ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ກອງປະຊຸມເປີດກວ້າງຂອງຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ
ເວລາອອກຂ່າວ: 2020-01-06 09:31:31 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1067 | ຄວາມນິຍົມ:



ກອງປະຊຸມເປີດກວ້າງຂອງ ຄະນະບໍລິຫານງານພັກ, ຄະນະ ກວດກາສູນກາງພັກ ແລະ ອົງ ການກວດກາລັດຖະບານ ຄັ້ງທີ 9 ສະໄໝທີ III ໄດ້ໄຂຂຶ້ນໃນວັນ ທີ 30 ທັນວາ 2019 ນີ້, ທີ່ຫ້ອງ ປະຊຸມຄະນະກວດກາສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນ ກາງພັກ, ຄະນະເລຂາທິການ ສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາ ສູນກາງພັກ, ປະທານອົງການ ກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງ ຫຼວງຂັ້ນສູນກາງ, ມີບັນດາຄະນະບໍລິຫານງານພັກ, ເລຂາໜ່ວຍພັກ ແລະ ຕາງໜ້າອົງການຈັດ ຕັ້ງມະຫາຊົນຄະນະກວດກາ ສູນກາງພັກ ແລະ ອົງການກວດ ກາລັດຖະບານ. ໃນການຈັດກອງປະຊຸມໃນຄັ້ງ ນີ້, ກໍເພື່ອເປັນການສະຫຼຸບຕີລາ ຄາການນໍາພາລວມໃນໄລຍະ ໜຶ່ງປີຜ່ານມາ, ພ້ອມທັງເປັນການ ດໍາເນີນຊີວິດການເມືອງພາຍ ໃນຄະນະພັກ ເພື່ອສໍາຫຼວດຕົນ ເອງ ແລະ ບຸກຄົນ, ຄະນະພັກກ່ຽວ ກັບການປະຕິບັດບົດບາດການ ນໍາພາ ແລະ ຊີ້ນໍາການປະຕິບັດ ໜ້າທີ່ໃນໜຶ່ງປີຜ່ານມາ ນອກນັ້ນ, ໃນກອງປະຊຸມຍັງໄດ້ຜ່ານບົດ ສໍາຫຼວດການນໍາພາລວມຂອງ ຄະນະບໍລິຫານງານພັກ, ຄະນະ ກວດກາສູນກາງພັກ ພ້ອມທັງປະ ກອບຄຳຄິດຄຳເຫັນຕໍ່ບົດສຳຫຼວດ ການນໍາພາລວມຢ່າງກົງໄປກົງ ໄປກົງມາເພື່ອເຮັດໃຫ້ມີເນື້ອໃນທີ່ສົມບູນ ແລະ ເລິກເຊິ່ງຂຶ້ນຕື່ມ ອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ