ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ກະຊວງປ້ອງກັນປະເທດ ສະຫຼຸບວຽກງານປ້ອງກັນພາຍໃນທົ່ວກອງທັບ ໃນໄລຍະ 5 ປີ
ເວລາອອກຂ່າວ: 2026-11-05 10:04:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 287 | ຄວາມນິຍົມ:



ວັນທີ 5 ພະຈິກ 2026 ນີ້, ກະຊວງປ້ອງກັນປະເທດ ໄດ້ສະຫຼຸບຖອດຖອນບົດຮຽນ ວຽກງານປ້ອງກັນພາຍໃນ ທົ່ວກອງທັບ ໃນໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີຕໍ່ໜ້າ (2026-2030), ໂດຍການເປັນປະທານ ຂອງສະຫາຍ ພົນໂທ ວົງສອນ ອິນປານພິມ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ທົ່ວກຳລັງຫຼວງ-ກຳລັງທ້ອງຖິ່ນ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພົນໂທ ວົງສອນ ອິນປານພິມ ໄດ້ກ່າວເປີດກອງປະຊຸມ ເຊິ່ງມີເນື້ອໃນບາງຕອນວ່າ: ໃນໄລຍະ 5 ປີຜ່ານມາ ເຖິງວ່າສະພາບການພາຍໃນປະເທດໂດຍທົ່ວໄປແລ້ວ ຍັງມີຄວາມສະຫງົບ, ສະຖຽນລະພາບທາງດ້ານການເມືອງຍັງມີຄວາມໜັກແໜ້ນ, ການພັດທະນາເສດຖະກິດ-ສັງຄົມ ໄດ້ດໍາເນີນ ແລະ ຂະຫຍາຍຕົວດີຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ ຂອງປະຊາຊົນດີຂຶ້ນເລື້ອຍໆ. ແຕ່ຍັງມີຂໍ້ຫຍຸ້ງຍາກຈໍານວນໜຶ່ງ ທີ່ສົ່ງຜົນກະທົບຕໍ່ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ຢູ່ໃນພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນການແຜ່ລະບາດຂອງພະຍາດ ແລະ ປະເທດເຮົາ ໄດ້ປະເຊີນໜ້າກັບສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ເງິນຕາ, ຂາດແຄນນໍ້າມັນເຊື້ອໄຟ, ເງິນກີບອ່ອນຄ່າ, ອັດຕາເງິນເຟີ້ສູງ, ລາຄາສິນຄ້າ ແລະ ຄ່າຄອງຊີບເພີ່ມສູງຂຶ້ນ, ເຊິ່ງພາໃຫ້ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ບັນຫາໄພພິບັດທາງທຳມະຊາດ ນັບມື້ມີຄວາມຮຸນແຮງ, ກຸ່ມຄົນບໍ່ຫວັງດີ ຍັງບໍ່ລົດລະກົນອຸບາຍມ້າງເພທຳລາຍ, ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ແລະ ສະພາບແນວຄິດຈິດໃຈ ຂອງພະນັກງານ ແລະ ນັກຮົບ, ທັງເປັນສິ່ງທ້າທາຍທົດສອບຕໍ່ຄວາມສາມາດນໍາພາ ຂອງຄະນະພັກກະຊວງປ້ອງກັນປະເທດ ແລະ ການຈັດຕັ້ງປະຕິບັດມະຕິ, ຄໍາສັ່ງຕ່າງໆ ໃນທົ່ວກອງທັບບໍ່ໜ້ອຍ, ແຕ່ດ້ວຍການຊີ້ນໍາຢ່າງໃກ້ຊິດ ຈາກສູນກາງພັກ, ສົມທົບຄວາມເປັນເອກະພາບສູງ ຂອງຄະນະພັກກະຊວງປ້ອງກັນປະເທດ, ຄວາມພະຍາຍາມບຸກບືນ ຂອງຄະນະພັກແຕ່ລະຂັ້ນ ແລະ ການສະໜັບສະໜູນ ຈາກບັນດາຂະແໜງການອ້ອມຂ້າງສູນກາງ, ອົງການປົກຄອງທ້ອງຖິ່ນ, ປະຊາຊົນລາວບັນດາເຜົ່າ ແລະ ບັນດາກອງທັບປະເທດເພື່ອນມິດ, ໂດຍສະເພາະແມ່ນ ອົງການປ້ອງກັນພາຍໃນ ເຮັດໃຫ້ບັນດາຄາດໝາຍສູ້ຊົນທີ່ໄດ້ວາງອອກ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຄວາມຄືບໜ້າຫຼາຍດ້ານ, ສາມາດຜ່ານຜ່າ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນໄດ້ໂດຍພື້ນຖານ, ກອງທັບ ຍັງຮັກສາໄດ້ທາດແທ້ມູນເຊື້ອປະຕິວັດ, ເປັນຫຼັກແຫຼ່ງໃນການຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບ, ປົກປັກຮັກສາອຳນາດອະທິປະໄຕ ຂອງຊາດໄວ້ຢ່າງໝັ້ນຄົງ ພ້ອມນັ້ນ, ກອງທັບເຮົາ ກໍໄດ້ເອົາໃຈໃສ່ປັບປຸງວຽກງານ ປກຊ-ປກສ ທົ່ວປວງຊົນຮອບດ້ານ, ຕັ້ງໜ້າປັບປຸງກໍ່ສ້າງກໍາລັງ ໃຫ້ໜັກແໜ້ນເຂັ້ມແຂງ ແລະ ມີແບບແຜນທັນສະໄໝຂຶ້ນເທື່ອລະກ້າວ. ສະຫາຍ ພົນໂທ ວົງສອນ ອິນປານພິມ ກ່າວຕື່ມອີກວ່າ: ກອງປະຊຸມສະຫຼຸບຖອດຖອນບົດຮຽນ ວຽກງານປ້ອງກັນພາຍໃນ ທົ່ວກອງທັບ ຄັ້ງນີ້ ເພື່ອແນ່ໃສ່ກວດກາຕີລາຄາຄືນການຈັດຕັ້ງປະຕິບັດວຽກງານປ້ອງກັນພາຍໃນ ທົ່ວກອງທັບ ໃນໄລຍະ 5 ປີຜ່ານມາ (2021-2025) ແລະ ວາງທິດທາງແຜນການ 5 ປີຕໍ່ໜ້າ (2026-2030), ພ້ອມກັນນີ້ ກອງປະຊຸມ ຈະໄດ້ຮັບຟັງການປະກອບຄໍາຄິດ, ຄໍາເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຂອງອົງການ, ກົມກອງ ຈຳນວນໜຶ່ງ ຕໍ່ກັບການຈັດຕັ້ງປະຕິບັດວຽກງານປ້ອງກັນພາຍໃນ ຢູ່ແຕ່ລະຂັ້ນ ແລະ ຈະໄດ້ຮັບຊົມການເລົ່າຄືນມູນເຊື້ອ, ປະຫວັດຄວາມເປັນມາ ໃນການສ້າງຕັ້ງອົງການປ້ອງກັນພາຍໃນ ຄົບຮອບ 70 ປີ (30 ທັນວາ 1955-30 ທັນ ວາ 2025), ສະຫຼຸບການກໍ່ສ້າງກົມກອງປອດໃສ, ປອດໄພ, ປອດຄະດີ ໄລຍະ 5 ປີ, ມອບໃບຢັ້ງຢືນກອງ 3 ປອດ ແລະ ຜ່ານຂໍ້ແຂ່ງຂັນກອງ 3 ປອດ ໄລະຍະ 5 ປີ ຕໍ່ໜ້າ (2026-2030) ຕື່ມອີກ. ໂດຍ: ຈິດ ເພັດພູທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ