ກອງພັນໃຫຍ່ 11 ມອບ-ໂອນ ແລະ ຍົກຍ້າຍນາຍທະຫານ ຜູ້ຮັບຜິດຊອບວຽກງານຍ້ອງຍໍ ຂະແໜງນະໂຍບາຍ ໄປຂຶ້ນກັບຂະແໜງໂຄສະນາອົບຮົມ
ເວລາອອກຂ່າວ: 2026-11-05 10:21:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 220 | ຄວາມນິຍົມ: ![]()
ວັນທີ 4 ພະຈິກ 2026 ນີ້, ພະແນກການເມືອງ ກອງພັນໃຫຍ່ 11 ໄດ້ມອບ-ໂອນ ແລະ ຍົກຍ້າຍນາຍທະຫານ ຜູ້ຮັບຜິດຊອບວຽກງານຍ້ອງຍໍ ຂະແໜງນະໂຍບາຍ ໄປຂຶ້ນກັບຂະແໜງໂຄສະນາອົບຮົມພະແນກການເມືອງ ໂດຍການເປັນປະທານ ຂອງສະຫາຍ ພັນໂທ ບຸນເກີດ ພະໄຊຍະວົງ ກໍາມະການຄະນະປະຈຳພັກ, ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 11, ມີຄະນະພັກ-ຄະນະບັນຊາ ແລະ ພາກສ່ວນທີ່ກ່ຽວຂອງເຂົ້າຮ່ວມ.
ສະຫາຍ ພັນໂທ ວຽງທອງ ທຳມະນູນ ຫົວໜ້າຂະແໜງພະນັກງານ ກອງພັນໃຫຍ່ 11 ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການມອບ-ໂອນ ແລະ ຍົກຍ້າຍນາຍທະຫານ ຜູ້ຮັບຜິດຊອບວຽກງານຍ້ອງຍໍ ຂະແໜງນະໂຍບາຍ ໄປຂຶ້ນກັບຂະແໜງໂຄສະນາອົບຮົມ ພະແນກການເມືອງ ໃນນີ້, ມອບ-ໂອນ ແລະ ຍົກຍ້າຍ ສະຫາຍ ພັນໂທ ໝອນໝັ້ນ ບຸນມີໄຊ ຊ່ວຍວຽກຂະແໜງນະໂຍບາຍ ຮັບຜິດຊອບຍ້ອງຍໍ ໄປເປັນຊ່ວຍວຽກຂະແໜງໂຄສະນາອົບຮົມ ຮັບຜິດຊອບວຽກງານຍ້ອງຍໍ.
ໂດຍ: ອິນກອງ ສຸກໄຊຍະ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















