ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 16 ພະຈິກ 2026

  

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສ ຣັດເຊຍ
ເວລາອອກຂ່າວ: 2026-11-05 16:14:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 525 | ຄວາມນິຍົມ:



ວັນທີ 5 ພະຈິກ 2026 ນີ້, ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam Minnikhanov), ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສ ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນວັນທີ 4-5 ພະຈິກ 2026. ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງ ທ່ານ ຣຸດສຕໍາ ມິນນິຄານົບ ພ້ອມດ້ວຍຄະນະ ໃນຄັ້ງນີ້ ແລະ ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ເປັນການເລີ່ມຕົ້ນ ແລະ ຈະປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ກໍຄືການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ຕາຕາຣສະຖານ ໃນໄລຍະໃໝ່ ໃຫ້ຈະເລີນງອກງາມຍິ່ງໆ ຂຶ້ນ. ພ້ອມດຽວກັນນີ້, ນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດອັນຈົບງາມ ໃນການເປັນເຈົ້າພາບຈັດກອງປະຊຸມສາກົນທີ່ສຳຄັນ ເປັນຕົ້ນ ກອງປະຊຸມສຸດຍອດ BRICS ໃນປີ 2024 ກໍຄືກອງປະຊຸມສຸດຍອດ ສະເຫຼີມສະຫຼອງການພົວພັນ ອາຊຽນ-ຣັດເຊຍ ຄົບຮອບ 35 ປີ ໃນເດືອນມິຖຸນາ 2026 ທີ່ ກາຊານ ເຊິ່ງງການນໍາຂັ້ນສູງ ຂອງ ສປປ ລາວ ກໍໄດ້ເຂົ້າຮ່ວມ. ໃນຂະນະດຽວກັນ, ທ່ານ ຣຸດສຕໍາ ມິນນິຄານົບ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງລັດຖະບານ ແຫ່ງ ສປປ ລາວ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ພ້ອມທັງ, ສະແດງຄວາມໝາຍໝັ້ນທີ່ຈະສືບຕໍ່ຊຸກຍູ້ສົ່ງເສີມ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ກໍຄືການພົວພັນຮ່ວມມື ລະຫວ່າງ ສາທາລະນະລັດ ຕາຕາຣສະຖານ ສ ຣັດເຊຍ ແລະ ສປປ ລາວ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆ ຂຶ້ນໃນຕໍ່ໜ້າ. ພ້ອມດຽວກັນນັ້ນ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ແລະ ສະແດງຄວາມປິຕິຍິນດີ ທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອ ກໍຄືການເປັນຄູ່ຮ່ວມມືຍຸດທະສາດໃນພາກພື້ນອິນໂດປາຊີຟິກ ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ຕະຫຼອດໄລຍະຜ່ານມາ ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ບົນພື້ນຖານແຫ່ງຄວາມເຂົ້າໃຈ ແລະ ໄວ້ເນື້ອເຊື່ອໃຈ ໃນລະດັບສູງ. ໃນໂອກາດນີ້, ນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຄະນະຜູ້ແທນຝ່າຍຕາຕາຣສະຖານ ຊາບ ກ່ຽວກັບນະໂຍບາຍ ບູລິມະສິດຕໍ່ຜູ້ລົງທຶນ ໃນເຂດເສດຖະກິດພິເສດ ແລະ ນິຄົມອຸດສາຫະກໍາຕ່າງໆ ຢູ່ ສປປ ລາວ ພ້ອມທັງ ໄດ້ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ເຊື້ອເຊີນບັນດາວິສາຫະກິດ ຂອງສາທາລະນະລັດ ຕາຕາຣສະຖານ ເຂົ້າມາສຶກສາຄວາມເປັນໄປໄດ້ ໃນການລົງທຶນ ຢູ່ ສປປ ລາວ ໃນຂົງເຂດຕ່າງໆ ທີ່ທັງສອງຝ່າຍມີທ່າແຮງ ແລະ ສົນໃຈຮ່ວມກັນ. ນອກຈາກນັ້ນ, ຍັງໄດ້ສະເໜີໃຫ້ສອງຝ່າຍຊຸກຍູ້ສົ່ງເສີມການຮ່ວມມືດ້ານການທ່ອງທ່ຽວ ແລະ ການໄປມາຫາສູ່ ລະຫວ່າງ ປະຊາຊົນ ເຊິ່ງຈະປູພື້ນຖານໃຫ້ແກ່ການຮ່ວມມືໃນຂົງເຂດອື່ນໆ ໃນຕໍ່ໜ້າ. ພ້ອມທັງ, ອວຍພອນໃຫ້ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງທ່ານ ຣຸດສຕໍາ ມິນນິຄານົບ ແລະ ຄະນະ ໃນຄັ້ງນີ້ ປະສົບຜົນສຳເລັດຢ່າງຈົບງາມ. ໃນວັນດຽວກັນ, ທ່ານ ຣຸດສຕໍາ ມິນນິຄານົບ ພ້ອມດ້ວຍຄະນະ ຍັງໄດ້ເຄື່ອນໄຫວຢ້ຽມຢາມສະຖານທີ່ສໍາຄັນຕ່າງໆ ເປັນຕົ້ນ ບໍລິສັດ ທ່າບົກ-ທ່ານາແລ້ງ ຈໍາກັດຜູ້ດຽວ, ເຂດເສດຖະກິດພິເສດກວມລວມ ໄຊເສດຖາ ແລະ ພິພິທະພັນສິລະປະລາວ ຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ