ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ອວຍພອນກົມວິທະຍາສາດ-ປະຫວັດສາດການທະຫານ
ເວລາອອກຂ່າວ: 2019-11-29 09:31:27 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 40 | ຄວາມນິຍົມ:



ວັນທີ 27 ພະຈິກ ນີ້, ຫ້ອງ ການທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມປະຈຳລາວ, ເຊິ່ງນຳໂດຍ ສະຫາຍ ພັນໂທ ຫງວຽນມິງຮ້າຍ ຮອງທີ່ປຶກ ສາທູດປ້ອງກັນຊາດ ສສ ຫວຽດ ນາມ ພ້ອມຄະນະໄດ້ນຳເອົາກະ ຕ່າຂອງຂວັນເຂົ້າອວຍພອນກົມ ວິທະຍາສາດ-ປະຫວັດສາດການ ທະຫານ ເນື່ອງໃນໂອກາດວັນ ຊາດທີ 2 ທັນວາ ຄົບຮອບ 44 ປີ. ຕ້ອນຮັບການເຂົ້າອວຍພອນ ໃນຄັ້ງນີ້ ໂດຍ ສະຫາຍ ພົນຈັດ ຕະວາ ວຽງໄຊ ສົມວິຈິດ ຫົວ ໜ້າກົມວິທະຍາສາດ-ປະຫວັດ ສາດການທະຫານ ເຊິ່ງ ສະຫາຍ ໄດ້ສະແດງຄວາມຂອບໃຈຕໍ່ ຫ້ອງການທີ່ປຶກສາທູດປ້ອງກັນ ຊາດ ສສ ຫວຽດນາມທີ່ຍາມ ໃດກໍເປັນຫ່ວງເປັນໄຍເຫັນໄດ້ ຄວາມໝາຍຄວາມສຳຄັນຕໍ່ ສາຍພົວພັນບໍ່ວ່າຈະເປັນວັນຊາດ ແລະ ວັນອືີ່ນ, ທາງປະຫວັດ ສາດຂອງຊາດຂອງກອງທັບກໍ ໄດ້ຮັບການພົວພັນຮ່ວມມືຊ່ວຍ ເຫຼືອເຊິ່ງກັນ ແລະ ກັນຊ່ວຍ ປະກອບສ່ວນໃຫ້ສາຍພົວ ພັນ ຮ່ວມມືສອງກອງທັບ ໂດຍສະ ເພາະຂອບເຂດວຽກງານວິ ທະຍາສາດ-ປະຫວັດສາດການ ທະຫານລະຫວ່າງກອງທັບປະ ຊາຊົນລາວ ແລະ 4 ອົງການ ກ່ຽວຂ້ອງຂອງກະຊວງປ້ອງກັນ ປະເທດ ສສ ຫວຽດນາມໄດ້ມີ ທ່າກ້າວຂະຫຍາຍຕົວດີ ແລະ ຍິ່ງຈະໄດ້ມີການພົວພັນຮ່ວມມື ກັນຫຼາຍຂຶ້ນ. ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນ ວັນທີ 26 ພະຈິກນີ້ ຕົວແທນທີ່ ປຶກສາທູດ ປ້ອງກັນຊາດ ສສ ຫວຽດນາມກໍໄດ້ເຂົ້າອວຍ ພອນວິິທະຍາຄານການແພດ ກອງທັບເຊັ່ນດຽວກັນ. ໂດຍ: ສອນໄຊ ສຸກສິງຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ