ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານ ພົນຕີ ປະສິດ ທ່ຽງທຳ ສຳເລັດການເຂົ້າຮ່ວມກອງປະຊຸມຜູ້ບັນຊາການທັບເຮືອອາຊຽນ ຄັ້ງທີ 13
ເວລາອອກຂ່າວ: 2019-11-29 09:28:42 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 42 | ຄວາມນິຍົມ:



ໃນລະຫວ່າງ 25-28 ພະຈິກ 2019 ນີ້, ທ່ານ ພົນຕີ ປະສິດ ທ່ຽງທຳ, ຮອງຫົວ ໜ້າກົມໃຫຍ່ເສນາທິການກອງທັບ ໄດ້ເດີນທາງໄປເຂົ້າຮ່ວມ ກອງປະຊຸມຜູ້ບັນຊາການທັບເຮືອອາຊຽນ ຄັ້ງທີ 13 ທີ່ນະຄອນຊຽບຣຽບ, ຣາຊະອານາຈັກກຳປູເຈຍ. ໂດຍການເປັນປະທານຂອງ ພົນເຮືອເອກ ເຕຍ ວີງ, ຮອງຜູ້ບັນຊາການທະຫານ ສູງສຸດ ແລະ ທັງເປັນຜູ້ບັນຊາ ການທັບເຮືອຂອງຣາຊາອະນາ ຈັກກຳປູເຈຍ, ໂດຍມີຜູ້ບັນຊາ ການທັບເຮືອ ຈາກ 9 ປະເທດ ສະມາຊິກອາຊຽນເຂົ້າຮ່ວມ ເຊັ່ນ: ບຣູໄນ, ກຳປູເຈຍ, ອິນໂດ ເນເຊຍ, ມາເລເຊຍ, ມຽນມາ, ຟີ ລິບປິນ, ສີງກະໂປ, ໄທ ແລະ ຫວຽດນາມ, ສຳລັບ ສປປ ລາວ, ເຖິງວ່າຈະບໍ່ມີທະເລກໍຖືກ ເຊີນເຂົ້າຮ່ວມໃນນາມປະເທດ ສະມາຊິກອາຊຽນ ແລະ ເປັນ ປະເທດມີທາງເຊື່ອມສູ່ທະເລ. ໃນກອງປະຊຸມເທື່ອນີ້, ບັນ ດາຜູ້ບັນຊາການທັບເຮືອອາຊຽນ ໄດ້ປຶກສາຫາລື ແລະ ແລກປ່ຽນ ທັດສະນະ ໃນຫົວຂໍ້" ເພີ່ມທະ ວີການຮ່ວມມືຂອງທັບເຮືອອາ ຊຽນ ເພື່ອຄວາມໝັ້ນຄົງທີ່ຍືນ ຍົງໃນທະເລ", ເຊິ່ງໃນນີ້, ບັນດາ ຜູ້ບັນຊາການທັບເຮືອອາຊຽນໄດ້ ຍົກໃຫ້ເຫັນເຖິງສະພາບດ້ານຕັ້ງ ໜ້າ ແລະ ເປັນສິ່ງທ້າທາຍຕໍ່ອາ ຊຽນ ໂດຍລວມ ແລະ ໂດຍສະ ເພາະແມ່ນໃນທະເລຂອງອາຊຽນ. ສະພາບຄວາມບໍ່ສະຫງົບ ໃນທະເລ ທີ່ທັບເຮືອອາຊຽນ ກຳລັງປະເຊີນໜ້າຢູ່ໃນເວລານີ້ ກໍມີເຊັ່ນ: ການກໍ່ການຮ້າຍ, ການປຸ້ນກໍາປັ່ນໃນທະເລ, ການ ຄ້າມະນຸດຜ່ານທະເລ, ການກ່າວ ອ້າງກຳມະສິດໃນທະເລ, ການ ຫາປາເຖື່ອນ, ການຄ້າເຖື່ອນ, ຢາເສບຕິດ, ການລະເມີດນ່ານ ນໍ້າທະເລ, ອຸປະຕິເຫດທາງເລ ແລະ ອື່ນໆ, ເຊິ່ງທັບເຮືອອາ ຊຽນເຫັນວ່າ: ທັບເຮືອອາຊຽນ ຄວນຮ່ວມມືກັນຢ່າງໃກ້ສິດ ເພື່ອຮັບມືບັນຫາດັ່ງກ່າວ ໂດຍ ຮຽກຮ້ອງໃຫ້ມີກົນໄກການຮ່ວມ ມືແບບສອງຝ່າຍ ແລະ ຫຼາຍ ຝ່າຍ, ເພີ່ມທະວີກົນໄກການປະ ສານງານ, ແລກປ່ຽນຂໍ້ມູນຂ່າວ ສານ, ແລກປ່ຽນຢ້ຽມຢາມ, ແລກປ່ຽນນາຍທະຫານເຮືອ, ການຫັດແອບ ແລະ ເຝິກຊ້ອມ ຮ່ວມກັນແບບສອງຝ່າຍ ແລະ ຫຼາຍຝ່າຍ. ທ່ານ ພົນຕີ ປະສິດ ທ່ຽງທຳ ໄດ້ກ່າວຕໍ່ກອງປະຊຸມວ່າ: ເຖິງ ວ່າ: ສປປ ລາວ ຈະບໍ່ມີທະເລກໍ ຕາມ, ແຕ່ ສປປ ລາວ ກໍເຫັນໄດ້ ເຖິງຄວາມສຳຄັນຂອງທະເລຕໍ່ ກັບການພັດທະນາເສດຖະກິດ- ສັງຄົມຢູ່ໃນພາກພື້ນ, ໂດຍສະ ເພາະແມ່ນການຄ້າ ແລະ ຄົມ ມະນາຄົມທາງທະເລ. ສະນັ້ນ, ສປປ ລາວ ຈຶ່ງໄດ້ຫັນຕົວເອງ ຈາກພາວະປະເທດທີ່ບໍ່ມີທະເລ ໃຫ້ກາຍເປັນປະເທດເຊື່ອມຕໍ່ ສູ່ທະເລ ດ້ວຍການສ້າງພື້ນຖານ ໂຄງລ່າງແຫ່ງຊາດເຊັ່ນ: ທາງ ລົດ ແລະ ທາງລົດໄຟເພື່ອເຊື່ອມ ຕໍ່ກັບປະເທດອ້ອມຂ້າງຂອງ ສປປ ລາວ ເພື່ອອອກສູ່ທະເລ ເພື່ອສະໜັບສະໜູນການພັດທະ ນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ນີ້ຄືການປະກອບ ສ່ວນຂອງ ສປປ ລາວ ເຂົ້າໃນ ການຈັດຕັ້ງຜັນຂະຫຍາຍໂຄງ ການເຊື່ອມຈອດຂອງອາຊຽນ ໄປຄຽງຄູ່ກັນນີ້, ສປປ ລາວ ກໍເຫັນວ່າ: ວຽກງານຄວາມໝັ້ນ ຄົງ, ຄວາມສະຫງົບ, ປອດໄພ, ສະຖຽນລະພາບ ແລະ ການພັດ ທະນາ, ບໍ່ວ່າຢູ່ທາງທະເລ, ທາງ ບົກ, ທາງອາກາດ, ປະເທດມີ ທະເລ ຫຼື ບໍ່ມີທະເລ ແມ່ນມີ ສ່ວນກ່ຽວພັນເຊິ່ງກັນ ແລະ ກັນ. ສະນັ້ນ, ການປົກປັກຮັກສາສັນ ຕິພາບທີ່ເປັນປັດໄຈຂອງການ ເອື້ອອຳນວຍໃຫ້ແກ່ການພັດ ທະນາ, ເຊື່ອມໂຍງເສດຖະກິດ ແລະ ຕະຫຼາດຂອງອາຊຽນຈຶ່ງ ເປັນໜ້າທີ່ສຳຄັນຂອງທຸກພາກ ສ່ວນ, ທຸກປະເທດ; ເຊິ່ງກອງ ທັບປະຊາຊົນລາວ ພ້ອມແລ້ວ ທີ່ຈະໃຫ້ການຮ່ວມກັບທັບເຮືອ ຂອງປະເທດສະມາຊິກອາຊຽນ ຕາມເງື່ອນໄຂ ແລະ ຄວາມສາ ມາດຕົວຈິງຂອງຕົນ, ປະກອບ ສ່ວນເຂົ້າໃນການປົກປັກຮັກສາ ສັນຕິພາບ ແລະ ການພັດທະນາ ຂອງພາກພື້ນອາຊຽນ. ກອງປະຊຸມຜູ້ບັນຊາການທັບ ເຮືອອາຊຽນໄດ້ຮັບການສ້າງຕັ້ງ ຂຶ້ນໃນປີ 2001 ທີ່ບາງກອກ, ປະເທດໄທ; ເຊິ່ງໃນເວລານັ້ນ ເປັນພຽງການພົບປະເພື່ອທຳ ຄວາມຮູ້ຈັກ, ຄວາມເຂົ້າໃຈເຊິ່ງ ກັນ ແລະ ກັນເທົ່ານັ້ນ. ຫຼັງຈາກ ນັ້ນມາ, ການປະຊຸມ ແລະ ການ ຮ່ວມມືຂອງທັບເຮືອອາຊຽນກໍ ໄດ້ຮັບການປັບປຸງ ແລະ ພັດ ທະນາມາຢ່າງຕໍ່ເນື່ອງ ໂດຍມີ ການຜັດ ປ່ຽນກັນເປັນເຈົ້າພາບ ຈັດກອງປະຊຸມປະຈຳປີ ແລະ ກິດຈະກຳຕ່າງໆ ພາຍໃນທະ ຫານເຮືອອາຊຽນ. ສຳລັບ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມ ຜູ້ບັນຊາການທັບເຮືອອາຊຽນ ຢ່າງເປັນທາງການໃນປີ 2017, ເຊິ່ງກ່ອນໜ້ານີ້, ມີພຽງແຕ່ເຂົ້າ ຮ່ວມສັງເກດການເທົ່ານັ້ນ. ພາຍ ຫຼັງເຫັນວ່າ: ກອງປະຊຸມນີ້, ມີຄວາມສຳຄັນຕໍ່ການປົກປັກຮັກ ສາສັນຕິພາບ ແລະ ຄວາມໝັ້ນ ຄົງຂອງພາກພື້ນ, ເພື່ອສ້າງເງື່ອນ ໄຂຢູ່ພາຍນອກ ເພື່ອເອື້ອອຳນວຍ ໃຫ້ແກ່ການພັດທະນາເສດຖະ ກິດ- ສັງຄົມຂອງ ສປປ ລາວ, ກອງ ທັບປະຊາຊົນລາວ ຈຶ່ງສືບຕໍ່ເຂົ້າ ຮ່ວມກອງປະຊຸມນີ້ເປັນປົກກະຕິ. ປັດຈຸບັນ, ກອງປະຊຸມຜູ້ບັນຊາ ການທັບເຮືອອາຊຽນໄດ້ກາຍ ເປັນພາກສ່ວນໜຶ່ງຂອງອົງປະ ກອບຂອງເສົາຄໍ້າປະຊາຄົມ ການເມືອງ-ຄວາມໝັ້ນຄົງອາ ຊຽນ ເພື່ອເຮັດໃຫ້ພາກພື້ນອາ ຊຽນມີຄວາມໝັ້ນຄົງ, ສະຖຽນ ລະພາບ ແລະ ການພັດທະນາ. ໃນປີໜ້າ ສສ ຫວຽດນາມ, ໃນນາມປະທານອາຊຽນ ປີ 2020, ທັບເຮືອປະຊາຊົນຫວຽດ ນາມ ຈະເປັນເຈົ້າພາບຈັດກອງ ປະຊຸມຜູ້ບັນຊາການທັບເຮືອອາ ຊຽນຄັ້ງທີ 14 ທ່າມກາງການ ສະເຫຼີມສະຫຼອງວັນທັບເຮືອປະ ຊາຊົນຫວຽດນາມຄົບຮອບ 65 ປີ. ຫຼັງຈາກນັ້ນ, ກໍຈະຈັດກອງ ປະຊຸມສາກົນກ່ຽວກັບທະເລ, ການເຝິກຊ້ອມຂອງທັບເຮືອ ຫຼາຍຝ່າຍ. ນອກຈາກການເຂົ້າຮ່ວມກອງ ປະຊຸມແລ້ວ, ທ່ານ ພົນຕີ ປະສິດ ທ່ຽງທຳ ຍັງໄດ້ເຂົ້າຮ່ວມຂະ ບວນຂອງຜູ້ບັນຊາການທັບ ເຮືອອາຊຽນ ເຂົ້າຢ້ຽມຂໍ່ານັບ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີປ້ອງກັນປະເທດ, ປະ ທານຄະນະກຳມະການຄວາມ ໝັ້ນຄົງທາງທະເລຂອງຣາຊະ ອານາຈັກກຳປູເຈຍ, ທ່ານ ພົນ ເອກ ເຕຍບັນ; ພົບປະສອງ ຝ່າຍກັບເຈົ້າພາບກອງປະຊຸມ ທ່ານ ພົນເຮືອເອກ ເຕຍ ວິງ, ຮອງຜູ້ບັນຊາການທະຫານສູງ ສຸດ, ຜູ້ບັນຊາການທັບເຮືອຣາ ຊະອານາຈັກກຳປູເຈຍ, ພົບປະ ກັບຜູ້ບັນຊາການທັບເຮືອມາເລເຊຍ ເພື່ອປຶກສາຫາລືບັນຫາທີ່ ຕ່າງຝ່າຍຕ່າງມີຄວາມສົນໃຈ ນຳກັນ, ເຂົ້າຮ່ວມທ່ຽວຊົມສະ ຖານທີ່ທ່ອງທ່ຽວທາງປະຫວັດ ສາດ ແລະ ວັດທະນະທຳ ຂອງ ນະຄອນຊຽບຣຽບ. ໂດຍ: ຄໍາຄ່ອງ ອິນທິລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ