ພະແນກການເງິນແຂວງຄຳມ່ວນ ເຜີຍແຜ່ເອກະສານ ໃຫ້ບັນດາເປົ້າໝາຍຫົວໜ່ວຍທຸລະກິດອ້ອມຂ້າງແຂວງ
ເວລາອອກຂ່າວ: 2026-11-05 09:41:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 395 | ຄວາມນິຍົມ: ![]()
ວັນທີ 4 ພະຈິກ 2026 ນີ້, ພະແນກການເງິນແຂວງຄໍາມ່ວນ ໄດ້ເຜີຍແຜ່, ຜັນຂະຫຍາຍຄໍາແນະນໍາ ຂອງຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ, ໂດຍການເປັນປະທານ ຂອງທ່ານ ອຸໄລ ລັດຖະຈັກ ຮອງຫົວໜ້າສ່ວຍສາອາກອນ ປະຈຳແຂວງ, ມີບັນດາຂະແໜງການທີ່ກ່ຽວຂ້ອງ, ຫົວໜ່ວຍລັດວິສາຫະກິດ, ຜູ້ປະກອບການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ເອກະສານ ຄໍາແນະນໍາກ່ຽວກັບ ການຫັກ ແລະ ເກັບອາກອນມູນຄ່າເພີ່ມ ຈາກການຊື້ສິນຄ້າ ແລະ ການບໍລິການ ຢູ່ ສປປ ລາວ ທີ່ສະໜອງໂດຍ ນິຕິບຸກຄົນຕ່າງປະເທດ ທີ່ບໍ່ສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ ແລະ ວິສາຫະກິດ ທີ່ສ້າງຕັ້ງ ຢູ່ເຂດເສດຖະກິດພິເສດ ຫຼື ເຂດເສດຖະກິດສະເພາະ ເພື່ອອະທິບາຍກ່ຽວກັບການຄິດໄລ່, ຫັກ ແລະ ເກັບໄວ້ ເພື່ອມອບ, ການຫັກ-ສົ່ງຄືນ ແລະ ການແຈ້ງ-ການມອບອາກອນມູນຄ່າເພີ່ມ ຈາກການສະໜອງສິນຄ້າ ແລະ ການບໍລິການ ຢູ່ ສປປ ລາວ ໂດຍ ນິຕິບຸກຄົນຕ່າງປະເທດ ທີ່ບໍ່ສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ ແລະ ວິສາຫະກິດ ທີ່ສ້າງຕັ້ງຢູ່ເຂດເສດຖະກິດພິເສດ ຫຼື ເຂດເສດຖະກິດສະເພາະ ໃຫ້ຜູ້ຊື້ທີ່ເຮັດໜ້າທີ່ຄິດໄລ່, ຫັກ ແລະ ເກັບອາກອນມູນຄ່າເພີ່ມໄວ້ ເພື່ອມອບເຂົ້າງົບປະມານແຫ່ງລັດ ລວມທັງຂະແໜງສ່ວຍສາອາກອນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ໃຫ້ເຂົ້າໃຈ, ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ. ພ້ອມທັງ, ຮັບຟັງການເຜີຍແຜ່ເອກະສານ ຄໍາແນະນໍາກ່ຽວກັບ ການຂໍ ແລະ ການສົ່ງຄືນເງິນອາກອນມູນຄ່າເພີ່ມສົ້ນເຂົ້າ ກໍລະນີສົ່ງອອກສິນຄ້າຖືກ 0% ແລະ ຫັກບໍ່ໝົດພາຍໃນ 3 ເດືອນ ທັງນີ້, ເພື່ອອະທິບາຍ ແນະນໍາ ກ່ຽວກັບຫຼັກການ, ວິທີການ ແລະ ມາດຕະການກ່ຽວກັບການຂໍ ແລະ ການສົ່ງຄືນເງິນອາກອນມູນຄ່າເພີ່ມສົ້ນເຂົ້າ ທີ່ຕິດພັນກັບການສົ່ງອອກສິນຄ້າທີ່ຖືກອັດຕາ 0% ແລະ ທີ່ຫັກບໍ່ໝົດພາຍໃນ 3 ເດືອນ ເພື່ອໃຫ້ຜູ້ມອບອາກອນມູນຄ່າເພີ່ມ, ເຈົ້າໜ້າທີ່ສ່ວຍສາອາກອນ ແລະ ເຈົ້າໜ້າທີ່ອື່ນທີ່ກ່ຽວຂ້ອງເຂົ້າໃຈ ສາມາດຈັດຕັ້ງປະຕິບັດຢ່າງຖືກຕ້ອງຄົບຖ້ວນ ແລະ ເປັນເອກກະພາບ ໃນຂອບເຂດທົ່ວປະເທດ.
ໂດຍ: ແດງສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















