ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮມຊຸມນຸມລະນຶກວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 16 ປີ
ເວລາອອກຂ່າວ: 2019-12-06 12:43:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 29 | ຄວາມນິຍົມ:



ໃນວັນທີ 5 ທັນວາ 2019 ອົງການກວດກາລັດຖະບານ- ອົງການຕ້ານການສໍ້ລາດບັງ ຫຼວງຂັ້ນສູນກາງ ໄດ້ຈັດຕັ້ງພິທີ ໂຮມຊຸມນຸມລະນຶກວັນຕ້ານການ ສໍ້ລາດບັງຫຼວງສາກົນ 9 ທັນ ວາ, ຄົບຮອບ 16 ປີ ( 9 ທັນວາ 2003-2019) ຢູ່ນະຄອນຫຼວງ ວຽງຈັນ, ໂດຍມີ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນ ຕີ, ປະທານອົງການກວດກາລັດ ຖະບານ, ຫົວໜ້າອົງການຕ້ານ ການສໍ້ລາດບັງຫຼວງຂັ້ນສູນກາງ, ມີຜູ້ຕາງໜ້າຈາກບັນດາສະຖານ ທູດຕ່າງປະເທດປະຈໍາ ສປປ ລາວ, ຕາງໜ້າອົງການຈັດຕັ້ງສາກົນ, ນ້ອງນັກຮຽນ-ນັກສຶກສາຈາກ ສະຖາບັນການຮຽນຕ່າງໆ, ພ້ອມດ້ວຍພະນັກງານຫຼັກແຫຼ່ງແລະ ພະນັກງານວິຊາການຂອງ ອົງການກວດກາລັດຖະບານ, ອົງການຕ້ານການສໍ້ລາດບັງ ຫຼວງຂັ້ນສູນກາງເຂົ້າຮ່ວມ. ທ່ານ ບຸນທອງ ຈິດມະນີ ໄດ້ ຂຶ້ນກ່າວຄໍາປາໄສ, ໂດຍຍົກໃຫ້ ເຫັນເຖິງໄພອັນຕະລາຍຂອງ ການສໍ້ລາດບັງຫຼວງ ເຊິ່ງການ ສໍ້ລາດບັງຫຼວງແມ່ນສະພາບ ຫຍໍ້ທໍ້ໜຶ່ງໃນກົງຈັກການຈັດຕັ້ງ, ເປັນໄພອັນຕະລາຍທີ່ສົ່ງຜົນ ກະທົບ ແລະ ກົດໜ່ວງຖ່ວງດຶງ ການພັດທະນາເສດຖະກິດ-ສັງ ຄົມຂອງແຕ່ລະປະເທດໃນໂລກ ບໍ່ວ່າຈະເປັນປະເທດນ້ອຍ ຫຼື ໃຫຍ່, ທຸກຍາກ ຫຼື ພັດທະນາ ແລ້ວ ກໍລ້ວນແຕ່ມີຜົນກະທົບ ຈາກການສໍ້ລາດບັງຫຼວງເຊັ່ນ ດຽວກັນ, ເຊິ່ງເປັນໄພຂົ່ມຂູ່ ເຖິງຄວາມມີສະຖຽນລະພາບ ຂອງການຈັດຕັ້ງທັງພາກລັດ ແລະ ເອກະຊົນ, ກໍ່ໃຫ້ເກີດມີ ຄວາມບໍ່ສະຫງົບ, ຄວາມບໍ່ຍຸຕິ ທໍາໃນສັງຄົມ ເປັນການບັ່ນ ທອນກໍາລັງແຮງ ກໍຄືຄວາມເຊື່ອ ໝັ້ນ ແລະ ຄ່ານິຍົມຂອງສັງຄົມ ຕໍ່ສະຖາບັນການປົກຄອງ ແລະ ການຈັດຕັ້ງຕ່າງໆທັງພາກລັດ ແລະ ເອກະຊົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ