ກົມກໍ່ສ້າງຮາກຖານສະຫຼຸບວຽກງານຮອບດ້ານປະຈຳປີ 2019
ເວລາອອກຂ່າວ: 2020-01-06 09:25:24 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 989 | ຄວາມນິຍົມ: ![]()
ວັນທີ 3 ມັງກອນ 2020 ນີ້, ກົມກໍ່ສ້າງຮາກຖານການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຈັດກອງປະຊຸມສະຫຼຸບຖອດ ຖອນບົດຮຽນວຽກງານຮອບ ດ້ານ ປະຈໍາປີ 2019 ແລະ ວາງ ທິດທາງແຜນການປີ 2020 ຂຶ້ນ
ໂດຍການເປັນປະທານຂອງ ສະ
ຫາຍ ພົນຈັດຕະວາ ບົວໄລ ພົມ ມະວົງ ກຳມະການຄະນະພັກກົມ ໃຫຍ່ການເມືອງກອງທັບ, ຫົວ
ໜ້າກົມກໍ່່ສ້າງຮາກຖານ, ມີຄະ
ນະພັກ-ຄະນະບັນຊາ, ບັນດາພະ ແນກການ, ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພັນເອກ ຄຳຮັງ ໄຊມຸງຄຸນ ຮອງຫົວໜ້າກົມກໍ່ສ້າງ ຮາກຖານການເມືອງກົມໃຫຍ່ ການເມືອງກອງທັບ ໄດ້ຕີລາຄາ ຄືນຜົນງານການນຳພາຈັດຕັ້ງ ປະຕິບັດວຽກງານໃນໜຶ່ງປີຜ່ານ ມາ ເຊິ່ງໄດ້ຍົກໃຫ້ເຫັນຄວາມ ເອົາໃຈໃສ່ຂອງຄະນະພັກ-ຄະນະ ບັນຊາໃນການຊຸກຍູ້ກໍ່ສ້າງ, ປັບ
ປຸງ ແລະ ຂະຫຍາຍກຳລັງບັນ ດາກອງປະຕິບັດງານທີ່ຂຶ້ນກັບ, ໂດຍຖືເອົາວຽກງານສຶກສາ ອົບຮົມການເມືອງ-ນຳພາແນວ ຄິດໃຫ້ພະນັກງານ, ສະມາຊິກພັກ
ທາງດ້ານຄຸນສົມບັດ, ສິນທຳປະ
ຕິວັດ, ຄຸນທາດການເມືອງ, ທາດ
ແທ້ຊົນຊັ້ນຂອງພັກ, ຈຳແນກໄດ້
ມິດສັດຕູຢ່າງຈະແຈ້ງ, ເຊິ່ງສະ
ແດງອອກໃນຊຸມປີຜ່ານມາພະນັກ ງານ, ສະມາຊິກພັກມີແນວຄິດອຸ່ນ ອຽນທຸ່ນທ່ຽງ, ເອົາໃຈໃສ່ປະຕິ
ບັດໜ້າທີ່ວຽກງານວິຊາສະເພາະ ທີ່ພັກ-ລັດ, ການຈັດຕັ້ງມອບໝາຍ ໃຫ້ເປັນຢ່າງດີ, ໄດ້ເອົາໃຈໃສ່ປັບປຸງການຈັດຕັ້ງພັກ, ພະແນກການ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ມີແບບແຜນນຳພາ-ບັນຊາທີ່ຖືກ ຕ້ອງຕາມຫຼັກການລວມສູນປະ ຊາທິປະໄຕຂອງພັກ ພ້ອມທັງ ເປັນເສນາທິການໃຫ້ແກ່ຄະນະ ພັກກະຊວງປ້ອງກັນປະເທດ ກໍ ຄືຄະນະພັກກົມໃຫຍ່ການເມືອງ ກອງທັບກຽ່ວກັບວຽກງານກໍ່ ສ້າງຮາກຖານການເມືອງ ຕິດພັນ ກັບການພັດທະນາຊົນນະບົດ ຮອບດ້ານ. ເຊິ່ງໃນໄລຍະ 1 ປີ
ຜ່ານມາ ໄດ້ເອົາໃຈໃສ່ຊຸກຍູ້ 19
ກອງປະຕິບັດງານທີ່ຂຶ້ນກັບ ຈຳ ນວນພົນ 436 ສະຫາຍ ກວມ ເອົາ 196 ບ້ານ, 24 ເມືອງ, 15
ແຂວງ ສົມທົບກັບອຳນາດປົກ
ຄອງທ້ອງຖິ່ນ ແລະ ກົມກອງ
ຫັນລົງກໍ່ສ້າງຮາກຖານການ ເມືອງຕາມ 4 ເນື້ອໃນ 4 ຄາດ
ໝາຍທີ່ກົມການເມືອງສູນກາງ ພັກວາງອອກ ຮັບປະກັນເຮັດ ໃຫ້ສະພາບມີຄວາມສະຫງົບ ໂດຍພື້ນຖານ ແລະ ໄດ້ຮັບ ການພັດທະນາພື້ນຖານໂຄງ ລ່າງທີ່ຈຳເປັນສຳເລັດຕາມຄາດ ໝາຍທີ່ວາງໄວ້, ນອກນັ້ນກໍໄດ້
ເອົາໃຈໃສ່ຊຸກຍູ້ກຳລັງຫຼວງ-ກຳ
ລັງທ້ອງຖິ່ນ ເຮັດວຽກງານກໍ່ ສ້າງຮາກຖານແບບມູນເຊື້ອ, ມາ
ຮອດປັດຈຸບັນມີ 2.075 ກົມ
ກອງ, ແຮກສ່ຽວກັບອຳນາດ ການປົກຄອງໄດ້ 1.126 ບ້ານ,
ຊຸກຍູ້ກຳລັງທ້ອງຖິ່ນເຮັດວຽກ
ງານສ້າງຄອບຄົວ ແລະ ບ້ານ
ປ້ອງກັນຊາດເຂັ້ມແຂງຢ່າງ
ກວ້າງຂວາງ ສ້າງໄດ້ 163.178
ຄອບຄົວ, ບ້ານປ້ອງກັນຊາດເຂັ້ມ
ແຂງ ສ້າງໄດ້ 1.849 ບ້ານ. ວຽກງານປັບປຸງກໍ່ສ້າງພັກກໍຮັກ ສາໄດ້ນາມມະຍົດໜ່ວຍພັກ ປອດ
ໃສ ເຂັ້ມແຂງ ໜັກແໜ້ນ 8 ສະ
ໄໝຕິດຕໍ່ກັນ, ວຽກງານນຳພາ ແກ້ໄຂຊີວິດການເປັນຢູ່ໄດ້ປຸກລະ ດົມຊຸກຍູ້ອ້າຍນ້ອງພາຍໃນໜ່ວຍ ພັກ ແລະ ບັນດາກອງປະຕິບັດ ງານທຳການຜະລິດປູກຝັງ-ລ້ຽງ
ສັດ ຕາມເງື່ອນໄຂທ່າແຮງບົ່ມ
ຊ້ອນຕົວຈິງຂອງກົມກອງເພື່ອ ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ. ປັດຈຸບັນມີລ້ຽງງົວ 71 ໂຕ ແລະ
ແບ້ 50 ໂຕ, ໄດ້ສົມທົບກັບກອງ
ປະຕິບັດງານ 204 ຮ່ວມທຶນໄຖ
ນາ ແລະ ປັ່ນເຂົ້າ ເພື່ອທຳການ ຜະລິດຫາລາຍໄດ້ເຂົ້າກົມກອງ ສາມາດຜະລິດເຂົ້າໄດ້ 5.852 ໂຕນ.
ໂອກາດດັ່ງກ່າວ ສະຫາຍ
ພົນຈັດຕະວາ ບົວໄລ ພົມມະວົງ ກໍໄດ້ມີຄຳເຫັນ ພ້ອມທັງເນັ້ນໜັກ ບາງບັນຫາທີ່ສຳຄັນຄື: ຈົ່ງພ້ອມ ກັນສືບຕໍ່ເພີ່ມທະວີສຶກສາອົບຮົມ ການເມືອງແນວຄິດເປັນກົກໃຫ້ ພະນັກງານສະມາຊິກພັກໃຫ້ມີ ຄຸນທາດການເມືອງໜັກແໜ້ນ, ມີ
ຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ໜ້າທີ່ການ
ເມືອງຂອງກົມກອງ, ປັບປຸງການ
ຈັດຕັ້ງ, ສ້າງພະນັກງານສືບທອດ ປ່ຽນແທນ, ມີຄວາມຕັ້ງໜ້າຫ້າວຫັນໃນການປະຕິບັດມະຕິຄຳສັ່ງ ກໍຄືໜ້າທີ່ວຽກງານທີ່ໄດ້ຮັບມອບ
ໝາຍ, ຕ້ອງມີຄວາມອົດທົນຜ່ານ ຜ່າຄວາມຫຍຸ້ງຍາກຍອມເສຍ ສະຫຼະຜົນປະໂຫຍດສ່ວນຕົວ ເພື່ອຜົນປະໂຫຍດສ່ວນລວມ ເຮັດໜ້າທີ່ວຽກງານດ້ວຍຄວາມ ຮັບຜິດຊອບສູງ, ສຸມໃສ່ສືບຕໍ່ ລົງກວດກາໃກ້ຊິດຕິດແທດບັນ ດາກອງປະຕິບັດງານກຳລັງ ຫຼວງ-ກຳລັງທ້ອງຖິ່ນນຳພາຈັດ ຕັ້ງປະຕິບັດວຽກງານກໍ່ສ້າງຮາກ ຖານການເມືອງໃຫ້ໜັກແໜ້ນ ເຂັ້ມແຂງ ສາມາດເປັນເສນາທິການໃຫ້ແກ່ຄະນະພັກກະຊວງ ປ້ອງກັນປະເທດ ກໍຄືຄະນະພັກ ກົມໃຫຍ່ການເມືອງກອງທັບກ່ຽວ
ກັບວຽກງານກໍ່ສ້າງຮາກຖານ
ການເມືອງ ຕິດພັນກັບການພັດ
ທະນາຊົນນະບົດຮອບດ້ານ. ຖືເອົາວຽກງານດັ່ງກ່າວນີ້ເປັນ ວຽກງານໃຈກາງຂອງກົມກອງ, ສືບຕໍ່ປັບປຸງກໍ່ສ້າງໜ່ວຍພັກ, ສ້າງສະມາຊິກພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ເພີ່ມຂຶ້ນ ທາງດ້ານຈຳນວນ ແລະ ຄຸນນະ ພາບ.
ໂດຍ: ເພັດ ສົມນໍວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















