4 ພະແນກ ລົງເຄື່ອນໄຫວ ປາຖະກະຖາສາຍຮູບເງົາ ແລະ ມອບເຄື່ອງ ຢູ່ ກຸ່ມບ້ານ ກໍ່ ເມືອງ ໄຊສະຖານ
ເວລາອອກຂ່າວ: 2018-11-29 10:23:56 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 1468 | ຄວາມນິຍົມ: ![]()
ໃນວັນທີ 22-23 ພະຈິກ 2018 ນີ້, ພະແນກກໍ່ສ້າງຮາກ ຖານ,ພະແນກໂຄສະນາ,ພະ ແນກຊາວໜຸ່ມ ແລະ ພະແນກສະ ຫະພັນກອງພົນທີ 2 ໄດ້ລົງ ເຄື່ອນໄຫວປາຖະກະຖາສາຍ ຮູບເງົາ ແລະ ມອບເຄື່ອງອຸປະ ໂພກ-ບໍລິໂພກ ໃຫ້ໜ່ວຍງານກໍ່ ສ້າງຮາກຖານກອງພົນທີ 2 ແລະ ມອບເຄື່ອງນຸ່ງຫົ່ມໃຫ້ພໍ່ ແມ່ປະຊາຊົນຢູ່ກຸ່ມບ້ານກໍ່, ບ້ານ ສາລາ ແລະ ບ້ານສະປິ ເມືອງໄຊ ສະຖານ ແຂວງໄຊຍະບູລີ ເນື່ອງ ໃນໂອກາດວັນສ້າງຕັ້ງກອງທັບ ປະຊາ ຊົນລາວຄົບຮອບ 70 ປີ ເຊິ່ງນໍາພາໂດຍ ພັນໂທ ຈັນສຸກ ໄມຈັນແກ້ວ ຮອງຫົວຫນ້າຫ້ອງ ການເມືອງ ຜູ້ຊີ້ນໍາວຽກງານອົງ ການຈັດຕັ້ງມະຫາຊົນກອງພົນ ພ້ອມດ້ວຍຄະນະ.
ພັນຕີ ສົມບູນ ຈັນປະເສີດ ຫົວໜ້າໜ່ວຍງານກໍ່ສ້າງຮາກ ຖານ ກອງພົນທີ 2 ກຸ່ມບ້ານກໍ່, ບ້ານສາລາ ແລະ ບ້ານສະປິ ກໍ ໄດ້ລາຍງານຫຍໍ້ການເຄື່ອນ ໄຫວຈັດຕັ້ງປະຕິບັດວຽກງານກໍ່ ສ້າງຮາກຖານໃນໄລຍະຊຸມປີທີ່ ຜ່ານມາໃນຂອບເຂດກົມກອງ ຮັບຜິດຊອບຕາມການຊີ້ນໍາມອບ ໝາຍຂອງຄະນະພັກ-ຄະນະບັນ ຊາ ກໍຄືຕາມການແບ່ງປັນຂອງ ເມືອງ ໂດຍສະເພາະແມ່ນວຽກ ງານເຮັດໃຫ້ສະພາບມີຄວາມ ສະຫງົບ ແລະ ບັນຫາປາກົດ ການຍໍ້ທໍ້ໃນທ້ອງຖິ່ນກໍຄື 3 ບ້ານ ດັ່ງກ່າວໃນຂອບເຂດກົມກອງ ຮັບຜິດຊອບເຫັນວ່າມີຄວາມສະ ຫງົບ ເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ ທ້ອງຖິ່ນໄດ້ຮັບ ການພັດທະນາດີຂຶ້ນເທື່ອລະ ກ້າວ.
ໃນໂອກາດດຽວກັນນີ້ໜ່ວຍ ງານຮູບເງົາກອງພົນທີ 2 ກໍ ໄດ້ນໍາເອົາຮູບເຫງົາມູນເຊື້ອທີ່ ສໍາຄັນຂອງພັກ-ຂອງກອງທັບ ທີ່ສ່ອງແສງໃຫ້ເຫັນເຖິງຄວາມ ເດັດດ່ຽວໜ່ຽວແໜ້ນ ອົງອາດ ກ້າຫານກໍຄືການເຕີບໃຫຍ່ຂະ ຫຍາຍຕົວຂອງກອງທັບປະຊາ ຊົນລາວ ພາຍໃຕ້ການນໍາຂອງ ພັກໃນຕະຫຼອດໄລຍະ 70 ປີທີ່ ຜ່ານມາເຊັ່ນ: ມູນເຊື້ອ 60 ປີ ການນໍາພາຂອງພັກປະຊາຊົນ ປະຕິວັດລາວ, ມູນເຊື້ອ 65 ປີ, 70 ປີຂອງກອງທັບປະຊາຊົນ ລາວມາສາຍໃຫ້ພໍ່ແມ່ປະຊົນໄດ້ ຮັບຊົມຕື່ມອີກ. ພ້ອມດຽວກັນ ນັ້ນກໍຍັງໄດ້ມອບເຄື່ອງອຸປະ ໂພກ-ບໍລິໂພກຈຳນວນຫນຶ່ງໃຫ້ ຫນ່ວຍງານກໍ່ສ້າງຮາກຖານ ການເມືອງ ແລະ ພໍ່ແມ່ປະຊາຊົນ ອຳນາດການປົກຄອງທ້ອງຖິ່ນ ອີກດ້ວຍ.
ໂດຍ: ຄໍາພັນ ຄອນມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















