ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ຫ້ອງພະລາທິການ ກອງບັນຊາການທະຫານແຂວງຫຼວງນ້ຳທາ ເຜີຍແຜ່, ເຊື່ອມຊຶມ ຂໍ້ກໍານົດ ວຽກງານພາລາທິການກອງທັບປະຊາຊົນລາວ
ເວລາອອກຂ່າວ: 2026-11-05 10:47:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 210 | ຄວາມນິຍົມ:



ວັນທີ 3 ພະຈິກ 2026 ນີ້, ຫ້ອງພະລາທິການ ກອງບັນຊາການທະຫານແຂວງຫຼວງນ້ຳທາ ໄດ້ ເຜີຍແຜ່, ເຊື່ອມຊຶມ ຂໍ້ກໍານົດ ວຽກງານພາລາທິການ ກອງທັບປະຊາຊົນລາວ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳເປິງ ໄຊທະວີ ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງຫຼວງນ້ຳທາ, ມີຄະນະພັກ-ຄະນະບັນຊາ ຫ້ອງ, ພະແນກການ, ກອງບັນຊາການທະຫານເມືອງ, ກອງພັນ ແລະ ກອງຮ້ອຍ ເຂົ້າຮ່ວມ. ສະຫາຍ ພັນໂທ ຫຼອງ ທອງສະໄໝ ຮອງຫົວໜ້າຫ້ອງພະລາທິການ ໄດ້ເຜີຍແຜ່ຂໍ້ກໍານົດ ວຽກງານພາລາທິການກອງທັບປະຊາຊົນລາວ ເຊິ່ງປະກອບມີ 10 ພາກ 22 ໝວດ 104 ມາດຕາ. ຈາກນັ້ນ, ຜູ້ເຂົ້າຮ່ວມ ໄດ້ມີຄໍາຄິດເຫັນແລກປ່ຽນ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ໃສ່ບາງໝວດ, ບາງມາດຕາ ຢ່າງກົງໄປກົງມາ ເພື່ອໃຫ້ຖືກຕ້ອງ, ສອດຄ່ອງກັບການຈັດຕັ້ງປະຕິບັດວຽກງານຕົວຈິງໃນຕໍ່ໜ້າ. ໂອກາດນີ້, ປະທານ ໄດ້ໂອ້ລົມ ແລະ ເນັ້ນໜັກຫຼາຍບັນຫາ ທີ່ສຳຄັນ ຕື່ມອີກ. ໂດຍ: ບຸນປະດິດ ເພັດທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ