ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 16 ພະຈິກ 2026

  

ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ຢ້ຽມຢາມວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ
ເວລາອອກຂ່າວ: 2026-11-05 15:44:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 403 | ຄວາມນິຍົມ:



ວັນທີ 5 ພະຈິກ 2026 ນີ້, ທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ກອງທັບ ສສ ມຽນມາ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ໂດຍການຕ້ອນຮັບ ຂອງທ່ານ ພົນຕີ ພັນແສງ ບຸນພັນ ຫົວໜ້າການທະຫານ ພ້ອມດ້ວຍຄະນະພັກ-ຄະນະອໍານວຍການ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເຂົ້າຮ່ວມ. ໂອກາດນີ້, ທ່ານ ພົນຕີ ພັນແສງ ບຸນພັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງຜູ້ບັນຊາການທະຫານສູງສຸດ ແຫ່ງ ກອງທັບ ສສ ມຽນມາ ພ້ອມດ້ວຍຄະນະ. ພ້ອມນີ້, ຍັງໄດ້ລາຍງານສະພາບການເຕີບໃຫຍ່ຂະຫຍາຍຕົວ, ທີ່ຕັ້ງພາລະບົດບາດ, ການປະຕິບັດໜ້າທີ່ວິຊາສະເພາະໃນໄລຍະຜ່ານມາ, ຜົນສໍາເລັດ ແລະ ທິດທາງແຜນການໃນຕໍ່ໜ້າ. ການມາຢ້ຽມຢາມ ຂອງທ່ານ ພົນເອກ ແຢ ວິນ ອູ ພ້ອມດ້ວຍຄະນະໃນຄັ້ງນີ້ ເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີຮັດແໜ້ນສາຍພົວພັນຮ່ວມມືວຽກງານຕ່າງໆ ລະຫວ່າງ ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ມຽນມາ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຍິ່ງໆ ຂຶ້ນ. ໂອກາດດັ່ງກ່າວ, ທ່ານ ພົນເອກ ແຢ ວິນ ອູ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ພົນຕີ ພັນແສງ ບຸນພັນ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງ, ແຈ້ງຈຸດປະສົງການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ຮັບຊາບ ຕື່ມອີກ. ຈາກນັ້ນ, ຍັງໄດ້ຢ້ຽມຊົມຫໍມູນເຊື້ອວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ອີກດ້ວຍ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ