ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ອານຸກຳມະການ ຄັດເລືອກເປົ້າໝາຍສ້າງນັກຮົບ ແລະ ກອງວັດທະນະທຳ ໃນທົ່ວ ກສນ ລົງກວດກາຢູ່ກອງພັນ 588
ເວລາອອກຂ່າວ: 2019-11-25 14:05:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 39 | ຄວາມນິຍົມ:



ຫວ່າງບໍ່ດົນມານີ້, ຄະນະຊີ້ ນໍາ ແລະ ອະນຸກໍາມະການຮັບຜິດ ຊອບລົງເຄື່ອນໄຫວກວດກາຄັດ ເລືອກເປົ້າໝາຍສ້າງນັກຮົບ ແລະ ກອງວັດທະນະທໍາຢູ່ບັນດາກົມ ກອງຮາກຖານອ້ອມຂ້າງກົມ ໃຫຍ່ເສນາທິການກອງທັບ (ກສນ) ໂດຍມີ ສະຫາຍ ພັນເອກ ກອງແກ້ວ ວໍລະຈິດ ກຳມະການຄະນະພັກອົງການກົມໃຫຍ່, ຫົວ ໜ້າຫ້ອງການເມືອງ ກສນ, ຮອງ ຫົວໜ້າຄະນະຊີ້ນໍາ, ອະນຸກໍາມະ ການຮັບຜິດຊອບວຽກງານດັ່ງກ່າວນໍາພາຄະນະລົງເຄື່ອນໄຫວກວດກາຄັດເລືອກເປົ້າໝາຍສ້າງ ນັກຮົບ ແລະ ກອງວັດທະນະທໍາ ຢູ່ກອງພັນຂ້າມຜ່ານ 588 ກົມ ຊ່າງແສງ ກສນ, ມີ ຄະນະພັກ-ຄະ ນະບັນຊາ ແລະ ພະນັກງານ-ນັກ ຮົບທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ບຸນທຽນ ວົງຫາຈັກ ເລຂາຄະນະພັກຮາກ ຖານ, ຫົວໜ້າການເມືອງກອງດັ່ງ ກ່າວໄດ້ສະຫຼຸບລາຍງານສະພາບ ການເຄື່ອນໄຫວປັບປຸງກໍ່ສ້າງ ນັກຮົບ ແລະ ກອງວັດທະນະ ທໍາ ປະຈໍາປີ 2019-2020 ຢູ່ ກອງພັນຂ້າມຜ່ານ 588 ວ່າ: ກອງພັນ 588 ປະກອບມີ 1 ຄະ ນະພັກຮາກຖານ, ມີ 4 ໜ່ວຍ ພັກຂຶ້ນກັບ, ມີສະມາຊິກພັກທັງ ໝົດ 97 ສະຫາຍ, ຍິງ 18 ສະຫາຍ ຜ່ານການຕີລາແບ່ງປະເພດມີສະ ມາຊິກພັກແຂງຮອບດ້ານ 72 ສະ ຫາຍ, ແຂງດ້ານໃດດ້ານໜຶ່ງ 16 ສະຫາຍ ແລະ ກາງ 9 ສະຫາຍ, ມີລະດັບວິຊາສະເພາະ: ຊັ້ນປະ ລິນຍາຕີ 18 ສະຫາຍ, ຊັ້ນສູງກໍ່ ສ້າງ 4 ສະຫາຍ, ຊັ້ນກາງກໍ່ ສ້າງ 34 ສະຫາຍ ແລະ ຊັ້ນຕົ້ນ 123 ສະຫາຍ, ວຽກງານອົງການ ຈັດຕັ້ງມະຫາຊົນ: ມີ 1 ຄະນະບໍລິ ຫານງານຊາວໜຸ່ມ ມີ 4 ໜ່ວຍ ຊາວໜຸ່ມຂຶ້ນກັບມີສະມາຊິກທັງ ໝົດ 83 ສະຫາຍ, ຍິງ 11 ສະ ຫາຍ, ສະມາຊິກພັກເຂົ້າຮ່ວມ 33 ສະຫາຍ ໃນນັ້ນ, ມີຊາວໜຸ່ມນໍາ ໜ້າ 53 ສະຫາຍ ແລະ ຊາວໜຸ່ມ ແຂງ 13 ສະຫາຍ, ມີ 1 ໜ່ວຍສະ ຫະພັນແມ່ຍິງມີສະມາຊິກທັງໝົດ 36 ສະຫາຍ, ມີສະມາຊິກພັກ ເຂົ້າຮ່ວມ 18 ສະຫາຍ ໃນນັ້ນ, ມີຮ້ານຄ້າຂອງໜ່ວຍສະຫະພັນ ແມ່ຍິງ ຈໍານວນ 1 ແຫ່ງ. ພ້ອມ ກັນນັ້ນ, ໃນກົມກອງມີການກໍ່ສ້າງ ພື້ນຖານໂຄງລ່າງລະບົບເສັ້ນ ທາງປູຢາງອ້ອມຄ້າຍ, ຫ້ອງ ການ, ເຮືອນນອນ, ເຮືອນຄົວ, ສະໂມສອນ, ປ້າຍຄໍາຂວັນ, ສະ ໜາມກີລາປະເພດຕ່າງໆ, ມີສະ ໜາມເຝິກແອບຮໍ່າຮຽນວິຊາສະ ເພາະ, ເດີ່ນເຄົາລົບທຸງ, ສວນສະ ໜາມ ແລະ ໜອງນໍ້າເຝິກແອບ ຂ້າມຜ່ານ, ລະບົບຫ້ອງນໍ້າສະ ອາດທີ່ຊົມໃຊ້ນໍ້າບາດານ ແລະ ນໍ້າ ປະປາ, ມີສວນດອກໄມ້ປະດັບ ແລະ ຕົ້ນໄມ້ກິນໝາກ, ມີອ່າງ ລ້ຽງກົບ, ໜອງປາ ຈຳນວນ 1 ໜອງ ປ່ອຍປາແລ້ວ 15 ພັນ ກວ່າໂຕ, ມີຄອກ ແລະ ຄັງລ້ຽງ ແບ້ 1 ບ່ອນ ແລະ ມີສວນຄົວເນື້ອ ທີ່ 0,5 ເຮັກຕາ ສາມາດສະໜອງ ພືດຜັກຊະນິດຕ່າງໆຮັບໃຊ້ເຮືອນ ຄົວລວມ ແລະ ສົ່ງອອກຈໍາໜ່າຍ ທາງນອກຄິດເປັນເງິນປະມານ 23 ລ້ານກີບຕໍ່ປີ. ສະຫາຍ ພັນເອກ ກອງແກ້ວ ວໍລະຈິດ ໄດ້ກ່າວເນັ້ນໜັກເຖິງຈຸດ ປະສົງ ແລະ ເນື້ອໃນການລົງ ເຄື່ອນໄຫວຄັ້ງນີ້ວ່າ: ປະຕິບັດຕາມ ແຜນການສ້າງນັກຮົບ ແລະ ກອງ ວັດທະນະທໍາ ໃນສົກປີ 2019- 2020 ຂອງ ກສນ ໃຫ້ບັນລຸຜົນ ສໍາເລັດນັບແຕ່ຕົ້ນເດືອນພະຈິກ 2019 ເປັນຕົ້ນມາ, ຄະນະຊີ້ນໍາ, ອະນຸກໍາມະການຮັບຜິດຊອບໄດ້ ລົງເຄື່ອນໄຫວກວດກາ ຢູ່ 8 ກົມ ກອງເປົ້າໝາຍອ້ອມຂ້າງ ກສນ ຄື: ກອງພັນ 425, ໂຮງຮຽນ 307, ກອງພັນ 587, ກອງພັນ 588, ໂຮງຮຽນ 303, ກອງຮ້ອຍ 32, ໂຮງຮຽນ 205 ແລະ ກອງພັນ 15 ແນໃສ່ປັບປຸງກໍ່ສ້າງກົມກອງ ໃຫ້ເຂົ້າສູ່ລະບຽບແບບແຜນນໍາ ພາຂອງພັກສ້າງກອງທັບໃຫ້ມີ ຄວາມໜັກແໜ້ນເຂັ້ມແຂງຕາມ ທິດທັນສະໄໝເປັນພາຫະນະແຫຼມ ຄົມ ແລະ ຄະນະພັກ-ຄະນະບັນຊາ ຢູ່ໃນກົມກອງມີແບບແຜນວິທີ ເຮັດວຽກຖືກຕ້ອງຕາມຫຼັກການ ນຳພາ-ບັນຊາຢ່າງເຂັ້ມງວດ ເພື່ອຊຸກຍູ້ຂະບວນການສ້າງນັກ ຮົບ ແລະ ກອງວັດທະນະທໍາຢ່າງ ແຂງແຮງໃຫ້ກົມກອງຮາກຖານ ມີໂສມໜ້າໃໝ່ດ້ວຍການຍົກສູງ ຄຸນນະພາບຂອງການຈັດຕັ້ງ ເຄື່ອນໄຫວຊີວິດ-ວັດທະນະທໍາ ຂັ້ນຮາກຖານກົມກອງໃຫ້ຕໍ່ເນື່ອງ, ຮັບປະກັນທາງດ້ານວັດຖຸ ແລະ ຈິດໃຈຂອງພະນັກງານ-ນັກຮົບ ໃຫ້ນັບມື້ນັບດີຂຶ້ນ ກຽມພ້ອມເຮັດ ສໍາເລັດໜ້າທີ່ການເມືອງຂອງກົມກອງໃນທຸກກໍລະນີ. ເວົ້າລວມແມ່ນແນໃສ່ຍົກສູງ ຄຸນທາດການເມືອງ, ຄຸນສົມບັດ ສິນທໍາປະຕິວັດ, ມີແບບແຜນວິທີ ເຮັດວຽກໃຫ້ແກ່ພະນັກງານນໍາ ພາ-ບັນຊາແຕ່ລະຂັ້ນ, ສ້າງໃຫ້ໄດ້ ນັກຮົບວັດທະນະທຳ ແລະ ກົມກອງ ວັດທະນະທໍາຕາມ 5 ມາດຖານ ແລະ ດໍາເນີນຕາມ 5 ບາດກ້າວ, ຕິດພັນແໜ້ນກັບການຈັດຕັ້ງຜັນ ຂະຫຍາຍ 4 ໜ້າທີ່ໃຫຍ່ 26 ແຜນ ງານຂອງຄະນະພັກກະຊວງປ້ອງ ກັນປະເທດວາງອອກ, ກໍຄື 7 ລະບອບ 18 ວຽກຂອງກອງທັບ, ຂະບວນການສ້າງກອງ 3 ປອດ ຍູ້ແຮງການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ