ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫຼຸບວຽກງານ ປກຊ-ປກສ 4 ແຂວງພາກໃຕ້
ເວລາອອກຂ່າວ: 2019-11-27 09:02:30 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 42 | ຄວາມນິຍົມ:



ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ 4 ແຂວງພາກໃຕ້ ແລະ 1 ກອງພົນ ປະຈຳປີ 2019 ແລະ ວາງທິດທາງແຜນການ ປີ 2020 ໄດ້ຈັດຂຶ້ນ ໃນວັນທີ 26 ພະຈິກນີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງເຊ ກອງ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກຳ ມະການ ປກຊ-ປກສ ສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີທ່ານເຈົ້າແຂວງ, ປະທານ ຄະນະກຳມະການ ປກຊ-ປກສ ແຂວງເຊກອງ, ຄະນະກຳມະການ ປກຊ-ປກສ 4 ແຂວງ, ຜູ້ແທນ ຈາກຫ້ອງວ່າການສູນກາງພັກ, ກະຊວງປ້ອງກັນປະເທດ, ກະ ຊວງປ້ອງກັນຄວາມສະຫງົບ, ຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ, ຄະນະພັກ-ຄະນະບັນຊາກອງພົນທີ 5, ກອງ ບັນຊາການທະຫານແຂວງ, ກອງ ບັນຊາການປ້ອງກັນຄວາມສະ ຫງົບແຂວງ, ຫ້ອງການຄະນະກຳ ມະການ ປກຊ-ປກສ 4 ແຂວງ, ພ້ອມດ້ວຍບັນດາເຈົ້າເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ສະຫຼຸບ ຕີລາຄາຄືນສະພາບການລວມ ແລະ ການຈັດຕັ້ງປະຕິບັດວຽກ ງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບຂອງບັນດາ ແຂວງພາກໃຕ້ໃນໄລຍະ 1 ປີ ຜ່ານມາ, ພາຍໃຕ້ການຊີ້ນຳ-ນຳ ພາຂອງກົມການເມືອງສູນກາງ ພັກ, ລັດຖະບານ, ໂດຍສະເພາະ ພາຍໃຕ້ການຊີ້ນຳ-ນຳພາຂອງ ຄະນະກຳມະການ ປກຊ-ປກສ ສູນກາງ, ແຂວງ ແລະ ໂດຍໄດ້ ຮັບການຮ່ວມມືຈາກບັນດາອົງ ການຈັດຕັ້ງ, ອົງການປົກຄອງ ແຕ່ລະຂັ້ນ, ການປະກອບສ່ວນ ຂອງປະຊາຊົນບັນດາເຜົ່າທຸກຊັ້ນ ຄົນ ແລະ ຄວາມບຸກບືນສູ້ຊົນຂອງ ກຳລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໃນການຈັດຕັ້ງ ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສາມາດ ຍາດໄດ້ຜົນງານດ້ານດີຫຼາຍດ້ານ ສະແດງອອກໃນການຮັບປະກັນ ເຮັດໃຫ້ປະເທດຊາດຂອງພວກ ເຮົາເວົ້າລວມ, ເວົ້າສະເພາະ 4 ແຂວງພາກໃຕ້ ສືບຕໍ່ມີຄວາມສະ ຫງົບ, ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບ ຮຽບຮ້ອຍ; ລະບົບການເມືອງຢູ່ ຂັ້ນຮາກຖານສືບຕໍ່ໄດ້ຮັບການ ປັບປຸງ, ເສດຖະກິດໄດ້ຮັບການ ພັດທະນາ ແລະ ຂະຫຍາຍຕົວຢ່າງ ຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ພັດທະນາດີຂຶ້ນ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບນັບມື້ນັບ ເຕີບໃຫຍ່ເຂັ້ມແຂງ. ສັງລວມແລ້ວ, ຜ່ານການເຄື່ອນ ໄຫວຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບທົ່ວປວງຊົນຮອບດ້ານ ໃນຕະຫຼອດໄລຍະ 1 ປີ ຜ່ານມາ ສາມາດຮັບປະກັນໃຫ້ແກ່ການ ປົກປັກຮັກສາ ແລະ ພັດທະນາປະ ເທດຊາດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ປະຊາຊົນບັນດາເຜົ່າມີຄວາມ ສາມັກຄີປອງດອງ ແລະ ພ້ອມກັນ ປະກອບສ່ວນຢ່າງແຂງແຮງເຂົ້າໃນການເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ຂັ້ນ ທ້ອງຖິ່ນຂອງຕົນຢ່າງເປັນຂະ ບວນກວ້າງຂວາງ ແລະ ຕໍ່ເນື່ອງ. ໃນກອງປະຊຸມຄັ້ງນີ້ບັນດາຜູ້ ແທນກອງປະຊຸມຍັງໄດ້ພ້ອມກັນ ປະກອບຄຳເຫັນ, ແລກປ່ຽນບົດ ຮຽນກ່ຽວກັບດ້ານດີຜົນງານ ແລະ ບາງຈຸດຄົງຄ້າງໃນການ ຈັດຕັ້ງປະຕິບັດວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ກົມກອງ, ທ້ອງຖິ່ນຂອງຕົນຢ່າງ ກົງໄປກົງມາ. ເຊິ່ງບັນດາທ່ານ ໄດ້ເປັນເອກະພາບສູງຕໍ່ບົດສະ ຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນປີ 2019 ຜ່ານມາ ແລະ ທິດທາງ ແຜນການ, ບັນດາວຽກງານຈະສຸມໃສ່ຈັດຕັ້ງປະຕິບັດໃນປີ 2020 ໃຫ້ໄດ້ຮັບໝາກຜົນສູງຂຶ້ນ ກວ່າເກົ່າ. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ໃຫ້ກຽດໂອ້ ລົມຊີ້ນຳຕໍ່ກອງປະຊຸມ ເຊິ່ງໄດ້ສະ ແດງຄວາມຊົມເຊີຍຕໍ່ຜົນສຳເລັດ ໃນການຊີ້ນຳ-ນຳພາ, ການຈັດ ຕັ້ງປະຕິບັດວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ໃນໄລຍະ 1 ປີ ຜ່ານມາ, ເຖິງວ່າ ຈະໄດ້ປະເຊີນໜ້າກັບສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກຫຼາຍປະ ການ, ແຕ່ໂດຍໄດ້ຮັບການເອົາໃຈ ໃສ່ຊີ້ນຳ-ນຳພາຂອງການນຳຂັ້ນ ແຂວງ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ບັນດາ ກຳລັງປະກອບອາວຸດແຕ່ລະຂັ້ນໄດ້ສຸມທຸກກໍາລັງແຮງເຮັດສໍາເລັດໜ້າທີ່ຂອງຕົນດ້ວຍນຳ້ ໃຈບຸກທະລຸ. ພ້ອມດຽວກັນນັ້ນ, ຍັງໄດ້ເນັ້ນໜັກໃຫ້ກຳລັງ ປກຊ- ປກສ ຢູ່ບັນດາແຂວງ, ອົງການ ຈັດຕັ້ງ, ພາກສ່ວນທີ່ກ່ຽວຂ້ອງ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງອັນມີກຽດ ສະຫງ່າຂອງຕົນທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ພ້ອມ ກັນຕັ້ງໜ້າຈັດຕັ້ງປະຕິບັດແນວ ທາງ ປກຊ-ປກສ ທົ່ວປວງຊົນ ຮອບດ້ານຂອງພັກເພື່ອຮັບປະ ກັນໃຫ້ປະເທດຊາດກໍຄື 4 ແຂວງ ພາກໃຕ້ສືບຕໍ່ມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານ ການເມືອງ, ສັງຄົມມີຄວາມເປັນ ລະບຽບຮຽບຮ້ອຍ, ປະຊາຊົນມີ ຄວາມຜາສຸກ, ສ້າງບາດກ້າວ ການພັດທະນາໃຫ້ບັນລຸຕາມເປົ້າ ໝາຍທີ່ພັກ-ລັດ ແລະ ປະຊາຊົນ ມອບໝາຍໃຫ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ