ກອງພັນໃຫຍ່ 642 ເປີດຊຸດເຝິກອົບຮົມກວດສອບເລຂາ, ຮອງເລຂາໜ່ວຍພັກ ຄັ້ງທີ III
ເວລາອອກຂ່າວ: 2026-11-05 14:51:29 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 284 | ຄວາມນິຍົມ: ![]()
ວັນທີ 4 ພະຈິກ 2026 ນີ້, ກອງພັນໃຫຍ່ 642 ໄດ້ເປີດຊຸດເຝິກອົບຮົມກວດສອບເລຂາ, ຮອງເລຂາໜ່ວຍພັກ ຄັ້ງທີ III ໂດຍການເປັນປະທານ ຂອງສະຫາຍ ພັນໂທ ຄຳປິ່ງ ຄູນສົມເຮືອງ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 642, ມີ ສະຫາຍ ພັນເອກ ສາກົນໄຊ ກົມມະເມືອງ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່, ມີຄະນະພັກຮາກຖານ ແລະ ຄະນະໜ່ວຍພັກ ເຂົ້າຮ່ວມ.
ສະຫາຍ ພັນເອກ ສາກົນໄຊ ກົມມະເມືອງ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເປີດຊຸດເຝິກອົບຮົມກວດສອບເລຂາ, ຮອງເລຂາໜ່ວຍພັກ ຄັ້ງທີ III ຢູ່ກອງພັນໃຫຍ່ 642. ຈາກນັ້ນ, ສະຫາຍ ພັນໂທ ສໍສິນໄຊ ຈັນທະແສງ ຫົວໜ້າພະແນກການເມືອງ ໄດ້ຜ່ານແຜນການເຝິກອົບຮົມກວດສອບເລຂາ, ຮອງເລຂາໜ່ວຍພັກ ຢູ່ກອງພັນໃຫຍ່ 642, ມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລວມ ແລະ ອະນຸກຳມະການ ຮັບຜິດຊອບຊຸດເຝິກອົບຮົມກວດສອບເລຂາ, ຮອງເລຂາໜ່ວຍພັກ ແລະ ມະຕິຕົກລົງ ວ່າດ້ວຍການແບ່ງຈຸກວດສອບເລຂາ, ຮອງເລຂາໜ່ວຍພັກ ຄັ້ງທີ III ຢູ່ຄະນະພັກກອງພັນໃຫຍ່ 642.
ໂອກາດນີ້, ສະຫາຍປະທານ ໄດ້ເນັ້ນໜັກໃຫ້ບັນດາອະນຸກຳມະການຮັບຜິດຊອບວຽກງານດັ່ງກ່າວ ເອົາໃຈໃສ່ຍົກສູງຕໍ່ໜ້າທີ່ບົດບາດຂອງຕົນ, ບັນດານັກເຝິກອົບຮົມ ເອົາໃຈໃສ່ຄົ້ນຄ້ວາເກັບກຳຂໍ້ມູນ, ຖອດຖອນບົດຮຽນຈາກຄູ-ອາຈານ, ຍາດແຍ່ງເອົາຄວາມຮູ້ ຄວາມສາມາດ ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນ ໃຫ້ໄດ້ຮັບຜົນຍິ່ງໆຂຶ້ນ.
ໂດຍ: ແສນສຸລິຍະ ແທງພຸດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















