ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 13 ຕຸລາ 2026

  

ກອງປະຊຸມໃຫຍ່ ຄັ້ງທີ I ຂອງພະແນກການເງິນ - ເສນາຮັກ
ເວລາອອກຂ່າວ: 2018-11-29 10:20:59 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 1441 | ຄວາມນິຍົມ:



ວັນທີ 23 ພະຈິກ 2018 ນີ້ ໜ່ວຍພັກ ພະແນກການເງິນ-ເສນາຮັກ ເປີດກອງປະຊຸມໃຫຍ່ ຄັ້ງທີ I ຂອງຕົນ ໂດຍການເຂົ້າ ຮ່ວມເປັນປະທານຂອງ ພັນໂທ ສີອອນ ວິໄຊສັກ ຄະນະພັກ ຮອງ ຫົວຫນ້າຫ້ອງພາລາທິການວິທະ ຍາຄານເຕັກນິກການທະຫານ, ມີຄະນະໜ່ວຍພັກ, ສະມາຊິກພັກ ສົມບູນ-ສຳຮອງເຂົ້າຮ່ວມ. ພັນໂທ ຄຳຕາ ນາມຄຳພາວົງ ເລຂາຫນ່ວຍພັກໄດ້ຂຶ້ນຜ່ານບົດ ລາຍງານການເມືອງທັງ 2 ພາກ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານ ອ່ອນ ແລະ ຜົນງານດ້ານຕັ້ງໜ້າ ໂດຍປິ່ນອ້ອມຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກ ກະຊວງປ້ອງກັນປະເທດວາງ ອອກກໍຄື 5 ຫຼັກການ 3 ທິດນໍາ ຂອງພັກ ໂດຍຖືເອົາການສຶກສາ ອົບຮົມການເມືອງນໍາພາແນວ ຄິດເປັນກົກ ວຽກງານວິຊາສະ ເພາະເປັນສຳຄັນອັນເຮັດໃຫ້ພະ ນັກງານສະມາຊິກພັກທຸກສະ ຫາຍມີຄຸນທາດການເມືອງໜັກ ແໜ້ນ, ມີຄຸນສົມບັດສິນທຳປະຕິ ວັດ ເປັນເຈົ້າການຢ່າງດີຖືເອົາ ການດຳເນີນຊີວິດການເມືອງ ປະຈຳເດືອນປະຈຳອາທິດເພື່ອ ແກ້ໄຂຈຸດອ່ອນທີ່ຍັງຄົງຄ້າງຄະ ນະໜ່ວຍພັກເຮົາ ປະຕິບັດຂໍ້ກຳ ນົດກົດລະບຽບ, ຫຼັກການຮັກ ສາວິໄນການເງິນຢ່າງເຂັ້ມງວດ ຖືເອົາເງິນເດືອນ,ເງິນກິນເປັນ ບຸລິມະສິດອັນດັບ 1 ມີການກວດ ກາບັນຊີ-ຄັງເງິນປະຈຳເດືອນ ເປັນປົກກະຕິ ສະຫຼຸບສັງຮວມ ສ່ອງແສງໃຫ້ຂັ້ນເທິງເປັນປະຈຳ ສ້າງເອກະສານຂໍງົບປະມານ ນຳຂັ້ນເທິງສ້າງຫ້ອງການ, ການເງິນສຳເລັດ ມູນຄ່າ 748.000.000 ກີບ, ສ້າງເອກະ ສານຂໍງົບປະມານສ້າງໂຮງໝໍ 15 ຕຽງໄດ້ 1 ສະບັບ, ສະຫຼຸບ ລາຍຮັບລາຍຈ່າຍໄດ້ທັງໝົດ 52 ສະບັບ,ຖອນເງິນຈາກທະນາ ຄານກົມແຜນການ, ການເງິນໄດ້ 16 ເທື່ອ, ສ້າງເອກະສານເງິນ ອັດຕາກິນ, ເງິນບໍລິຫານອື່ນໆ ໄດ້ 88 ສະບັບ, ວຽກງານເສນາ ຮັກປິ່ນປົວ ແລະ ຈ່າຍຢາໃຫ້ຄົນ ເຈັບຢູ່ພາຍໃນກົມກອງໄດ້ 56 ເທື່ອ ນໍາສົ່ງຄົນເຈັບເຂົ້ານອນ ໂຮງໝໍໄດ້ໄດ້ 50 ສະຫາຍ, ກວດ ກາສຸຂະພາບໃຫ້ນາຍ ແລະ ພົນ ທະຫານ 5.500 ເທື່ອ, ຮັບບໍ ລິຈາກເລືອດ 12 ຄັ້ງໄດ້ 125 ຖົງ ຄະນະພັກພວກເຮົາສາມາດ ຊອກແຫຼ່ງລາຍຮັບເຂົ້າໜ່ວຍ ພັກທັງໝົດ 34.914.000 ກີບ ຈາກຜົນງານໃນດ້ານຕ່າງໆ ໜ່ວຍພັກສາມາດແບ່ງສະມາ ຊິກແຂງຮອບດ້ານ 15 ສະຫາຍ, ແຂງ 5 ສະຫາຍ. ໃນກອງປະຊຸມໄດ້ປ່ອນບັດ ຄັດເລືອກຄະນະພັກຊຸດໃໝ່ໂດຍ ປ່ອນເອົາ ພັນໂທ ຄຳຕາ ນາມຄຳ ພາວົງ ເປັນເລຂາໜ່ວຍພັກ, ພັນ ໂທ ນາງ ວັນດີ ບຸນດາວົງ ເປັນ ຮອງເລຂາ, ພັນໂທ ນາງ ຈັນສຸກ ບົວລະວົງສາ ເປັນກຳມະການ. ໂດຍ: ຄຳຜິວ ພັນວິໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ