ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດແຕ່ງຕັ້ງບາງຕຳແໜ່ງຂັ້ນຮອງກົມ ແລະ ຮອງຫົວໜ້າຫ້ອງການເມືອງກົມໃຫຍ່ການເມືອງກອງທັບ
ເວລາອອກຂ່າວ: 2019-11-26 08:56:37 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 67 | ຄວາມນິຍົມ:



ອີງຕາມກົດໝາຍນາຍທະ ຫານກອງທັບປະຊົນລາວ (ສະ ບັບປັບປຸງ) ໃນພາກທີ II ໝວດ ທີ 4 ມາດຕາ 26 ວ່າດ້ວຍການ ແຕ່ງຕັ້ງ, ຍົກຍ້າຍນາຍທະຫານ ແລະ ອີງຕາມການສະເໜີຂອງ ກົມໃຫຍ່ການເມືອງກອງທັບ ສະ ບັບເລກທີ 4735, 4736/ກປທ ລົງວັນທີ 14 ພະຈິກ 2019 ແນ ໃສ່ປັບປຸງບູລະນະກົງຈັກການ ຈັດຕັ້ງນຳພາ-ບັນຊາໃນກຳລັງ ປະກອບອາວຸດໃຫ້ເຂັ້ມແຂງ, ໜັກ ແໜ້ນຮອບດ້ານເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ໃນຕອນເຊົ້າວັນ ທີ 25 ພະຈິກ ນີ້, ຫ້ອງການເມືອງກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີປະກາດແຕ່ງຕັ້ງສັບຊ້ອນບາງຕຳແໜ່ງງານຂັ້ນ ຮອງ ຫົວໜ້າກົມ ແລະ ຮອງຫົວໜ້າ ຫ້ອງການເມືອງກົມໃຫຍ່ການ ເມືອງກອງທັບ. ໃນນັ້ນກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ຈັນທາ ບຸນນະວົງ ເປັນຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ແລະ ແຕ່ງຕັ້ງ ສະຫາຍ ພັນໂທ ວັນທອງ ພົງສະຫວັນ ເປັນຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ ການເມືອງກອງທັບ. ໂອກາດເຂົ້າຮ່ວມເປັນປະທານໃນພິທີຄັ້ງນີ້ ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະພັກກະຊວງປ້ອງກັນ ປະເທດຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ມີຄຳເຫັນວ່າ: ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງສັບຊ້ອນມອບໝາຍໜ້າທີ່ຄັ້ງນີ້ແມ່ນເປັນກຽດສັກສີ ອັນສູງສົ່ງ ທີ່ການຈັດຕັ້ງຂັ້ນເທິງໄວ້ເນື້ອເຊື່ອໃຈ, ສະນັ້ນຕ້ອງເພີ່ມ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນຕື່ມ, ເອົາໃຈໃສ່ ເຝິກຝົນຫຼໍ່ຫຼອມຕົນເອງຮອບດ້ານບໍ່ວ່າທາງການເມືອງແນວຄິດ, ຄຸນສົມບັດສິນທຳປະຕິວັດ, ປັບປຸງແບບແຜນວິທີນຳພາ-ບັນຊາ, ແບບແຜນວິທີເຮັດວຽກໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງກົມກອງ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ