ກອງພົນທີ 3 ໄດ້ສະຫຼຸບວຽກງານສິລະປະ-ວັນະຄະດີ
ເວລາອອກຂ່າວ: 2026-11-05 14:39:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 270 | ຄວາມນິຍົມ: ![]()
ວັນທີ 3 ພະຈິກ 2026 ນີ້, ກອງພົນທີ 3 ໄດ້ສະຫຼຸບວຽກງານສິລະປະ-ວັນະຄະດີ ຜ່ານການຫັດແອບ ແລະ ສະແດງຮັບໃຊ້ງານສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 3 ຄົບຮອບ 45 ປີ ໂດຍການເປັນປະທານ ຂອງສະຫາຍ ພັນໂທ ຈັນສອນ ໄຊຍະຄຳ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ3, ສະຫາຍພັນໂທ ບົວທອງ ແພງມະນີ ຫົວໜ້າພະແນກໂຄສະນາ-ອົບຮົມຮົມ ກອງພົນທີ 3, ມີຄະນະຮັບຜິດຊອບ ແລະ ບັນດາສິລະປະສະໝັກຫຼິ້ນ ເຂົ້າຮ່ວມ.
ສະຫາຍ ພັນຕີ ທອງວຽນ ວົງລະຄອນ ຮອງຫົວໜ້າພະແນກໂຄສະນາ-ອົບຮົມ ກອງພົນທີ 3 ໄດ້ສະຫຼຸບຕີລາຄາຄືນດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ ຕະຫຼອດໄລຍະການຫັດແອບ ແລະ ສະແດງຮັບໃຊ້ງານສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 3 ຄົບຮອບ 45 ປີ ບັນດາຄູເຝິກ ແລະ ນັກສິລະປະ ໄດ້ທຸມເທທັງກາຍ ແລະ ໃຈ ເຂົ້າໃນການປະດິດບັນດາບົດຟ້ອນ, ບົດເພງ ແລະ ເຝິກຊ້ອມແຕ່ລະລາຍການ ດ້ວຍຄວາມຮັບຜິດຊອບສູງ ແລະ ເປັນໜ້າປະທັບໃຈຈາກຜູ້ເຂົ້າຮ່ວມຊົມຢ່າງງົດງາມ ແລະ ອ່ອນຊ້ອຍ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດເຫັນແລກປ່ຽນບົດຮຽນ ເພື່ອປັບປຸງແກ້ໄຂຂໍ້ຄົງຄ້າງບາງບັນຫາໃຫ້ດີຂຶ້ນກວ່າເກົ່າ.
ໂດຍ: ສົມໝາຍ ໄຊວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















