ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫະລັດອາເມຣິກາ ແລະ ສປປ ລາວ ຈັດກອງປະຊຸມປຶກສາຫາລືວຽກງານປ້ອງກັນຊາດ
ເວລາອອກຂ່າວ: 2019-12-11 09:18:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ໃນວັນທີ 5 ທັນວາ 2019 ນີ້, ທ່ານ ນາງ ຣີນາ ບິດເຕີ, ເອກ ອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳ ສປປ ລາວ ແລະ ເຈົ້າ ໜ້າທີ່ອາວຸໂສຈາກສູນບັນຊາການກອງທັບສະຫະລັດອາເມ ຣິກາປະຈຳພາກພື້ນອີນໂດ-ປາ ຊິຟິກ (USINDOPACOM) ໄດ້ພົບປະກັບເຈົ້າໜ້າທີ່ອາວຸໂສຈາກກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃນການປຶກສາ ຫາລືວຽກງານປ້ອງກັນຊາດ ສອງຝ່າຍ (BDD) ຄັ້ງທີ 14. ໂດຍການເປັນເຈົ້າພາບ ຂອງ ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ, ຫົວໜ້າກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ , ໃນກອງປະຊຸມປຶກ ສາຫາລື ເຊິ່ງໄດ້ຈັດຂຶ້ນຢູ່ທີ່ນະ ຄອນຫຼວງວຽງຈັນ. ທ່ານ ພົນຕີ ຊູຊານ ວາເຣສລູມ, ຜູ້ຊ່ວຍກອງກໍາລັງພົນສູນບັນຊາ ການກອງທັບສະຫະລັດ ອາເມຣິ ກາປະຈຳພາກພື້ນອິນໂດ-ປາ ຊີຟິກ, ເຊິ່ງເປັນເຈົ້າໜ້າທີ່ທະຫານ ອາວຸໂສຂອງກອງທັບສະຫະ ລັດອາເມຣິກາ ກໍໄດ້ເຂົ້າຮ່ວມ ກອງປະຊຸມປຶກສາຫາລືໃນຄັ້ງ ນີ້. ທ່ານ ພົນຈັດຕະວາ ແກ່ນຈັນ ແລະ ພົນຕີ ຊູຊານ ວາເຣສລູມ ກໍໄດ້ນຳພາຄະນະຜູ້ແທນຂອງ ທັງສອງຝ່າຍເຂົ້າຮ່ວມກອງປະ ຊຸມປຶກສາຫາລືວຽກງານ ປ້ອງ ກັນຊາດໃນປີທີ່ຜ່ານມາທີ່ໄດ້ຈັດ ຂຶ້ນນຢູ່ລັດຮາວາຍ.ບັນດາຜູ້ ຕາງໜ້າຈາກກະຊວງການຕ່າງ ປະເທດຂອງລາວ ແລະ ໜ່ວຍ ງານສາທາລະນະສຸກ ແລະ ພາກ ສ່ວນທະຫານຂອງສະຫະລັດກໍ ໄດ້ເຂົ້າຮ່ວມໃນກອງປະຊຸມດັ່ງ ກ່າວ ໂດຍມີ ທ່ານເອກອັກຄະ ລັດຖະທູດ ບິດເຕີ ເປັນຜູ້ກ່າວເປີດກອງປະຊຸມປຶກສາຫາລືດັ່ງກ່າວ. ເປົ້າໝາຍຂອງການປຶກສາຫາລືວຽກງານປ້ອງກັນຊາດສອງຝ່າຍແມ່ນເພື່ອພັດທະນາ ແລະ ປັບປຸງການຮ່ວມມືໃນຂົງ ເຂດວຽກງານປ້ອງກັນຊາດຮ່ວມ ກັນຕໍ່ບັນດາໂຄງການຕ່າງໆ ແລະ ເຮັດໃຫ້ມີການເສີມຂະຫຍາຍ ສາຍພົວພັນລະຫວ່າງກຳລັງປ້ອງ ກັນຊາດ, ສົ່ງເສີມການຮ່ວມມື ທາງການທະຫານໃນພາກພື້ນ ລວມເຖິງຜົນປະໂຫຍດຮ່ວມກັນ ຂອງສອງປະເທດ. ການປຶກສາ ຫາລືວຽກງານປ້ອງກັນຊາດ ສອງຝ່າຍໃນປີນີ້ ແມ່ນໄດ້ສຸມໃສ່ ການເສີມຂະຫຍາຍການເປັນຄູ່ ຮ່ວມມືກັນ ໃນຂົງເຂດວຽກງານ ດ້ານສາທາລະນະສຸກ ແລະ ວຽກ ງານດ້ານເສນາຮັກ, ກໍຄືການປະຕິບັດວຽກຮ່ວມກັນລະຫວ່າງທະຫານ ແລະ ພົນລະເຮືອນ ເຊັ່ນ: ການເກັບກູ້ລະເບີດທີ່ຍັງບໍ່ທັນ ແຕກ ແລະ ການຊ່ວຍເຫຼືອບັນ ເທົາທຸກຈາກໄພພິບັດ. ສືບຕໍ່ ປຶກສາຫາລືກ່ຽວກັບໂອກາດໃນ ການເຝິກອົບຮົມ ແລະ ການສຶກ ສາຮ່ວມກັນໃນປີນີ້ ໂດຍມີເປົ້າໝາຍເພື່ອຂະຫຍາຍການສຶກສາດ້ານວິຊາຊີບການທະຫານ ແລະ ການເຝິກອົບຮົມພາສາອັງກິດ - ເຊິ່ງຈະຊ່ວຍໃຫ້ການທະຫານ ຂອງລາວ ເຊື່ອມໂຍງເຂົ້າກັບບັນ ດາຄູ່ຮ່ວມມືອາຊຽນ ແລະ ຈະ ອຳນວຍຄວາມສະດວກໃຫ້ແກ່ ວຽກງານຂອງກະຊວງປ້ອງກັນປະເທດຂອງລາວ ໃນການເຂົ້າ ຮ່ວມກອງປະຊຸມຕ່າງໆໃນລະດັບ ພາກພື້ນກໍຄືໃນລະດັບສູງ. ພ້ອມດຽວກັນນີ້, ສະຫະລັດ ອາເມຣິກາ ຍັງໄດ້ປະຕິບັດວຽກ ຮ່ວມກັບລັດຖະບານກໍຄືປະຊາ ຊົນລາວ ເພື່ອໃຫ້ບັນລຸເປົ້າໝາຍ ທາງຍຸດທະສາດ ແລະ ບັນລຸເປົ້າ ໝາຍລວມຂອງ ສປປ ລາວ - ເພື່ອສະໜັບສະໜູນໃຫ້ ສປປ ລາວ ໃນການພັດທະນາໃຫ້ກາຍ ເປັນປະເທດທີ່ຮັ່ງມີ, ເຂັ້ມແຂງ ແລະ ເປັນສະມາຊິກທີ່ສຳຄັນຂອງ ອາຊຽນ. ການຮ່ວມມືດ້ານຄວາມ ໝັ້ນຄົງລະຫວ່າງສອງປະເທດ ໂດຍການລວມເອົາການຊ່ວຍ ເຫືຼອດ້ານມະນຸດສະທຳ, ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຄວາມໝັ້ນຄົງ, ດ້ານການສຶກສາ, ດ້ານສາທາລະນະສຸກ ແລະ ໂພ ຊະນາການ, ດ້ານການຄ້າ ແລະ ການລົງທຶນ, ດ້ານລັດແຫ່ງກົດ ໝາຍ, ດ້ານການຄຸ້ມຄອງນໍ້າ, ແລະ ສະພາບແວດລ້ອມທີ່ຍືນຍົງ ໃນທົ່ວ ສປປ ລາວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ