ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ມອບ-ຮັບໂຄງການກໍ່ສ້າງໂຮງໝໍຫຼັງໃໝ່ ຂອງທະຫານແຂວງອຸດົມໄຊ
ເວລາອອກຂ່າວ: 2020-01-03 08:54:55 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1099 | ຄວາມນິຍົມ:



ໂຄງການກໍ່ສ້າງໂຮງໝໍຫຼັງ ໃໝ່ທະຫານແຂວງອຸດົມໄຊ ໄດ້ ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 25 ມີນາ 2019 ຜ່ານມາ, ແມ່ນໄດ້ ສຳເລັດ 100% ພ້ອມທັງໄດ້ຈັດ ພິທີມອບ-ຮັບ ໃນວັນທີ 31 ທັນ ວາ 2019 ນີ້, ໂຮງໝໍດັ່ງກ່າວ ເປັນອາຄານ 2 ຊັ້ນ ມີທັງໝົດ 20 ຫ້ອງ, ຫ້ອງທ່ານ ໝໍ 2 ຫ້ອງ, ຫ້ອງແພດຍາມ 1 ຫ້ອງ, ຫ້ອງໄອຊີຍູ 2 ຫ້ອງ, ຫ້ອງກວດ ແມ່ ແລະ ເດັກ 1 ຫ້ອງ, ຫ້ອງ ນອນຄົນເຈັບທີ່ເປັນຫ້ອງໂຖງ 2 ຫ້ອງ ແລະ ຫ້ອງນອນຄົນເຈັບ ພາຍໃນ 12 ຫ້ອງ ປະກອບດ້ວຍ ລະບົບໄຟຟ້າ, ແອ, ນໍ້າປະປາຄົບ ຊຸດ, ມີເນື້ອທີ່ການກໍ່ສ້າງທັງໝົດ 480 ຕາແມັດ ລວມມູນຄ່າການກໍ່ ສ້າງທັງໝົດ 6 ຕື້ດົ່ງ ສະກຸນ ເງິນຫວຽດ ໂດຍແມ່ນທຶນຊ່ວຍ ເຫຼືອລ້າຈາກກອງບັນຊາການທະ ຫານເຂດ 2 ກອງທັບປະຊາຊົນ ຫວຽດນາມ. ເຊິ່ງກ່າວມອບໂດຍ ສະຫາຍ ພົນຈັດຕະວາ ເຈິນງ໋ອກຕ໋ວນ ຮອງຫົວໜ້າການເມືອງ ກອງບັນຊາການທະຫານເຂດ 2 ກອງທັບ ປະຊາຊົນຫວຽດນາມ ແລະ ກ່າວ ຮັບໂດຍ ສະຫາຍ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ ກຳມະການປະຈຳພັກແຂວງ, ເລຂາຄະ ນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ອຸດົມໄຊ ແຫ່ງ ສປປ ລາວ, ໂດຍມີ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກຳມະການ ຄະນະພັກກົມໃຫຍ່, ຫົວໜ້າກົມ ເສນາຮັກກົມໃຫຍ່ພະລາທິການ ກອງທັບ, ສະຫາຍ ພັນເອກ ບຸ່ຍວັນດ້າຍ ກຳມະການ ພັກ ທະຫານເຂດ 2 ອຳນວຍການ ບໍລິສັດ 705 ກອງທັບປະຊາ ຊົນຫວຽດນາມປະຈຳ ແຂວງ ອຸດົມໄຊ, ມີຄະນະພັກ-ຄະນະ ບັນຊາ ແລະ ພາກສ່ວນທີ່ກ່ຽວ ຂ້ອງທັງສອງປະເທດເຂົ້າຮ່ວມ ເປັນສັກຂີພະຍານ. ໃນພິທີ ສະຫາຍ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ ໄດ້ກ່າວ ສະແດງຄວາມຂອບໃຈຢ່າງສູງ ຕໍ່ການນຳພັກ-ລັດ ສສ ຫວຽດນາມ ໂດຍສະເພາະແມ່ນຄະນະພັກ-ຄະ ນະບັນຊາກອງບັນຊາການທະ ຫານເຂດ 2 ກອງທັບປະຊາຊົນ ຫວຽດນາມທີ່ໄດ້ໃຫ້ການຊ່ວຍ ເຫຼືອລ້າສ້າງໂຮງໝໍດັ່ງກ່າວໃຫ້ ທະຫານແຂວງອຸດົມໄຊ, ທັງໝົດ ນີ້ມັນໄດ້ສະແດງເຖິງຄວາມສາ ມັກຄີຮັກແພງຖານອ້າຍນ້ອງ, ການພົວພັນຮ່ວມມືຮອບດ້ານລະ ຫວ່າງສອງພັກ-ສອງລັດ; ສອງ ກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ ອັນມີມູນເຊື້ອ ມາແຕ່ຍາວນານ, ຈາກນັ້ນກໍໄດ້ລົງນາມເຊັນບົດບັນທຶກຮ່ວມກັນ ພ້ອມທັງເປີດຜ້ານຳໃຊ້ໂຮງໝໍ ຫຼັງໃໝ່ຂອງທະຫານແຂວງອຸດົມ ໄຊ ຢ່າງເປັນທາງການ. ໂດຍ: ທະນູວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ