ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສສຊ ຮັບຮອງເອົາກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ (ປັບປຸງ)
ເວລາອອກຂ່າວ: 2019-12-06 12:46:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 72 | ຄວາມນິຍົມ:



ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 4 ທັນວາ 2019 ນີ້, ໂດຍພາຍໃຕ້ການ ເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ແລະ ບັນດາ ສສຊ ຈາກເຂດເລືອກຕ່າງໆເຂົ້າຮ່ວມ. ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງແຜນການ ແລະ ການລົງທຶນໄດ້ຂຶ້ນຜ່ານກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ (ປັບປຸງ) ກ່ຽວກັບການປັບປຸງ ເນື້ອໃນມາດຕາ 12 ແລະ 17 ຂອງກົດໝາຍວ່າດ້ວຍອາກອນ ມູນຄ່າເພີ່ມສະບັບປັບປຸງປີ 2018, ໃນປີ 2016 ເຊິ່ງປະ ກອບ ມີ 109 ມາດຕາ ໂດຍມີ ຈຸດປະສົງກໍານົດຫຼັກການ, ລະ ບຽບການ ແລະ ມາດຕະການ ກຽວກັບການສົ່ງເສີມ, ຄຸ້ມຄອງ ການລົງທຶນພາຍໃນ ແລະ ຕ່າງ ປະເທດເພື່ອເຮັດໃຫ້ການລົງທຶນ ມີຄວາມສະດວກ, ວ່ອງໄວໂປ່ງ ໃສ, ຖືກຕ້ອງ ແລະ ໄດ້ຮັບການ ປົກປ້ອງດ້ານຕ່າງໆຈາກລັດ ແນໃສ່ຮັບປະກັນສິດ ແລະ ຜົນ ປະໂຫຍດຂອງຜູ້ລົງທຶນ, ຂອງ ລັດ, ຂອງລວມໝູ່, ຂອງປະຊາ ຊົນສາມາດເຊື່ອມໂຍງກັບເສດ ຖະກິດ-ສັງຄົມແຫ່ງຊາດ ໃຫ້ ຂະຫຍາຍຕົວຢ່າງຕໍ່ເນື່ອງຕາມ ທິດສີຂຽວ ແລະ ຍືນຍົງ. ການ ປັບປຸງມາດຕາ 12 ຂອງກົດ ໝາຍວ່າດ້ວຍການລົງສົ່ງເສີມ ການລົງທຶນຄັ້ງນີ້ ຈະສາມາດ ສ້າງຄວາມສອດຄ່ອງລະຫວ່າງ ສອງກົດໝາຍ ກໍຄືຫຼັກການທົ່ວ ໄປຂອງສາກົນທາງດ້ານອາກອນ ມູນຄ່າເພີ່ມ ແລະ ເຮັດໃຫ້ສາ ມາດຈັດຕັ້ງປະຕິບັດໄດ້ງ່າຍຂຶ້ນ, ແຕ່ເຖິງຢ່າງໃດກໍຕາມການປັບ ປຸງຄັ້ງນີ້ຍັງບໍ່ທັນສາມາດຕອບ ໂຈດ, ການແກ້ໄຂບັນຫາການສູນ ເສຍລາຍຮັບຂອງລັດຖະບານ ຈາກການນໍາໃຊ້ຊັບພະຍາກອນ ທໍາມະຊາດໄດ້ຢ່າງແທ້ຈິງ. ເຊິ່ງ ມີຄວາມຈໍາເປັນຕ້ອງໄດ້ຮີບ ຮ້ອນສືບຕໍ່ສຶກສາຄົ້ນຄວ້າທົບ ທວນນະໂຍບາຍດ້ານພາສີ-ອາ ກອນ ຕໍ່ການນໍາໃຊ້ຊັບພະຍາ ກອນທໍາມະຊາດຢ່າງລະອຽດຖີ ຖ້ວນຢ່າງມີວິທະຍາສາດ ພ້ອມ ທັງປັບປຸງນິຕິກໍາທີ່ກ່ຽວຂ້ອງ ອື່ນໆໃຫ້ໄວເທົ່າທີ່ຈະໄວ້ໄດ້ ເພື່ອ ຮັກສາຜົນປະໂຫຍດຂອງວົງ ສາຄະລາຍາດ ກໍຄືຂອງລັດຖະ ບານຈາກການນໍາໃຊ້ຊັບພະຍາ ກອນທໍາມະຊາດທີ່ມີຄ່າທີ່ບໍ່ສາ ມາດທົດແທນຄືນໄດ້ໃຫ້ມີຜົນ ປະໂຫຍດສູງສຸດ ໂດຍການພິ ຈາລະນາທົບທວນປັບປຸງນະໂຍ ບາຍທີ່ມີຄ່າຊັບພະຍາກອນທໍາ ມະຊາດ (ເຊິ່ງຕ້ອງເກັບຈາກ ການຂຸດຄົ້ນຊັບພະຍາກອນທໍາ ມະຊາດ ໂດຍບໍ່ຂຶ້ນກັບວ່າຈະ ມີການສົ່ງອອກ ຫຼື (ພາສີຊັບ ພະຍາກອນທໍາມະຊາດທີ່ຕ້ອງ ເກັບເມື່ອມີການສົ່ງອອກ); ອາກອນມູນຄ່າເພີ່ມໃນອັດຕາ ທີ່ເໝາະສົມຕາມແຕ່ປະເພດຊັບ ພະຍາກອນທໍາມະຊາດ (ເຊິ່ງ ບາງປະເທດກໍນໍາໃຊ້ເວລາມີ ການສົ່ງອອກ); ຫຼື ໂດຍການ ນໍາໃຊ້ນະໂຍບາຍອື່ນທີ່ເຫັນວ່າ ມີຄວາມເໝາະສົມທີ່ສຸດທີ່ຈະ ສາມາດນໍາຜົນປະໂຫຍດສູງສຸດ ແລະ ເປັນທໍາ ແກ່ລັດຖະບານ ແລະ ນັກລົງທຶນ ບົນພື້ນຖານ ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຮັບປະກັນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ ຕາມທິດຍືນຍົງ ແລະ ສີຂຽວ ທັງໃນໄລຍະສັ້ນ ແລະ ໄລຍະ ຍາວຂອງລັດຖະບານ, ເພື່ອນຳພາ ປະເທດຊາດຫຼຸດພົ້ນຈາກຄວາມ ທຸກຍາກຢ່າງເປັນຮູບປະທໍາ. ຫຼັງຈາກນັ້ນ, ບັນດາ ສສຊ ກໍ ໄດ້ປະກອບຄໍາຄິດເຫັນຕໍ່ກົດໝາຍ ສະບັບນີ້ຢ່າງກົງໄປກົງມາ ແລະ ສ້າງສັນ, ປະທານກອງປະຊຸມ ໄດ້ສະຫຼຸບສັງລວມຄໍາຄິດເຫັນ ຕ່າງໆ ແລະ ສະເໜີໃຫ້ບັນ ສສຊ ລົງຄະແນນສຽງ ແລະ ຮັບຮອງ ເອົາກົດໝາຍວ່າການລົງທຶນ (ປັບປຸງ) ດ້ວຍຄະແນນສຽງ ສວນຫຼາຍ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ