ກອງພັນ 587 ສະຫຼຸບວຽກງານປ້ອງກັນພາຍໃນ ແລະ ເປີດຂະບວນການສ້າງກອງ 3 ປອດ
ເວລາອອກຂ່າວ: 2020-01-07 09:23:46 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 989 | ຄວາມນິຍົມ: ![]()
ກອງພັນກໍ່ສ້າງຂົວ-ທາງ 587 ໄດ້ຈັດກອງປະຊຸມສະຫຼຸບວຽກ ງານປ້ອງກັນພາຍໃນ ແລະ ເປີດ ຂະບວນການສ້າງກອງ 3 ປອດ ( ປອດໃສ ປອດໄພ ປອດຄະດີ )
ປະຈຳປີ 2019 ແລະ ວາງທິດ ທາງແຜນການປີ 2020 ໂດຍ ພາຍໃຕ້ການເປັນປະທານ ຂອງ ສະຫາຍພັນເອກ ກອງແກ້ວ ວໍ ລະຈິດ ຄະນະພັກອົງການກົມ ໃຫຍ່ ຫົວໜ້າຫ້ອງການເມືອງ ກົມໃຫຍ່ ເສນາທິການກອງທັບ.
ໃນພິທີ ສະຫາຍ ພັນໂທ ທີ ສີ ສຸທຳ ຮອງຫົວໜ້າການເມືອງກອງ
ພັນກໍ່ສ້າງຂົວ-ທາງ 587 ໄດ້ຜ່ານບົດສະຫຼຸບຕີລາຄືນວຽກງານ ປ້ອງກັນພາຍໃນ ພ້ອມທັງເປີດຂະບວນການ ກອງ 3 ປອດ ໃນໄລຍະຜ່ານມາ ຄະນະພັກ-ຄະ ນະບັນຊາໄດ້ເອົາໃຈໃສ່ສຶກສາອົບ ຮົມການເມືອງ-ນຳພາແນວຄິດຕິດພັນກັບການຈັດຕັ້ງປະຕິບັດວຽກງານສ້າງກົມກອງ 3 ປອດ
ເປັນບັນຫາສຳຄັນເຊິ່ງສະແດງ ອອກຄະນະພັກ-ຄະນະບັນຊາ ບັນດາຂະແໜງການ, ກອງຮ້ອຍ, ໝູ່, ໝວດ ແມ່ນໄດ້ຈັດຕັ້ງປະຕິບັດ ເນື້ອໃນດັ່ງກ່າວດ້ວຍການຫັນ ເປັນມະຕິ, ເປັນແຜນການຈັດຕັ້ງ ປະຕິບັດໄປພ້ອມໆກັບການກໍ່ສ້າງ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນຕິດພັນກັບຊີວິດຕົວຈິງ ໃນການດຳເນີນວຽກງານພັກ-ວຽກງານ ການເມືອງ, ວຽກງານ ອົບຮົມ- ຫັດແອບ, ກຽມພ້ອມສູ້ຮົບ ແລະ ການຈັດຕັ້ງປະຕິບັດລະ ບຽບແບບແຜນ ໄດ້ເປັນຢ່າງດີ ສາມາດຕ້ານ ແລະ ສະກັດກັ້ນ ໄດ້ບັນຫາທີ່ຈະເກີດຂຶ້ນຢູ່ພາຍ ໃນກົມກອງເຊັ່ນ: ການປະ ຕິ ບັດຂໍ້ກຳນົດ-ກົດລະບຽບຂອງ ກົມກອງວາງອອກ ໂດຍສະ ເພາະບັນຫາສິ່ງເສບຕິດ ແລະ ບັນ ຫາເກີດອຸບັດຕິເຫດຕາມທ້ອງຖະ ໜົນ, ຫຼິ້ນກິນຟຸມເຟືອຍ, ພົວພັນ ເຖິງສັງຄົມ. ນອກນີ້ ຄະນະພັກ- ຄະນະບັນຊາບັນດາຂະແໜງການ ແລະ ອົງການຈັດຕັ້ງມະຫາຊົນ ຕະຫຼອດຮອດພະນັກງານ-ນັກ ຮົບທົ່ວກົມກອງກໍໄດ້ເຂົ້າຮ່ວມໃນ ການກໍ່ສ້າງກອງ 3 ປອດຢ່າງ ຕັ້ງໜ້າ ແລະ ເປັນຂະບວນການ ຟົດຟື້ນ.
ຜ່ານການຈັດຕັ້ງປະຕິບັດຂະ ບວນການດັ່ງກ່າວເຫັນວ່າກົມ ກອງມີຄວາມສະຫງົບປອດໄພ 100% ພະນັກງານ-ນັກຮົບພາຍ ໃນກົມກອງມີສະຕິລະວັງຕົວສູງ ປະຕິບັດບັນດາຂໍ້ກຳນົດ-ກົດລະ ບຽບຢ່າງເຂັ້ມງວດ, ເອົາໃຈໃສ່ ເປັນການເຈົ້າໃນການປ້ອງກັນ ກົມກອງ, ປ້ອງກັນຕົນເອງ, ຮູ້ ຈຳແນກມິດສັດຕູຢ່າງຈະແຈ້ງ. ສະແດງອອກໃນການຕີລາຄາ ແບ່ງປະເພດ ປອດໃສ ດ້ານການ ເມືອງ ບັນລຸໄດ້ 96,44%, ບໍ່ໄດ້ແບ່ງ ປະເພດ 3,66%.
ໂດຍ: ເກນ ວິໄລສານ
ພາບ: ແສງສຸລີ ພົມມະຈັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















