ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະ ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ສ ຣັດເຊຍ
ເວລາອອກຂ່າວ: 2026-11-05 16:10:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 562 | ຄວາມນິຍົມ: ![]()
ວັນທີ 5 ພະຈິກ 2026 ນີ້, ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ທ່ານ ຣຸດສຕໍາ ມິນນິຄານົບ (Rustam Minnikhanov) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ສ ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ໂອກາດດັ່ງກ່າວ, ທ່ານ ສັນຕິພາບ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ຣຸດສຕໍາ ມິນນິຄານົບ ພ້ອມດ້ວຍຄະນະ ໃນຄັ້ງນີ້ ພ້ອມທັງ, ສະແດງຄວາມຊົມເຊີຍ ສະຫະພັນ ຣັດເຊຍ ກໍຄື ສາທາລະນະລັດ ຕາຕາຣສະຖານ ຕໍ່ຜົນສຳເລັດອັນຈົບງາມ ໃນການເປັນເຈົ້າພາບຈັດກອງປະຊຸມສາກົນທີ່ສຳຄັນ ເປັນຕົ້ນ ກອງປະຊຸມສຸດຍອດ BRICS ໃນປີ 2024 ກໍຄືກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນ ອາຊຽນ-ຣັດເຊຍ ຄົບຮອບ 35 ປີ ໃນເດືອນມິຖຸນາ 2026. ພ້ອມດຽວກັນນີ້, ຍັງໄດ້ສະແດງຄວາມຂອບໃຈ ຕໍ່ການຮັບຕ້ອນ ແລະ ອຳນວຍຄວາມສະດວກ ໃຫ້ແກ່ຄະນະຜູ້ແທນ ສປປ ລາວ ຫຼາຍຄະນະ ທີ່ເດີນທາງໄປເຄື່ອນໄຫວເຮັດວຽກ ຢູ່ ກາຊານ ໃນໄລຍະຜ່ານມາ.
ໃນຂະນະດຽວກັນ, ທ່ານ ຣຸດສຕໍາ ມິນນິຄານົບ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ໃນຄັ້ງນີ້ ແລະ ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ຈຸດປະສົງໃນການເດີນທາງມາເຮັດວຽກ ຢູ່ ສປປ ລາວ ແລະ ແຜນການຮ່ວມມືສອງຝ່າຍ ໃນຕໍ່ໜ້າ. ພ້ອມດຽວກັນນີ້, ໄດ້ສະແດງຄວາມຍິນດີທີ່ຈະສືບຕໍ່ເພີ່ມທະວີການປະສານງານຮ່ວມກັນ ເພື່ອຊຸກຍູ້ສົ່ງເສີມການພົວພັນຮ່ວມມືໃນຕໍ່ໜ້າ ແລະ ເຊື່ອໝັ້ນວ່າ ການປຶກສາຫາລືໃນຄັ້ງນີ້ ຈະເປັນການປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ກໍຄືການພົວພັນຮ່ວມມື ລະຫວ່າງ ສາທາລະນະລັດ ຕາຕາຣສະຖານ ແລະ ສປປ ລາວ ໃນໄລຍະໃໝ່ ໂດຍສະເພາະແມ່ນ ການຮ່ວມມືດ້ານເສດຖະກິດ-ການຄ້າ ສອງຝ່າຍ ໃຫ້ກ້າວເຂົ້າສູ່ລວງເລິກ ໃນຕໍ່ໜ້າ.
ພ້ອມນັ້ນ, ໃນໂອກາດພົບປະກັນຄັ້ງນີ້ ສອງຝ່າຍ ໄດ້ສະແດງຄວາມປິຕິຍິນດີ ຕໍ່ໝາກຜົນ ຂອງສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອ ກໍຄືການເປັນຄູ່ຮ່ວມມືຍຸດທະສາດໃນພາກພື້ນອິນໂດປາຊີຟິກ ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ທີ່ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ບົນພື້ນຖານແຫ່ງຄວາມເຂົ້າໃຈ ແລະ ໄວ້ເນື້ອເຊື່ອໃຈໃນລະດັບສູງ ເຊິ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມ ຂອງການນໍາຂັ້ນສູງ ແລະ ລະດັບອື່ນໆ ຢ່າງເປັນປົກກະຕິ. ນອກຈາກນີ້, ສອງຝ່າຍ ໄດ້ຊຸກຍູ້ໃຫ້ມີການສືບຕໍ່ຮ່ວມມືກັນເພີ່ມຂື້ນໃນອະນາຄົດ ໂດຍສະເພາະ ໃນຂະແໜງການທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນ ການຮ່ວມມືດ້ານການຄ້າ-ການລົງທຶນ, ພະລັງງານ, ການເຊື່ອມໂຍງ-ເຊື່ອມຈອດ, ການທ່ອງທ່ຽວ, ວັດທະນະທໍາ, ການສຶກສາ, ສາທາລະນະສຸກ, ວຽກງານຊາວໜຸ່ມ, ແຮງງານ ແລະ ສະຫວັດດີການສັງຄົມ ແລະ ດ້ານອື່ນໆ.
ການພົບປະກັນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດໄມຕີຈິດມິດຕະພາບ, ກົງໄປກົງມາ ແລະ ເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ ແຕ່ຕົ້ນຕະຫຼອດປາຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















