ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສິລະປະ ມະຫາວິທະຍາໄລວັດທະນະທຳກອງທັບປະຊາຊົນຫວຽດນາມ ສະແດງຮັບໃຊ້ຢູ່ ວພກ
ເວລາອອກຂ່າວ: 2019-11-26 09:00:37 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 239838290 | ຄວາມນິຍົມ:



ໃນຄໍ່າຄືນຂອງວັນທີ 23 ພະຈິກ ນີ້, ຄະນະສິລະປະມະຫາວິທະຍາໄລວັດທະນະທຳ-ສິລະ ປະດົນຕີກອງທັບປະຊາຊົນຫວຽດນາມ ນຳໂດຍສະຫາຍ ພັນເອກ ວູ້ໂຫ່ຕຸ່ງ ຮອງຫົວໜ້າອໍານວຍການມະຫາວິທະຍາ ໄລວັດທະນະທຳ-ສິລະປະດົນຕີກອງທັບປະຊາຊົນຫວຽດນາມໄດ້ເຄື່ອນໄຫວສະແດງຮັບໃຊ້ຢູ່ວິທະຍາຄານພະລາທິການກອງທັບ, ໂດຍມີ ສະຫາຍ ພັນເອກ ປອ ບົວເຮືອງ ສົມຟອງບຸດຕາຂັນ ຫົວໜ້າການທະຫານວິທະຍາຄານດັ່ງກ່າວ ພ້ອມດ້ວຍຄະນະພັກ-ຄະນະອຳນວຍການວິທະຍາ ຄານ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມຊົມຮ່ວມເຊຍ. ກ່ອນການສະແດງຄະນະສິລະ ປະດັ່ງກ່າວໄດ້ເຂົ້າພົບປະຄະນະ ພັກ-ຄະນະອຳນວຍການວິທະຍາ ຄານ ວພກ ໂດຍ ສະຫາຍ ພັນເອກ ບົວເຮືອງ ສົມຟອງບຸດຕາຂັນ ໄດ້ຕີລາຄາສູງ ແລະ ສະແດງ ຄວາມຍິນດີຕ້ອນຮັບຄະນະສິລະ ປະດັ່ງກ່າວທີ່ໄດ້ມາຢ້ຽມຢາມ ແລະ ເຄື່ອນໄຫວສະແດງຮັບໃຊ້ ພະນັກງານ-ນັກຮົບຢູ່ວິທະຍາ ຄານຂອງພວກເຮົາ ພ້ອມທັງໄດ້ ລາຍງານໃຫ້ຊາບໂດຍຫຍໍ້ສະ ພາບ ຈຸດພິເສດ, ພາລະບົດບາດໜ້າທີ່ ການເມືອງຂອງວິທະຍາຄານພະ ລາທິການກອງທັບ ລວມທັງໂຄງ ປະກອບການຈັດຕັ້ງ ແລະ ການ ອົບຮົມກໍ່ສ້າງກຳລັງໃນໄລຍະຜ່ານ ມາ, ພ້ອມກັນນັ້ນກໍໄດ້ຍົກໃຫ້ເຫັນ ການພົວພັນຮ່ວມມືລະຫວ່າງ ກອງທັບປະຊາຊົນລາວ ແລະ ກອງ ທັບປະຊາຊົນຫວຽດນາມ ໂດຍສະ ເພາະແມ່ນການພົວພັນຮ່ວມມືລະ ຫວ່າງວິທະຍາຄານພະລາທິການ ກອງທັບປະຊາຊົນລາວ ກັບວິທະ ຍາຄານພະລາທິການກອງທັບປະ ຊາຊົນຫວຽດນາມ ຕະຫຼອດໄລຍະ ຜ່ານມາ ໂດຍທາງວິທະຍາຄານພະລາທິການກອງທັບປະຊາຊົນ ຫວຽດນາມ ແມ່ນໄດ້ສົ່ງວິຊາການ ມາຊ່ວຍປັບປຸງ-ສ້າງໂຄງການຫຼັກ ສູດການຮຽນການສອນ ແລະ ສ້າງ ເອກະສານຕໍາລາສອນໃຫ້ແກ່ວິ ທະຍາຄານພະລາທິການກອງ ທັບປະຊາຊົນລາວເປັນປະຈໍາ. ສະຫາຍ ພັນເອກ ບົວເຮືອງ ສົມຟອງບຸດຕາຂັນ ຍັງໄດ້ກ່າວວ່າ: ການມາເຄື່ອນໄຫວສະແດງ ຮັບໃຊ້ພະນັກງານ-ນັກຮົບຢູ່ວິທະຍາຄານໃນຄັ້ງນີ້, ນອກຈາກຈະ ເປັນການປະກອບສ່ວນສຳຄັນ ເຂົ້າໃນການສະເຫຼີມສະຫຼອງວັນ ຊາດຂອງ ສປປ ລາວ ຄົບຮອບ 44 ປີ, ວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 71 ປີ, ວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 75 ປີ ແລະ ວັນທະຫານອາສະໝັກ ແລະ ຊ່ຽວຊານຫວຽດນາມຄົບຮອບ 70 ປີ ໃຫ້ ມີເນື້ອໃນຄວາມໝາຍເລິກເຊິ່ງແລ້ວຍັງເປັນການປະກອບສ່ວນ ສ້າງຄວາມເບີກບານມ່ວນຊື່ນ ແລະ ປຸກລະດົມກໍາລັງໃຈໃຫ້ແກ່ ພະນັກງານ-ນັກຮົບທົ່ວວິທະຍາຄານໄດ້ມີຄວາມຫ້າວຫັນເຮັດສໍາ ເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍອີກດ້ວຍ, ເຊິ່ງແຕ່ລະ ລາຍການສະແດງຂອງຄະນະສິລະປະດັ່ງກ່າວແມ່ນໄດ້ສ້າງ ຄວາມເບີກບານມ່ວນຊື່ນ ແລະ ສ້າງຄວາມປະທັບໃຈໃຫ້ແກ່ພະນັກງານ-ນັກຮົບເປັນຢ່າງດີ. ໂດຍ: ນ. ຍ້ອມເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ