ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສສຊ ສືບຕໍ່ປະກອບຄຳເຫັນໃສ່ບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ
ເວລາອອກຂ່າວ: 2019-11-22 09:41:29 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 39 | ຄວາມນິຍົມ:



ໃນວາລະດໍາເນີນກອງປະ ຊຸມສະໄໝສາມັນເທື່ອທີ 8 ຂອງ ສະພາແຫ່ງຊາດ ຊຸດທີ VIII, ໃນ ວັນທີ 21 ພະຈິກນີ້, ໂດຍການ ເປັນປະທານຂອງທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານ ສະພາແຫ່ງຊາດ. ໃນກອງປະຊຸມ ບັນດາ ສສຊ ໄດ້ສືບຕໍ່ສຸມໃສ່ປະ ກອບຄໍາເຫັນໃສ່ບົົດລາຍງານ ຂອງອົງການໄອຍະການປະຊາ ຊົນສູງສຸດ ແລະ ສານປະຊາ ຊົນສູງສຸດ. ທ່ານ ພັນເອກ ແອນ ອຸ່ນອາ ນົງນຸດ ສສຊ ເຂດເລືອກຕັ້ງທີ່ 8 ແຂວງຫົວ ພັນໄດ້ສະເໜີໃຫ້ສານປະຊາ ຊົນສູງສຸດຕ້ອງເອົາໃຈໃສ່ໃນ ການປັບປຸງເຮັດວຽກງານການ ເມືອງ-ແນວຄິດຢ່າງຊັດເຈນ ຕໍ່ກັບຜູ້ພິພາກສາຂັ້ນຕ່າງໆ, ເຊິ່ງໃນໄລຍະຜ່ານມາເຄີຍມີ ຫາງສຽງຈາກສັງຄົມເວົ້າວ່າ: ປະຊາຊົນຜູ້ທຸກຍາກແມ່ນມີ ຄວາມຫຍຸ້ງຍາກຫຼາຍທີ່ຈະຊະ ນະຄະດີ, ສະເໜີໃຫ້ພາກສ່ວນ ກ່ຽວຂ້ອງເລັ່ງປັບປຸງແກ້ໄຂ ເພື່ອ ເຮັດໃຫ້ລະບຽບການ ແລະ ກົດ ໝາຍ ເປັນຮູບປະທໍາຍິ່ງຂຶ້ນ, ພ້ອມ ນີ້ ຍັງສະເໜີໃຫ້ແກ້ໄຂຄະດີຂັງ ເກີນກຳນົດ, ເຫດຜົນຂອງການ ເກີນກຳນົດຍ້ອນຫຍັງ ແລະ ຄວນແກ້ໄຂແນວໃດ, ພາກສ່ວນ ກ່ຽວຂ້ອງມີການຕິດຕາມກວດ ກາຄືນຫຼືບໍ່ ໂດຍສະເພາະຄະດີ ຢາເສບຕິດເຫັນວ່າຫຍັງຄ້າງຄາ ຈຳນວນຫຼາຍ. ທ່ານ ນາງ ຄຳຟອງ ພູມວົງ ໄຊ ສສຊ ເຂດເລືອກຕັ້ງທີ 1 ນະ ຄອນຫຼວງວຽງຈັນ ໄດ້ປະກອບ ຄຳເຫັນສະເໜີໃຫ້ພາກສ່ວນທີ່ ກ່ຽວຂ້ອງກວດກາເບິ່ງຄືນກ່ຽວກັບບາງເນື້ອໃນທີ່ກ່ຽວຂ້ອງກັບໝາຍຮຽກຂອງອົງການໄອຍະ ການ ຢາກໃຫ້ມີລັກສະນະສ້າງສັນ ແລະ ປັບປຸງບາງຄຳສັບຕື່ມອີກ ເພາະໄລຍະຜ່ານມາຍັງເຫັນວ່າ ພາກສ່ວນກ່ຽວຂ້ອງຍັງເຮັດບໍ່ ທັນໄດ້ດີເທົ່າທີ່ຄວນລວມເຖິງ ວຽກງານສຳຄັນຈຳນວນໜຶ່ງ. ທ່ານ ທອງດີ ຈັນທະວົງ ສສຊ ເຂດເລືອກຕັ້ງທີ 14 ແຂວງ ສາລະວັນ ໄດ້ກ່າວວ່າ: ການນໍາ ເອົາຂອງກາງຄະດີ ເຊັ່ນ: ວັດຖຸ ອຸປະກອນ, ຊັບສິນຕ່າງໆ ນຳໄປ ໃຊ້ໂດຍບໍ່ຖືກຕ້ອງຄວນຊີ້ແຈ້ງ ວ່າພາກສ່ວນໃດອະນຸຍາດ ແລະ ມີພາກສ່ວນໃດເອົາໄປນຳໃຊ້, ພ້ອມທັງສະເໜີໃຫ້ລັດຖະບານ ຄວນມີມາດຕະການລົງໂທດຕໍ່ຜູ້ມີການລະເມີດກົດໝາຍ. ພ້ອມ ນີ້ຍັງສະເໜີໃຫ້ແກ້ໄຂໂຄງລ່າງ ພື້ນຖານໃນສະຖານທີ່ຄຸມຂັງ ເນື່ອງຈາກວ່າປັດຈຸບັນມີຄວາມ ແອອັດຫຼາຍ. ອີກບັນຫາໜຶ່ງຄວນ ຮີບຮ້ອນແກ້ໄຂ ແລະ ມີມາດຕະ ການຕໍ່ກັບການປະຕິບັດຄໍາຕັດສິນ ຂອງສານທີ່ໄດ້ຕັດສິນໄປແລ້ວ ແຕ່ບໍ່ນຳໄປຈັດຕັ້ງປະຕິບັດ, ຕໍ່ກັບ ທິດທາງແຜນການຂອງສອງອົງ ການຍັງບໍ່ທັນເອົາບັນຫາທີ່ຍັງ ຄົງຄ້າງ ຫຼື ປະຕິບັດບໍ່ໄດ້ໄປແກ້ໄຂ ໂດຍສະເພາະການກັກຂັງເກີນ ກຳນົດ, ການເອົາຂອງກາງໄປ ນຳໃຊ້, ນອກນີ້ ຍັງສະເໜີໃຫ້ສານ ປະຊາຊົນສູງສຸດ ປັບປຸງການ ຈັດຕັ້ງໃຫ້ມີຄວາມເຂັມແຂງຍັງ ບໍ່ທັນໄດ້ເນັ້ນຢູ່ໃນຂັ້ນຮາກຖານ ໂດຍສະເພາະ ໜ່ວຍງານໄກ່ເກ່ຍ ເນື່ອງຈາກວ່າຖ້າມີການໄກ່ເກ່ຍ ທີ່ດີ, ແກ້ໄຂຄະດີກໍຈະກາຍເປັນ ບ້ານທີ່ປອດຄະດີ ແລະ ບ້ານທີ່ ປະຕິບັດກົດໝາຍໄດ້ດີ ແລະ ທ່ານ ສາຍສະໜອນ ອິນອິເສນ ສສຊ ເຂດເລືອກຕັ້ງທີ 14 ແຂວງສາລະ ວັນ ໄດ້ປະກອບຄຳເຫັນໂດຍສະ ເພາະກ່ຽວກັບຈັນຍາບັນ, ຈັນຍາ ທຳຂອງພະນັກງານ ແລະ ກົນໄກ ການປະສານງານ ຫຼື ກົນໄກການ ແລກປ່ຽນແບບແຜນວິທີເຮັດ ວຽກຍັງບໍ່ທັນສອດຄ່ອງ ເພາະຍັງ ປະກົດມີຫາງສຽງ. ເຖິງວ່າມີ ການແກ້ໄຂເລື່ອງ ຫຼື ຄວາມຮັບຜິດ ຊອບໄດ້ດີກໍຕາມ ແຕ່ຍັງມີພະນັກ ງານຈຳນວນໜຶ່ງເຫັນວ່າ ເຮັດ ວຽກຍັງບໍ່ມີຄວາມໂປ່ງໃສ ໂດຍ ສະເພາະກ່ຽວກັບການເກັບກຳ ຂໍ້ມູນ ຫຼື ການວິເຄາະວິໄຈບັນຫາ. ຕໍ່ບັນຫາດັ່ງກ່າວ ຈຶ່ງເຮັດໃຫ້ມີ ການອຸທອນ ໂດຍສະເພາະຢູ່ສານ ຂັ້ນຕົ້ນອັນນີ້ກໍແມ່ນຈຸດໜຶ່ງ, ສະ ນັ້ນຈຶ່ງຢາກໃຫ້ມີຈຸດສຸມລົງເລິກ ໃສ່ບັນຫາດັ່ງກ່າວຢ່າງຈິງຈັງ. ໃນກອງປະຊຸມ ທ່ານ ຄຳສານ ສຸວົງ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ກໍໄດ້ໃຫ້ຄວາມ ກະຈ່າງແຈ້ງຕໍ່ຄໍາຊັກຖາມຂອງ ສສຊ ໃນຫຼາຍບັນຫາ ເປັນຕົ້ນບັນຫາການກັກຂັງເກີນກຳນົດ, ການປະຕິບັດຄຳຕັດສິນຂອງ ສານ, ການຕິດຕາມກວດກາຂອງ ອົງການສືບສວນ-ສອບສວນ ແລະ ອື່ນໆ, ໂດຍສະເພາະບັນຫາ ການປິ່ນປົວຜູ້ຍິງຖືພາໃນຄ້າຍຄຸມຂັງ ທີ່ ສສຊ ຍົກຂຶ້ນມາຊັກຖາມ ໂດຍທ່ານໄດ້ຊີ້ແຈງວ່າ: ຕໍ່ກັບ ບັນຫາດັ່ງກ່າວໄດ້ແບ່ງອອກເປັນ 2 ກໍລະນີຄື: ກໍລະນີເຈັບປ່ວຍ ກະທັນຫັນ ແລະ ປົກກະຕິ, ສໍາ ລັບປ່ວຍກະທັນຫັນແມ່ນໜ້າທີ່ ຂອງເຈົ້າໜ້າທີ່ຄ້າຍຄຸມຂັງ ຖ້າ ຫາກວ່າບໍ່ສາມາດປິ່ນປົວໄດ້ ແມ່ນໃຫ້ສົ່ງໄປໂຮງໝໍຂອງລັດ ໂດຍກົງ ຫຼື ສົ່ງໄປສະຖານທີ່ສະ ເພາະ, ມາຮອດເດືອນກັນຍາ 2019 ມີແມ່ຍິງຖືພາຢູ່ຄ້າຍຄຸມ ຂັງອອກໄປປິ່ນປົວ 211 ຄົນ. ກອງປະຊຸມ ຍັງໄດ້ຂຶ້ນຜ່ານຮ່າງມະຕິຂອງກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການໄອຍາການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2019 ແລະ ແຜນການ ເຄື່ອນໄຫວວຽກງານປະຈໍາປີ 2020. ຈາກນັ້ນບັນດາ ສສຊ ໄດ້ ປະກອບຄໍາເຫັນໃສ່ບົດລາຍ ງານດັ່ງກ່າວຢ່າງກົງໄປກົງມາ ແລະ ໄດ້ເຫັນດີຕົກລົງຮັບຮອງເອົາຮ່າງມະຕິກອງປະຊຸມແຫ່ງ ຊາດ ວ່າດ້ວຍການຮັບຮອງເອົາ ບົດລາຍງານຂອງອົງການໄອຍະ ການປະຊາຊົນສູງສຸດ ແລະ ສານ ປະຊາຊົນສູງສຸດກ່ຽວກັບການ ຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານ ປະຈໍາປີ 2019 ແລະ ແຜນການເຄື່ອນໄຫວວຽກ ງານປະຈໍາປີ 2020 ດ້ວຍຄະ ແນນສຽງສ່ວນຫຼາຍ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ