ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສຳເລັດກອງປະຊຸມປະເມີນວຽກງານການຕ້ານການຟອກເງິນ
ເວລາອອກຂ່າວ: 2019-11-27 09:00:18 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 239838284 | ຄວາມນິຍົມ:



ກອງປະຊຸມຄັ້ງປະຖົມມະ ລຶກຂອງຄະນະສະເພາະກິດຮັບ ຜິດຊອບການປະເມີນວຽກງານ ການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການ ກໍ່ການຮ້າຍ ຂອງ ສປປ ລາວ ຄັ້ງ ທີ 2 (2019-2021) ໄດ້ສໍາ ເລັດລົງໃນວັນທີ 25 ພະຈິກ ທີ່ ຫ້ອງປະຊຸມທະນາຄານແຫ່ງ ສປປ ລາວ ໂດຍການເປັນປະ ທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງການເງິນ, ປະ ທານຄະນະກໍາມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ ການຮ້າຍ (ຄຕຟງ); ມີບັນດາສະ ມາຊິກຄະນະສະເພາະກິດ, ກອງ ເລຂາ ແລະ ບາງກະຊວງທີ່ກ່ຽວ ຂ້ອງເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້ໄດ້ມີ ການປຶກສາຫາລືຫຼາຍບັນຫາທີ່ມີ ຄວາມສໍາຄັນຕິດພັນກັບວຽກ ງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການ ຮ້າຍຂອງ ສປປ ລາວ ໂດຍສະ ເພາະແມ່ນການກະກຽມຄວາມ ພ້ອມເພື່ອປະເມີນຮອບດ້ານຂອງ ສປປ ລາວ ໃນປີ 2020-2021; ຮັບຟັງການລາຍງານຄວາມຄືບ ໜ້າຂອງບັນດາອານຸກໍາມະການ ຂອງ 4 ພາກສ່ວນ ທີ່ຮັບຜິດ ຊອບການປະເມີນຜົນຮອບດ້ານ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານການຕ້ານການຟອກ ເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ໃນນັ້ນ ປະກອບມີພາກສ່ວນຮັບຜິດຊອບວຽກງານເຜີຍແຜ່ ແລະ ເຊື່ອມຊຶມ; ຮັບຜິດຊອບວຽກງານນິຕິກໍາ ແລະ ກົນໄກ; ຮັບຜິດຊອບວຽກ ງານຄຸ້ມຄອງ ແລະ ພາກສ່ວນຮັບ ຜິດຊອບວຽກງານດໍາເນີນຄະດີ. ບັນດາພາກສ່ວນໄດ້ມີການ ລາຍງານຄວາມຄືບໜ້າ ແລະ ແຜນຈັດຕັ້ງປະຕິບັດໃນຕໍ່ໜ້າ ຂອງຕົນ ຢ່າງລະອຽດໂດຍສຸມ ໃສ່ສ້າງຄວາມເຂົ້າໃຈໃຫ້ບັນດາ ພາກສ່ວນ ແລະ ອົງການທີ່ຕິດ ພັນກັບວຽກງານຕ້ານການຟອກ ເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍກ່ຽວກັບ ພັນທະ ແລະ ຄວາມຮັບຜິດຊອບ ຂອງຕົນຕໍ່ກັບວຽກງານດັ່ງກ່າວ ໃນລວງເລິກ, ເຜີຍແຜ່ເຊື່ອມຊຶມໃຫ້ທົ່ວສັງຄົມຮັບຮູ້ ແລະ ເຂົ້າໃຈວຽກງານຕ້ານການຟອກ ເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ; ກວດກາ ຄືນບັນດານິຕິກຳທີ່ກ່ຽວຂ້ອງ ຂອງ ສປປ ລາວ ກັບມາດຖານອົງການຕ້ານການຟອກເງິນສາກົນ (FATF) ອັນໃດທີ່ມີແລ້ວ ແລະ ຖືກຈັດຕັ້ງປະຕິບັດແລ້ວ ສ່ວນອັນຄົງຄ້າງຈະຕ້ອງໄດ້ສ້າງ ແລະ ຂຶ້ນແຜນພັດທະນາ; ກຳ ນົດໃຫ້ໄດ້ຜູ້ຄຸ້ມຄອງຫົວໜ່ວຍທີ່ ມີໜ້າທີ່ລາຍງານກໍຄືຜູ້ຄຸ້ມຄອງ ການປະຕິບັດພັນທະຂອງຕົນ ພາຍໃຕ້ວຽກງານ AML/CFT ເພື່ອຮັບປະກັນໃຫ້ລະບົບການ ດຳເນີນທຸລະກິດຂອງ ສປປ ລາວ ມີຄວາມປອດໃສ ຈາກອາສະ ຍາກຳ; ຮັບປະກັນການຈັດຕັ້ງ ປະຕິບັດວຽກງານສືບສວນ-ສອບສວນການກະທຳຜິດຂອງ ເຈົ້າໜ້າທີ່ມີການສືບສວນ- ສອບສວນທາງການເງິນໄປຄຽງ ຄູ່ກັນເພື່ອນຳໄປສູ່ການຕັດສິນ ຄະດີສະຖານຟອກເງິນ ແລະ ການສະໜອງທຶນໃຫ້ແກ່ ການ ກໍ່ການຮ້າຍ. ກອງປະຊຸມໄດ້ດໍາເນີນໄປຢ່າງ ເຄັ່ງຮ້ອນ ແລະ ເປັນເຈົ້າການ ແລະ ໃນໂອກາດດຽວກັນນັ້ນ, ທ່ານປະທານຄະນະກໍາມະການ ແຫ່ງຊາດ ເພື່ອຕ້ານການຟອກ ເງິນ ແລະ ສະໜອງທຶນໃຫ້ແກ່ ການກໍ່ການຮ້າຍໄດ້ເນັ້ນໃຫ້ບັນ ດາພາກສ່ວນທີ່ກ່ຽວຂ້ອງຕ້ອງ ນໍາເອົາເນື້ອໃນຈິດໃຈ ກອງປະຊຸມ ໄປຈັດຕັ້ງປະຕິບັດໃຫ້ມີຜົນສໍາ ເລັດຕາມລະດັບຄາດໝາຍທີ່ ວາງໄວ້. ໂດຍ: ຣັດສະໝີ ດວງສັດຈະ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ