ທະຫານແຂວງບໍ່ແກ້ວ ສະຫຼຸບວຽກງານປ້ອງກັນຊາດ ປະຈຳປີ 2019
ເວລາອອກຂ່າວ: 2020-01-06 09:29:27 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1018 | ຄວາມນິຍົມ: ![]()
ໃນວັນທີ 2 ມັງກອນ 2020 ນີ້, ກອງບັນຊາການທະຫານ ແຂວງບໍ່ແກ້ວໄດ້ເປີດກອງປະ ຊຸມສະຫຼຸບວຽກງານປ້ອງກັນ ຊາດ ຮອບດ້ານປະຈຳປີ 2019 ແລະ ວາງທິດທາງແຜນການ ໃນປີ 2020 ພາຍໃຕ້ການເປັນ ປະທານຂອງ ສະຫາຍ ປອ ບົວ ຄົງ ນາມມະວົງ ກຳມະການ ສຳຮອງສູນກາງພັກ ເລຂາພັກ ແຂວງ ເຈົ້າແຂວງໆບໍ່ແກ້ວ, ສະ ຫາຍ ພັນເອກ ວິດອນ ພຸດດາ ວົງ ກຳມະການຄະນະປະຈຳພັກ ແຂວງ ເລຂາຄະນະພັກ ຫົວໜ້າ ການທະຫານກອງບັນຊາການ ທະຫານແຂວງບໍ່ແກ້ວ, ມີຄະນະ ພັກ-ຄະນະບັນຊາ 5 ຫ້ອງ, ກອງ ບັນຊາທະຫານເມືອງ, ກອງ ພັນ, ໂຮງຮຽນ, ໂຮງໝໍ ແລະ ກອງຮ້ອຍເອກະລາດເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນຄໍ້າ ຄຳ ພັນ ຮອງຫົວໜ້າຫ້ອງການກອງ ບັນຊາການທະຫານແຂວງໄດ້ ຂຶ້ນຜ່ານບົດສະຫຼຸບວຽກງານ ປ້ອງກັນຊາດປະຈຳປີ 2019 ແລະ ທິດທາງແຜນການປະຈຳ ປີ 2020.
ໃນການຈັດຕັ້ງປະຕິບັດໜ້າທີ່
ໃນໄລຍະຜ່ານມາເຫັນວ່າສະພາບ
ລວມຂອງແຂວງມີຄວາມສະ ຫງົບ ໂດຍພື້ນຖານ, ໄດ້ຖືເອົາວຽກ ງານການເມືອງ-ແນວຄິດຕິດ ພັນກັບການກໍ່ສ້າງຮາກຖານ ການເມືອງ ແລະ ຖືເອົາວຽກງານປ້ອງກັນຊາດ ຕິດພັນກັບ ວຽກງານປ້ອງກັນຄວາມສະ ຫງົບ, ເຊິ່ງໃນໄລຍະ 1 ປີ ທົ່ວ
ແຂວງບໍ່ແກ້ວມີອຸບັດຕິເຫດ ເກີດຂຶ້ນທັງໝົດ 81 ຄັ້ງ, ເສຍ
ຊີວິດ 26 ຄົນ, ກວດກາພົບ ເຫັນຄະດີລັກລອບສິນຄ້າເຖື່ອນ ມີທັງໝົດ 19 ຄະດີ, ຢຶດນ້ໍາ ມັນກາຊວນ 14.000 ລິດ, ຢຶດ ໄມ້ຊະນິດຕ່າງໆໄດ້ 54.214 ແມັດກ້ອນ, ຈັກສະຕິນ 7 ເຄື່ອງ, ລົດກະບະ 13 ຄັນ, ລົດຮຸນໄດ 19 ຄັນ, ລົດບັນທຸກ 3 ຄັນ, ເຮືອບັນທຸກ 2 ລໍາ, ເຮືອກາບ 1 ລຳ, ລົດໄຖເດີນຕາມ 2 ຄັນ, ລົດຈັກ 12 ຄັນ, ຊ້າງ 2 ໂຕ, ປູນຊີມັງ 150 ໂຕນ, ກວດກາພົບ ເຫັນຄະດີຄ້າຂາຍຢາເສບຕິດ ເກີດຂຶ້ນທັງໝົດ 60 ເລື່ອງ, ກັກຜູ້ຕ້ອງຫາໄດ້ 72 ຄົນ, ຍິງ
7 ຄົນ, ຄົນຕ່າງປະເທດ 10
ຄົນ, ຢຶດໄດ້ຂອງກາງປະເພດ ຢາບ້າ 9.931.189 ເມັດ, ຢາ ໄອ໋ 40 ເປົາ, ເທົ່າກັບ 800 ກິ ໂລກຼາມ, ເຮໂລອິນ 680 ແທ່ງ, ເທົ່າກັບ 265 ລິໂລກຼາມ, ໂຄ
ເຄນ 2 ກິໂລ, ຢາຝິ່ນ 3 ຫໍ່, ໂທລະ
ສັບ 15 ເຄື່ອງ, ເງິນໂດລາສະຫະ ລັດ 15.200 ໂດລາ, ເງິນບາດ ໄທ 2.456.100 ບາດ, ເງິນກີບ 14.500.000 ກີບ. ໃນໄລຍະ ຜ່ານມາໄດ້ເອົາໃຈໃສ່ກວດກາ ຕາມຊາຍແດນ ແລະ ເຮັດໃຫ້ມີ ຄວາມສະຫງົບ ທັງອອກແຮງ ຕ້ານ ແລະ ສະກັດກັ້ນປະກົດ ການຫຍໍ້ທໍ້ໃນສັງຄົມ ແລະ ໄດ້ ຖືເອົາວຽກງານສຶກສາອົບຮົມ ການເມືອງ-ແນວຄິດໃຫ້ພະນັກ ງານ-ນັກຮົບກໍາແໜ້ນຕໍ່ແນວ ທາງຂອງພັກ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ, ນອກ ຈາກນີ້ຍັງໄດ້ສືບຕໍ່ວາງທິດທາງ ແຜນການໃນຕໍ່ໜ້າ. ສືບຕໍ່ຫັນ ລົງກໍ່ສ້າງຮາກຖານການເມືອງ ຕາມຈຸດຕ່າງໆ ຕິດພັນກັບການ ພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ ເປັນສຳຄັນຖືເອົາວຽກງານ 3 ສ້າງ ເປັນໜ້າທີ່ຕົ້ນຕໍ, ໝັ່ນສຶກ ສາອົບຮົມການເມືອງນໍາພາ ແນວຄິດໃຫ້ພະນັກງານ-ນັກຮົບ ມີແນວຄິດໜັກແໜ້ນ, ມີຄວາມ ຈົງຮັກພັກດີຕໍ່ພັກ, ຕໍ່ປະເທດ ຊາດ ແລະ ຕໍ່ປະຊາຊົນບັນດາເຜົ່າ, ມີທັດສະນະຊົນຊັ້ນປະຕິວັດກ້າ ເສຍສະຫຼະຜົນປະໂຫຍດສ່ວນຕົວ ເພື່ອຜົນປະໂຫຍດລວມເດັດດ່ຽວ ຕ້ານ ແລະ ສະກັດກັ້ນທຸກກົນອຸ ບາຍຫັນປ່ຽນໂດຍສັນຕິຂອງ ອິດທິກຳລັງປໍລະປັກ, ຮັບປະກັນ
ເຮັດໃຫ້ທົ່ວແຂວງມີຄວາມສະ
ຫງົບ-ປອດໄພ 100%, ປັບປຸງກໍ່
ສ້າງພັກ-ກໍ່ສ້າງພະນັກງານໃຫ້
ໜັກແໜ້ນທາງດ້ານການເມືອງ -ແນວຄິດ, ເຂັ້ມແຂງທາງດ້ານ
ການຈັດຕັ້ງ ແລະ ແບບແຜນວິທີ
ນໍາພາຂອງພັກ, ຕັ້ງໜ້າອອກແຮງ
ສ້າງຂະບວນການຂ່ໍານັບຮັບ ຕ້ອນວັນສ້າງຕັ້ງກອງທັບ ຄົບ
ຮອບ 71 ປີ, ວັນສ້າງຕັ້ງພັກຄົບ
ຮອບ 65 ປີ ແລະ ວັນບຸນປະຫວັດ ສາດສໍາຄັນຕ່າງໆໃຫ້ຟົດຟື້ນ, ຕິດພັນກັບການສ້າງເສດຖະກິດ ແກ້ໄຂຊີວິດການເປັນຢູ່ຂອງບັນ ດາກົມກອງໃຫ້ດີຂຶ້ນເປັນກ້າວໆ.
ໂດຍ: ວໍລະສິດ ພິດສະຫາຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















