພາບ ວົງໜໍ່ແກ້ວ ເລຂາຄະ ນະບໍລິຫານງານຊາວໜຸ່ມ ກະ
ຊວງການຕ່າງປະເທດ ໄດ້ຂຶ້ນ ກ່າວສະຫຼຸບລາຍງານວຽກງານ 4 ບຸກ ຄັ້ງທີ 3 ແລະ ທິດທາງໃນ ຕໍ່ໜ້າ, ໂດຍໄດ້ຍົກໃຫ້ເຫັນວ່າ: ຄະນະຊາວໜຸ່ມ ປປລ ກະຊວງ ການຕ່າງປະເທດເຄື່ອນໄຫວ ວຽກງານຊາວໜຸ່ມພາຍໃຕ້ການ
ຊີ້ນໍາ-ນໍາພາຂອງອົງຄະນະ ພັກກະຊວງການຕ່າງປະເທດ ແລະ ທັງເປັນກໍາລັງແຮງທີ່ສໍາ
ຄັນໃນການດໍາເນີນພາລະກິດ ວຽກງານການຕ່າງປະເທດ, ປັດຈຸບັນຄະນະບໍລິຫານງານ
ຊາວໜຸ່ມກະຊວງການຕ່າງປະ
ເທດ ໄດ້ຄຸ້ມຄອງສະມາຊິກຊາວ ໜຸ່ມພາຍໃນກະຊວງການຕ່າງ ປະເທດທັງໝົດມີ 17 ໜ່ວຍ, ມີສະມາຊິກທັງໝົດ 462 ສະ ຫາຍ, ຍິງ 203 ສະຫາຍ ແລະ ໜ່ວຍຊາວໜຸ່ມຂອງບັນດາສໍານັກ ງານການທູດ ຂອງ ສປປ ລາວ ທີ່ຕ່າງປະເທດ ຈໍານວນ 173 ໜ່ວຍ ແລະ 8 ຮາກຖານ; ໃນນີ້, ຈໍານວນສະມາຊິກຊາວໜຸ່ມທັງ ໝົດ 4.728 ສະຫາຍ, ຍິງ 1.924
ສະຫາຍ, ແຕ່ຈໍານວນດັ່ງກ່າວ ມີການເພີ່ມຂຶ້ນ ຫຼື ຫຼຸດລົງ ເປັນປະ
ຈໍາເນື່ອງຈາກຊາວໜຸ່ມທີ່ເປັນນັກ ສຶກສາຢູ່ຕ່າງປະເທດທີ່ຂຶ້ນກັບ ໜ່ວຍ ແລະ ຮາກຖານຂອງພວກ ເຮົາແມ່ນຈະຍົກຍ້າຍກັບຄືນປະ ເທດ ຫຼື ກົມກອງທີ່ຕົນເອງສັງກັດ ພາຍຫຼັງສໍາເລັດການສຶກສາ.
ໃນໄລຍະຜ່ານມາ, ຄະນະຊາວ
ໜຸ່ມ ປປລ ກະຊວງການຕ່າງ ປະເທດໄດ້ປະຕິບັດຂໍ້ແຂ່ງຂັນ 4
ບຸກທີ່ສູນກາງຊາວໜຸ່ມ ປປລ ວາງ
ອອກໂດຍພາຍໃຕ້ການຊີ້ນໍາ-
ນໍາພາຢ່າງໃກ້ຊິດຂອງຄະນະ
ພັກກະຊວງການຕ່າງປະເທດ
ແລະ ຄະນະນໍາຂອງສູນກາງ ຊາວໜຸ່ມ ປປລ, ພ້ອມທັງປະກອບ ສ່ວນໃນການຈັດຕັ້ງຜັນຂະຫຍາຍ ເນື້ອໃນມະຕິກອງປະຊຸມຜູ້ແທນ ຊາວໜຸ່ມທົ່ວປະເທດສະໄໝທີ VII ຄຽງຄູ່ກັບວຽກງານວິຊາສະ ເພາະ, ຄະນະຊາວໜຸ່ມ ປປລ ກະ
ຊວງການຕ່າງປະເທດແມ່ນຍັງ ໄດ້ໃຫ້ຄວາມສໍາຄັນການເຄື່ອນ ໄຫວຂອງວຽກງານຊາວໜຸ່ມ,
ເປັນຕົ້ນແມ່ນການປະຕິບັດຂໍ້
ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ປະຊາຊົນ ປະຕິວັດລາວ. ໃນໄລ ຍະການປະຕິບັດຂໍ້ແຂ່ງຂັນ ດັ່ງກ່າວ ຄະນະຊາວໜຸ່ມ ປປລ ກະຊວງການຕ່າງປະເທດແມ່ນ
ມີຄວາມເອົາໃຈໃສ່ ແລະ ໜັກ ແໜ້ນໃນການແຂ່ງຂັນຈົນໄດ້ ຮັບນາມມະຍົດຊາວໜຸ່ມ ປປລ
4 ບຸກ ເຖິງ 3 ສະໄໝຕິດຕໍ່ກັນ ເຊິ່ງປະກອບມີບຸກດ້ານການ ເມືອງແນວຄິດ, ດ້ານການເຝິກ
ຝົນຫຼໍ່ຫຼອມການຮຽນ, ບຸກດ້ານ
ການຈັດຕັ້ງ ແລະ ບຸກດ້ານວິຊາ ສະເພາະ ຕາມມາດຕະຖານ ແລະ ເງື່ອນໄຂຂອງສູນກາງຊາວໜຸ່ມ ປປລ ວາງອອກ ແລະ ຜົນງານດັ່ງ
ກ່າວນັ້ນລ້ວນແລ້ວແຕ່ແມ່ນການ ປະກອບສ່ວນຂອງຊາວໜຸ່ມ ແຕ່ລະໜ່ວຍພ້ອມດ້ວຍສະມາ ຊິກທຸກສະຫາຍທີ່ມີຄວາມສາມັກ ຄີເປັນເອກະພາບກັນປະຕິບັດຂໍ້ ແຂ່ງຂັນ 4 ບຸກ ຢ່າງຕັ້ງໜ້າ.
ໃນພິທີດັ່ງກ່າວນີ້, ສະຫາຍ ນາງ ວິລະກອນ ພັນທະວົງ ໄດ້ ຕາງໜ້າໃຫ້ຄະນະບໍລິຫານງານ ສູນກາງຊາວໜຸ່ມ ປປລ ມອບທຸງ ໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ ໃຫ້ແກ່ສະຫາຍເລຂາຄະນະ ບໍລິຫານງານຊາວໜຸ່ມກະຊວງ ການຕ່າງປະເທດ ຕາງໜ້າຊາວ ໜຸ່ມຂະແໜງການຕ່າງປະເທດ ທັງໝົດ ຂຶ້ນຮັບທຸງໄຊໃນຄັ້ງນີ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















