ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ກອງປະຊຸມສ່ອງແສງ, ແລກປ່ຽນສະພາບ ວຽກງານ ປກຊ-ປກສ ທົ່ວແຂວງຈໍາປາສັກ ໄລຍະ 3 ເດືອນ ປີ 2026
ເວລາອອກຂ່າວ: 2026-11-05 10:14:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 203 | ຄວາມນິຍົມ:



ກອງປະຊຸມສ່ອງແສງ, ແລກປ່ຽນສະພາບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ທົ່ວແຂວງຈໍາປາສັກ ໄລຍະ 3 ເດືອນ ແລະ ວາງທິດທາງແຜນການ 3 ເດືອນທ້າຍປີ 2026 ໄດ້ຈັດຂຶ້ນໃນວັນທີ 3 ພະຈິກ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ປອ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງຈໍາປາສັກ, ມີສະຫາຍ ສຸພາບ ທຳມະຮັກສາ ຮອງເລຂາພັກແຂວງ, ມີຄະນະກໍາມະການ ປກຊ-ປກສ ແຂວງ ແລະ ບັນດາກົມກອງກໍາລັງ ກປຊ-ປກສ ແຂວງ ເຂົ້າຮ່ວມ. ສະຫາຍ ພັນໂທ ຄໍາພູວົງ ແກ້ວວົງກົດ ຫົວໜ້າຫ້ອງການ ຄະນະກຳມະການ ປກຊ-ປກສ ແຂວງຈໍາປາສັກ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ຂອງຄະນະກໍາມະການ ປກຊ-ປກສ ແຂວງ ໃນໄລຍະ 3 ເດືອນຜ່ານມາ ແລະ ທິດທາງແຜນການ 3 ເດືອນຕໍ່ໜ້າ, ເຊິ່ງໄດ້ຍົກໃຫ້ເຫັນວຽກງານທີ່ພົ້ນເດັ່ນຫຼາຍດ້ານ ເປັນຕົ້ນວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ໄດ້ນຳພາ-ຊີ້ນຳ ບັນດາກຳລັງ ປກຊ-ປກສ ແຕ່ລະຂັ້ນ ສືບຕໍ່ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ, ສ້າງຕະໜ່າງ ປກຊ-ປກສ ຢູ່ຂັ້ນຮາກຖານ ໃຫ້ກ້ວາງຂວາງ ຕິດພັນກັບພັດທະນາຊົນນະບົດຮອບດ້ານ ໃຫ້ໄດ້ຕາມ 4 ເນື້ອໃນ 4 ຄາດໝາຍ, 4 ໜ້າທີ່ໃຫຍ່ 26 ໂຄງການຂອງກະຊວງປ້ອງກັນປະເທດ, 4 ແຜນງານ 29 ໂຄງການ ຂອງກະຊວງປ້ອງກັນຄວາມສະຫງົບວາງອອກ ໃຫ້ປະກົດຜົນເປັນຈິງ ເພື່ອປັບປຸງລະບົບການເມືອງ ຢູ່ຂັ້ນຮາກຖານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ມີຄວາມສາມາດນໍາພາ ພັດທະນາເສດຖະກິດ-ສັງຄົມ, ແກ້ໄຂຄວາມທຸກຍາກ ໃຫ້ມີຜົນສໍາເລັດຫຼາຍຂຶ້ນລື່ນເກົ່າ ຄຽງຄູ່ກັນນັ້ນ ຕ້ອງສຸມໃສ່ການປະຕິບັດມາດຖານກ່ຽວກັບການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ໃຫ້ໄດ້ຕາມມາດຖານ, ນອກນີ້ ຄະນະກຳມະການ ປກຊ-ປກສ ແຂວງ ຍັງໄດ້ຊີ້ນຳ ໃຫ້ແຕ່ລະຫົວໜ່ວຍກົມກອງຕັ້ງໜ້າສຶກສາອົບຮົມການເມືອງ-ນຳພາແນວຄິດ ໂດຍຖືເອົາການຈັດຕັ້ງປາຖະກະຖາເລົ່າມູນເຊື້ອຜົນງານ ຂອງກອງທັບ ຄື: 3 ທາດແທ້ 6 ມູນເຊື້ອ, ໂຄສະນາສຶກສາອົບຮົມໃຫ້ພະນັກງານ-ນັກຮົບ ເຊື່ອມຊືມແນວທາງແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ລະບຽບການຕ່າງໆ ໄປຄຽງຄູ່ກັນນັ້ນ ຕ້ອງໄດ້ສຸມໃສ່ວຽກງານກໍ່ສ້າງພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ວຽກງານກຽມພ້ອມສູ້ຮົບ, ກອບກູ້ໄພພິບັດ, ວຽກງານອົບຮົມ-ຫັດແອບ, ວຽກງານພະລາທິການ-ເຕັກນິກ ແລະ ວຽກງານພົວພັນຮ່ວມມືກັບສາກົນ ເພື່ອສ້າງໃຫ້ຂອບເຂດທ້ອງຖິ່ນຮາກຖານ ກໍຄືແຂວງຈໍາປາສັກ ໃຫ້ມີຄວາມສະຫງົບປອດໄພ ແລະ ມີການພັດທະນາດີຂຶ້ນເທື່ອລະກ້າວ. ພ້ອມນັ້ນ, ໃນກອງປະຊຸມ ຜູ້ເຂົ້າຮ່ວມ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບ ເເລະ ທິດທາງເເຜນການຢ່າງກົງໄປກົງມາ ເພື່ອເຮັດໃຫ້ເນື້ອໃນມີຄວາມໝາຍຄົບຖ້ວນ ແລະ ສົມບູນ ຂື້ນຕື່ມ. ໂອກາດນີ້, ສະຫາຍ ປະທານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດຫຼາຍດ້ານທີ່ ຄະນະກຳມະການ ປກຊ-ປກສ ແຕ່ລະຂັ້ນສ້າງໄດ້ໃນໄລຍະຜ່ານມາ ພ້ອມທັງ, ໄດ້ຮຽກຮ້ອງຫຼາຍບັນຫາທີ່ສຳຄັນ ເພື່ອເປັນທິດທາງໃນການນຳໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວງຈິງ ໃນຕໍ່ໜ້າໃຫ້ໄດ້ຮັບໝາກຜົນສູງ. ຂ່າວ: ດາວົງ ບຸດຕະວົງ ພາບ: ຫ້ອງການ ປກຊ-ປກສ ແຂວງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ