ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຕ້ອນຮັບຄະນະສິລະປະກອນມະຫາວິທະຍາໄລວັດທະນະທຳ ກອງທັບປະຊາຊົນຫວຽດນາມ
ເວລາອອກຂ່າວ: 2019-11-22 09:43:06 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 38 | ຄວາມນິຍົມ:



ໃນວັນທີ 21 ພະຈິກນີ້, ສະ ຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ ປະຊາຊົນລາວໄດ້ຕ້ອນ ຮັບຄະນະສິລະປະ ມະຫາວິທະຍາ ໄລ ສິລະປະດົນຕີ ກອງທັບປະຊາ ຊົນຫວຽດນາມ ເຊິ່ງນຳໂດຍສະ ຫາຍ ພັນເອກ ວູ້ໂຫ່ຕຸ່ງ ຮອງຫົວ ໜ້າອໍານວຍການ ມະຫາວິທະຍາ ໄລ ວັດທະນະທຳ ສິລະປະດົນຕີ ກອງທັບ ປະຊາຊົນ ຫວຽດນາມໃນ ໂອກາດເດີນທາງມາເຄື່ອນໄຫວ ສະແດງມິດຕະພາບຢູ່ ສປປ ລາວ ລະຫວ່າງວັນທີ 20-29 ພະຈິກ ນີ້, ສະຫາຍ ພົນຕີ ສອນທອງ ພົມ ລາວົງ ໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະ ນະດັ່ງກ່າວທີ່ໄດ້ເດີນທາງມາ ເຄື່ອນໄຫວສະແດງມິດຕະພາບຢູ່ ລາວໃນຄັ້ງນີ້. ເຊິ່ງມັນເປັນການ ປະກອບສ່ວນອັນສຳຄັນເຂົ້າໃນ ການສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນ ຫວຽດນາມ ຄົບຮອບ 75 ປີ, ວັນທະຫານ ອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມຄົບຮອບ 70 ປີ ແລະ ວັນຊາດ ສປປລາວ ທີ 2 ທັນວາ ຄົບຮອບ 44 ປີໃຫ້ເປັນຂະບວນ ຟົດຟື້ນ, ປະກອບສ່ວນເພີ່ມພູນ ຄູນສ້າງສາຍພົວພັນມິດຕະພາບ ທີເປັນມູນເຊື້ອ, ຄວາມສາມັກ ຄີແບບພິເສດ ແລະ ການຮ່ວມ ມືຮອບດ້ານລະຫວ່າງສອງພັກ- ລັດ ກໍຄື ສອງກອງທັບ ທີ່ເຄີຍມີ ມາແຕ່ດົນນານແລ້ວນັ້ນໃຫ້ໝັ້ນ ຄົງທະນົງແກ່ນຕະຫຼອດໄປ. ສະຫາຍ ຮອງຫົວໜ້າກົມ ໃຫຍ່ການເມືອງກອງທັບ ຍັງ ໄດ້ຍົກໃຫ້ເຫັນສາຍພົວພັນມິດ ຕະພາບຄວາມສາມັກຄີແບບພິ ເສດລະຫວ່າງສອງປະເທດ, ສອງກອງທັບລາວ-ຫວຽດນາມ ທີ່ເຄີຍມີມູນເຊື້ອມາແຕ່ດົນນານ ໂດຍແມ່ນປະທານ ໂຮ່ຈີ່ມິນ ແລະ ປະທານໄກສອນພົມວິຫານ ໄດ້ ສ້າງຂຶ້ນ, ເຊິ່ງປະຊາຊົນສອງຊາດ ພວກເຮົາໄດ້ພ້ອມກັນປົກປັກຮັກ ສາ, ເພີ່ມພູນຄູນສ້າງດ້ວຍຄວາມ ບໍລິສຸດຜຸດຜ່ອງ ແລະ ຈິງໃຈ ຕະຫຼອດມາ, ພ້ອມທັງຍົກໃຫ້ ເຫັນການຊ່ວຍເຫຼືອຂອງມະຫາ ວິທະຍາໄລດັ່ງກ່າວ ໃນການກໍ່ ສ້າງຊັບພະຍາກອນດ້ານສິລະປະ ດົນຕີ ແລະ ການສະແດງໃຫ້ແກ່ ກອງທັບປະຊາຊົນລາວຕະຫຼອດ ໄລຍະຜ່ານມາ ແລະ ສະຫາຍຍັງ ໄດ້ອວຍພອນໃຫ້ການມາຢ້ຽມ ຢາມ ແລະ ສະແດງມິດຕະພາບ ຢູ່ ສປປ ລາວ ຂອງຄະນະສິລະ ປະດັ່ງກ່າວ ໃນຄັ້ງນີ້ຈົ່ງປະສົບ ຜົນສໍາເລັດຢ່າງຈົບງາມ. ໂດຍກ່ອນໜ້ານີ້, ວັນທີ 20 ພະ ຈິກ, ກໍໄດ້ຈັດພິທີຕ້ອນຮັບຄະນະຜູ້ ແທນດັ່ງກ່າວຢ່າງເປັນທາງການ ຢູ່ທີ່ໂຮງແຮມອ່າງຄໍາ ໂດຍມີ ສະຫາຍ ພົນຈັດຕະວາ ສາຍສະ ໝອນ ສະຫຼັບແສງ ຫົວໜ້າກົມ ໂຄສະນາອົບຮົມກົມໃຫຍ່ການ ເມືອງກອງທັບ ພ້ອມດ້ວຍຄະ ນະຮັບຜິດຊອບໃຫ້ການຕ້ອນຮັບ ຢ່າງອົບອຸ່ນ. ສໍາລັບການມາເຄື່ອນໄຫວ ສະແດງມິດຕະພາບຢູ່ ສປປລາວ ໃນຄັ້ງນີ້ ແມ່ນຈະໄດ້ສະແດງຮັບ ໃຊ້ພະນັກງານ-ນັກຮົບເຂດໃຈ ກາງຊາວນະຄອນຫຼວງວຽງ ຈັນ ຢູ່ຫໍວັດທະນະທໍາແຫ່ງຊາດ, ສະ ແດງຮັບໃຊ້ພະນັກງານ-ນັກຮົບ ຢູ່ວິທະຍາຄານພະລາທິການ ກອງທັບ, ກອງບັນຊາການທະ ຫານແຂວງ ວຽງຈັນ ແລະ ກອງ ບັນຊາການທະຫານແຂວງ ຄໍາ ມ່ວນ, ພ້ອມທັງຈະໄດ້ທ່ຽວຊົມ ສະຖານທີ່ທ່ອງທ່ຽວຢູ່ນະຄອນ ຫຼວງວຽງຈັນ, ແຂວງວຽງຈັນ ແລະ ສະຖານທີ່ທ່ອງທ່ຽວແຂວງ ຄໍາມ່ວນ ອີກດ້ວຍ. ໂດຍ: ນ. ຍ້ອມເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ