ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສສຊ ຮັບຮອງກົດໝາຍ ວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ
ເວລາອອກຂ່າວ: 2019-11-27 09:04:02 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 39 | ຄວາມນິຍົມ:



ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 26 ພະຈິກ ນີ້, ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແລະ ພາຍຫຼັງທີ່ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາໄດ້ ສະເໜີຮ່າງກົດໝາຍວ່າດ້ວຍ ການລົ້ມລະລາຍຂອງວິສາຫະ ກິດໃນເທື່ອນີ້ຖືວ່າເປັນການ ປັບປຸງໃຫຍ່ນັບແຕ່ຊື່ກົດໝາຍ, ໂຄງປະກອບຂອງຮ່າງກົດໝາຍ ຈາກ 9 ໝວດ 56 ມາດຕາ ມາ ເປັນ 11 ພາກ ແລະ ມີທັງໝົດ 103 ມາດຕາ, ໃນນັ້ນປັບປຸງ 35 ມາດຕາ ແລະ ເພີ່ມໃໝ່ 68 ມາດຕາ. ທ່ານ ໄຊສີ ສັນຕິວົງ ລັດຖະ ມົນຕີກະຊວງຍຸຕິທໍາໄດ້ກ່າວ ວ່າ: ກົດໝາຍວ່າດ້ວຍການລົ້ມ ລະລາຍວິສາຫະກິດເປັນກົດ ໝາຍໜຶ່ງທີ່ມີຄວາມສໍາຄັນ, ເປັນກົດໝາຍທີ່ນໍາໃຊ້ສໍາລັບ ວິສາຫະກິດທີ່ມີຄວາມຫຍຸ້ງຍາກ ທາງດ້ານການເງິນ ແລະ ບໍ່ ສາມາດຊໍາລະໜີ້ ເຊິ່ງເອີ້ນວ່າ ວິສາຫະກິດທີ່ຢູ່ໃນພາວະລົ້ມລະ ລາຍ. ເນື່ອງຈາກວ່າໃນຂະບວນ ວິວັດຂອງການເຄື່ອນໄຫວດໍາ ເນີນທຸລະກິດຂອງວິສາຫະກິດ ກໍມີທັງຄວາມຫຍຸ້ງຍາກ, ຂາດ ສະພາບຄ່ອງຕົວ ຫຼື ຕົກຢູ່ໃນສະ ພາວະມີໜີ້ສິນທີ່ບໍ່ສາມາດດໍາ ເນີນຕໍ່ໄດ້ ຖືເປັນກົດເກນປົກກະຕິ ຂອງການດໍາເນີນທຸລະກິດ ເຊິ່ງ ເປັນສິ່ງທີ່ຫຼີກລ້ຽງບໍ່ໄດ້, ສະນັ້ນ, ກົດໝາຍສະບັບນີ້ຈິ່ງມີບົດບາດ ສໍາຄັນໃນການດຶງວິສາຫະກິດ ທີ່ລົ້ມເຫຼວເຫົ່ານັ້ນໃຫ້ເຂົ້າສູ່ຂະ ບວນການດ້ານໜຶ່ງ ເພື່ອອູ້ມຊູ ຊ່ວຍເຫຼືອໃຫ້ວິສາຫະກິດສາມາດ ຟື້ນຟູກັບມາດໍາເນີນທຸລະກິດຢ່າງ ປົກກະຕິ ແລະ ອີກດ້ານໜຶ່ງ ຖ້າ ວ່າວິສາຫະກິດນັ້ນຫາກບໍ່ສາ ມາດຟື້ນຟູໄດ້ກໍໃຫ້ລົ້ມລະລາຍ ຢ່າງເປັນລະບົບ, ຖືກຕ້ອງ, ມີ ການແກ້ໄຂບັນຫາຂອງວິສາຫະ ກິດນັ້ນໃຫ້ໄດ້ຫຼາຍທີ່ສຸດ ໂດຍ ສະເພາະບັນຫາໜີ້ສິນແກ່ບັນດາ ເຈົ້າໜີ້ຢ່າງມີຄວາມເປັນທໍາ. ອີງຕາມສະຖິຕິການຂຶ້ນທະ ບຽນວິສາຫະກິດຮອດເດືອນພະ ຈິກ 2019 ນີ້, ມີຈໍານວນວິສາ ຫະກິດທັງໝົດ 163.330 ຫົວ ໜ່ວຍ ເຊິ່ງໄດ້ສະແດງໃຫ້ເຫັນ ວ່າຈໍານວນວິສາຫະກິດໄດ້ເພີ່ມ ຂຶ້ນຢ່າງຕໍ່ເນື່ອງ, ໃນໄລຍະຜ່ານ ມາກໍມີວິສາຫະກິດຈໍານວນຫຼາຍ ທີ່ເຄື່ອນໄຫວບໍ່ມີປະສິດທິພາບ, ຖືກຍົກເລີກ ຫຼື ສະຫຼາຍຕົວໄປ ໂດຍບໍ່ໄດ້ມີການຊໍາລະສະສາງ ຫຼື ນໍາເຂົ້າສູ່ລະບົບການລົ້ມລະລາຍ. ເຈົ້າໜີ້ສ່ວນຫຼາຍກໍຮ້ອງຟ້ອງ ທາງແພ່ງ ເພື່ອທວງເອົາໜີ້ສິນ ຂອງຕົນເທົ່ານັ້ນ ໂດຍບໍ່ໄດ້ໃຫ້ ການປົກປ້ອງເຈົ້າໜີ້ຜູ້ອື່ນ ແລະ ເມື່ອເຈົ້າໜີ້ບໍ່ໄດ້ຮັບການໃຊ້ແທນ ໜີ້ສິນແລ້ວກໍອາດມີບັນຫາດ້ານ ການເງິນ ແລະ ສົ່ງຜົນກະທົບຕໍ່ໆ ກັນໄປເປັນຕ່ອງໂສ້, ສົ່ງຜົນກະ ທົບຕໍ່ສະຖຽນລະພາບທາງດ້ານ ການເງິນ, ລະບອບເສດຖະກິດ, ສ້າງຄວາມບໍ່ເຊື່ອໝັ້ນຕໍ່ລະບົບ ແລະ ຄວາມບໍ່ໝັ້ນໃຈແກ່ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ. ກົດໝາຍວ່າດ້ວຍການລົ້ມລະ ລາຍວິສາຫະກິດຖືກຮັບຮອງ ແລະ ປະກາດນໍາໃຊ້ໃນປີ 1994 ເປັນຕົ້ນມາ, ເກືອບວ່າບໍ່ໄດ້ຮັບ ການຈັດຕັ້ງປະຕິບັດເລີຍ ເຫດ ຜົນສໍາຄັນອັນໜຶ່ງກໍຍ້ອນເນື້ອ ໃນຂອງກົດໝາຍດັ່ງກ່າວຍັງບໍ່ ທັນລະອຽດ, ຈະແຈ້ງ, ມີຄວາມ ຄຸມເຄືອ, ບໍ່ສ່ອດຄ່ອງກັບສະ ພາບຄວາມເປັນຈິງຂອງການຂະ ຫຍາຍຕົວທາງດ້ານເສດຖະກິດ- ສັງຄົມ ແລະ ບໍ່ເຊື່ອມໂຍງກັບ ພາກພື້ນ ແລະ ສາກົນ. ຍ້ອນລະ ບົບກົດໝາຍຄຸ້ມຄອງການລົ້ມ ລະລາຍເປັນຄືດັ່ງກ່າວເຮັດໃຫ້ ຫຼາຍວິສາຫະກິດທີ່ພົບບັນຫາ ດ້ານການເງິນໃນໄລຍະຜ່ານມາ ໄດ້ສະຫຼາຍຕົວແບບບໍ່ມີການຊໍາ ລະສະສາງຕາມກົດໝາຍ, ເຮັດ ໃຫ້ເກີດສະພາບທີ່ບໍ່ສາມາດຄາດ ຄະເນໄດ້ໃນການສະໜອງທຶນ ໃຫ້ແກ່ວິສາຫະກິດຕ່າງໆ ພາໃຫ້ ມີຄວາມສ່ຽງສູງໃນການດໍາເນີນ ທຸລະກິດ ແລະ ມີຄວາມບໍ່ໝັ້ນ ໃຈໃນການປ່ອຍສິນເຊື່ອ ໂດຍ ສະເພາະໃຫ້ແກ່ວິສາຫະກິດຂະ ໜາດນ້ອຍ ແລະ ຈຸນລະວິສາ ຫະກິດທີ່ບໍ່ມີຊັບຄໍ້າປະກັນ ເຊິ່ງ ຕ້ອງໄດ້ກູ້ຢືມໃນອັດຕາດອກເບ້ຍ ທີ່ສູງ, ວົງເງິນກູ້ຢືມຕໍ່າເຮັດໃຫ້ ຕົ້ນທຶນການລົງທຶນສູງກວ່າປະ ເທດອື່ນ ໃນພາກພື້ນ ແລະ ໃນທີ່ ສຸດພາໃຫ້ຂາດສະພາບຄ່ອງຕົວ ທາງດ້ານການເງິນໃນການດໍາ ເນີນທຸລະກິດ. ເມື່ອຮ່າງກົດໝາຍສະບັບນີ້ຖືກ ຮັບຮອງ ແລະ ປະກາດນໍາໃຊ້ ຈະມີບ່ອນອີງທີ່ໜັກແໜ້ນໃນ ການເຄື່ອນໄຫວ ແລະ ຈັດຕັ້ງ ປະຕິບັດກ່ຽວກັບການຟື້ນຟູ ແລະ ການລົ້ມລະລາຍຂອງວິ ສາຫະກິດ, ສາມາດແກ້ໄຂບັນຫາ ການຟື້ນຟູ ຫຼື ການລົ້ມລະລາຍ ຂອງວິສາຫະກິດທີ່ຍັງບໍ່ທັນເປັນ ລະບົບ, ສ້າງຄວາມໝັ້ນຄົງໃຫ້ ແກ່ລະບົບທຸລະກິດ ແລະ ອໍາ ນວຍຄວາມສະດວກໃຫ້ແກ່ ການດໍາເນີນທຸລະກິດ ພ້ອມທັງ ເປັນການປົກປ້ອງສິດ ແລະ ຜົນ ປະໂຫຍດອັນຊອບທໍາຂອງເຈົ້າ ໜີ້, ລູກໜີ້ ແລະ ບຸກຄົນທີ່ກ່ຽວ ຂ້ອງໃນການຟື້ນຟູ ແລະ ການ ລົ້ມລະລາຍວິສາຫະກິດ, ສາມາດ ຫຼຸດອັນດັບຕົວເລກ ຕົວຊີ້ວັດ ການລົ້ມລະລາຍຂອງວິສາຫະ ກິດຂອງລາວທີ່ກຸ່ມທະນາຄານ ໂລກຈັດໃຫ້ຢູ່ໃນອັນດັບທີ່ດີຂຶ້ນ ໃນປີ 2021, ເປັນການປະກອບ ສ່ວນໃນການສ້າງຄວາມເຊື້ອ ໝັ້ນແກ່ລະບົບສິນເຊື່ອ ແລະ ປັບປຸງສະພາບແວດລ້ອມໃຫ້ ແກ່ການດໍາເນີນທຸລະກິດ ແລະ ການລົງທຶນໃຫ້ດີຂຶ້ນກວ່າເກົ່າ, ນອກນີ້, ຍັງຈະເປັນເຄື່ອງມືສໍາ ຄັນທີ່ນໍາໃຊ້ເຂັ້ນໃນການຊ່ວຍ ເຫຼືອວິສາຫະກິດທີ່ຢູ່ໃນພາວະລົ້ມ ລະລາຍ ຫຼື ໃກ້ຈະຢູ່ໃນສະພາວະ ລົ້ມລະລາຍໃຫ້ສາມາດຟື້ນຕົວ ແລະ ກັບມາດໍາເນີນທຸລະກິດໄດ້ ຕາມປົກກະຕິ, ປະກອບສ່ວນໃນ ການສ້າງວຽກເຮັດງານທໍາຂອງ ປະຊາຊົນ ຫຼື ມີການຊໍາລະສະສາງ ທີ່ຖືກຕ້ອງໃນເວລາລົ້ມລະລາຍ. ທ່ານ ສາຍທອງ ໄຊຍະວົງ ສະມາຊິກສະພາແຫ່ງຊາດ ປະ ຈໍາເຂດເລືອກຕັ້ງທີ 15 ແຂວງ ຈໍາປາສັກມີຄໍາເຫັນ ແລະ ຂໍສະ ເໜີບາງມາດຕາເຊັ່ນວ່າ: ມາດ ຕາ 4 ວັກ 2 ກ່ຽວກັບນະໂຍບາຍ ຂອງລັດ, ລັດມີສິດອໍານາດອັນ ຊອບທໍາຂອງຜູ້ດໍາເນີນທຸລະກິດ ຂໍປ່ຽນໃສ່ວ່າຜົນປະໂຫຍດອັນ ຊອບທໍາຂອງເຈົ້າໜີ້ ແລະ ລູກ ໜີ້ ເພາະວ່າປະເດັນນີ້ແມ່ນເຈົ້າ ໜີ້ ແລະ ລູກໜີ້, ມາດຕາທີ 10 ວັກ 3 ຂໍຍ້າຍໄປຢູ່ມາດຕາ 101 ເພາະວ່າເປັນມາດຕະການຕໍ່ບຸກ ຄົນ, ນິຕິບຸກຄົນໃນການຈັດຕັ້ງ ທີ່ວ່າຜູ້ລະເມີດ, ການຮ້ອງຟ້ອງ ທີ່ບໍ່ສອດຄ່ອງກັບກົດໝາຍທີ່ ກໍານົດໄວ້ໃນວັກ 1 ແລະ ວັກ 2, ໃນມາດຕາ 10 ໃຫ້ປະຕິບັດ ຕາມທີ່ໄດ້ຂຽນໄວ້ ແລະ ມາດ ຕາທີ 33 ມາດຕະຖານ ແລະ ເງື່ອນໄຂຂອງຜູ້ຄອບຄອງຊັບ ສິນໃນເງື່ອນໄຂນີ້ແມ່ນລະດັບ ການສຶກສາດ້ານກົດໝາຍເສດ ຖະກິດດ້ານບັນຊີລະດັບການສຶກ ສາປະລິນຍາຕີຕ້ອງມີປະສົບ ການຢ່າງໜ້ອຍ 3-5 ປີຂຶ້ນໄປ, ມາດຕາທີ 75 ສາເຫດທີສານ ຕັດສິນໃຫ້ລົ້ມລະລາຍຢູ່ໃນວັກ ທີ 6 ສະເໜີໃຫ້ສານເປັນຜູ້ເບິ່ງ ໃນຄະນະກໍາມະການການເງິນ ໂດຍໃຫ້ເບິ່ງຊັບສິນ ແລະ ໜີ້ສິນ ຖ້າຫາກໜີ້ສິນຫຼາຍກວ່າຊັບສິນ ໃນເວລານັ້ນໂອກາດການອາດ ຈະລົ້ມລະລາຍຈະມີສູງທີ່ສຸດ ແລະ ຢູ່ໃນມາດຕາທີ 84 ຜູ້ມີ ສິດໃນການຊໍາລະຊະສາງ, ຢາກ ໃຫ້ຂໍເພີ່ມໃນຂໍ້ທີ 10 ເຮົາຄວນ ກໍານົດການໃຊ້ຈ່າຍໃນການດໍາ ເນີນຄະດີ, ເປັນການຟື້ນຟູ ຫຼື ການລົ້ມລະລາຍຂອງວິສາຫະ ກິດເພາະສະນັ້ນພວກເຮົາຄວນ ເອົານໍາໄປພິຈາລະນາຕື່ມ. ພາຍຫຼັງ ສສຊ ໄດ້ປະກອບຄຳ ຄິດເຫັນແລ້ວ,ຈາກນັ້ນ ປະທານ ກອງປະຊຸມໄດ້ສະຫຼຸບສັງລວມຄຳ ຄິດເຫັນ ແລະ ສະເໜີໃຫ້ ສສຊ ລົງ ຄະແນນສຽງ ຮັບຮອງເອົາຮ່າງ ກົດໝາຍ ວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະ ກິດດ້ວຍຄະແນນສຽງສ່ວນຫຼາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ