ປະກາດການແຕ່ງຕັ້ງຫົວໜ້າການເມືອງກອງພັນໃຫຍ່ 941
ເວລາອອກຂ່າວ: 2019-12-23 09:20:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1227 | ຄວາມນິຍົມ: ![]()
ໃນວັນທີ 18 ທັນວາ 2019 ນີ້, ກອງພັນໃຫຍ່ 941 ໄດ້ຈັດພິທີປະກາດການແຕ່ງ ຕັ້ງຫົວໜ້າການເມືອງຜູ້ໃໝ່ຂອງ ກອງພັນໃຫຍ່ 941 ປ່ຽນແທນ
ຜູ້ເກົ່າທີ່ໄດ້ຮັບນະໂຍບາຍພັກ ການກຽມຮັບເບ້ຍບຳນານ ແລະ ບາງຕຳແໜ່ງອີກຈຳນວນໜຶ່ງ ຂຶ້ນ ໂດຍພາຍໃຕ້ການເປັນປະ ທານຂອງ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການ ສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວ ໜ້າກົມໃຫຍ່ການເມືອງກອງ ທັບມີ ສະຫາຍ ພັນເອກ ບຸນປັນ ຂຸນພູມີ ຮອງຫົວໜ້າກົມພະນັກ
ງານກົມໃຫຍ່ການເມືອງກອງ ທັບ, ມີຄະນະພັກ-ຄະນະບັນ
ຊາ, ແຂກຖືກເຊີນພ້ອມດ້ວຍ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພັນເອກ ບຸນປັນ ຂຸນ ພູມີ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸຍາດໃຫ້ນາຍທະ ຫານພັກການເພື່ອລໍຖ້າເຂົ້າຮັບ ເບ້ຍບຳນານ ສະບັບເລກທີ 4254/ກປທ ລົງວັນທີ 26/9/ 2019 ເຊິ່ງໃນນີ້ໄດ້ຕົກລົງອະ ນຸຍາດໃຫ້ ສະຫາຍ ພັນເອກ ວອນ ຄຳ ສຸຂະວົງ ຫົວໜ້າການເມືອງ ກອງພັນໃຫຍ່ 941 ພັກການ ເພື່ອລໍຖ້າຮັບເບ້ຍບຳນານ ແລະ ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງ ຕັ້ງຍົກຍ້າຍພະນັກງານໂດຍອີງ ຕາມກົດໝາຍກອງທັບປະຊາຊົນ ລາວ (ສະບັບປັບປຸງ) ໃນພາກ ທີ II ໝວດທີ 4 ມາດຕາທີ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍ ນາຍທະຫານ, ອີງຕາມທິດທາງ ກ່ຽວກັບການປັບປຸງບູລະນະກົງ ຈັກການຈັດຕັ້ງນຳພາ-ບັນຊາໃນ ກຳລັງປະກອບອາວຸດໃຫ້ເຂັ້ມ ແຂງ, ໜັກແໜ້ນຮອບດ້ານເພື່ອ ເຮັດສຳເລັດໜ້າທີ່ໃນການປົກ ປັກຮັກສາ ແລະ ສ້າງສາພັດທະ
ນາປະເທດຊາດ ແລະ ອີງຕາມ
ການສະເໜີຂອງກົມພະນັກງານ. ດັ່ງນັ້ນກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ພູໂຂງ ມະໂນລາ ເປັນຫົວໜ້າ ການເມືອງກອງພັນໃຫຍ່ 941, ສະຫາຍ ພັນໂທ ສຸດທິກອນ ພິມ
ພັນ ເປັນຮອງຫົວໜ້າການ ເມືອງ ທັງເປັນຫົວໜ້າພະແນກ ການເມືອງ, ສະຫາຍ ພັນໂທ ທອງດີ ອຸ່ນທະວົງ ເປັນຮອງ ຮັບຜິດຊອບວຽກງານພະລາທິ ການ ທັງເປັນຫົວໜ້າພະແນກ ພະລາທິການ ພ້ອມທັງຜ່ານຂໍ້ ຕົກລົງວ່າດ້ວຍການແຕ່ງຕັ້ງຂັ້ນ ພະແນກການທີ່ຂຶ້ນກັບກອງພັນ ໃຫຍ່ 941 ເຊິ່ງປະກອບມີດັ່ງນີ້.
ສະຫາຍ ພັນໂທ ພອນແກ້ວ ສຸລິໄຊ ເປັນຫົວໜ້າພະແນກບໍ ລິຫານ-ສັງລວມ, ສະຫາຍ ພັນ ຕີ ຈາລະໄມ ສໍສີລິບຸນມາ ເປັນ ຮອງຫົວໜ້າພະແນກການເມືອງ, ສະຫາຍ ພັນຕີ ບຸນກອງ ພົງສະ
ຫວັນທອງ ເປັນຮອງຫົວໜ້າພະ
ແນກບໍລິຫານ-ສັງລວມ ແລະ ຍົກ ຍ້າຍ ສະຫາຍ ພັນໂທ ຄຳສີ ອຸນ ຄຳປຸ້ຍ ຫົວໜ້າພະແນກພະລາ ທິການກອງພັນໃຫຍ່ 941 ໄປ ຮັບໜ້າທີ່ໃໝ່ຢູ່ກົມເສນາພະລາ ກົມໃຫຍ່ພະລາທິການກອງທັບ.
ໂອກາດດັ່ງກ່າວ ສະຫາຍ ພົນ ໂທ ປອ ທອງລອຍ ສີລິວົງ ໄດ້ ໃຫ້ກຽດໂອ້ລົມຕໍ່ນາຍທະຫານທີ່ ໄດ້ຮັບການແຕ່ງຕັ້ງມອບໝາຍ ໜ້າທີ່ໃໝ່ໃນຄັ້ງນີ້ວ່າ: ການປະ ກາດການປັບປຸງການຈັດຕັ້ງ ແມ່ນຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານໃນໄລຍະ ໃໝ່ ແລະ ເປັນການມອບໝາຍ ໜ້າທີ່ອັນສຳຄັນຂອງຄະນະນຳ ກະຊວງປ້ອງກັນປະເທດ ທີ່ໃຫ້ ຄວາມໄວ້ເນື້ອເຊື່ອໃຈດັ່ງນັ້ນຈົ່ງ ສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ການ ເມືອງທີ່ຂັ້ນເທິງມອບໝາຍໃຫ້ ດ້ວຍຄວາມຮັບຜິດຊອບສູງ ໂດຍ ການເພີ່ມທະວີບົດບາດຂອງຕົນ ຢ່າງຕັ້ງໜ້າ ແລະ ເປັນແບບຢ່າງ ທີ່ດີ ຊີ້ນຳ-ນຳພາສຶກສາອົບຮົມ ໃຫ້ພະນັກງານ-ນັກຮົບໃນກົມ ກອງໃຫ້ມີຄວາມອຸ່ນອຽນທຸ່ນ ທ່ຽງ ເພື່ອສືບຕໍ່ພັດທະນາກົມ ກອງໃຫ້ມີຄວາມຈະເລີນກ້າວ ໜ້າ ແລະ ຂະຫຍາຍຕົວຂຶ້ນ ເລື້ອຍໆ.
ຂ່າວ: ນາງ ທອງສີ ຈັນທະລັງສີ
ພາບ: ດາວຽງ ຫຼວງສິດທິເດດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















