ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ປະກາດການແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ
ເວລາອອກຂ່າວ: 2026-11-05 09:21:24 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 401 | ຄວາມນິຍົມ:



ພິທີ ປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກ 2026 ນີ້, ໂດຍການເປັນປະທານ ຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ມີຄະນະພະແນກສາທາລະນະສຸກແຂວງ, ຕາງໜ້າຈາກກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ຄະນະຫ້ອງການສາທາລະນະສຸກເມືອງ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ. ໃນພິທີ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງສາທາລະນະສຸກ ວ່າດ້ວຍການຍົກຍ້າຍພະນັກງານ-ລັດຖະກອນ ໄປຮັບໜ້າທີ່ໃໝ່ຢູ່ທ້ອງຖິ່ນ ໃນນີ້, ຍົກຍ້າຍ ທ່ານ ດຣ ສາຄອນ ສຸເທບມະນີ ຮັກສາການຫົວໜ້າສູນຄວບຄຸມວັນນະໂລກ ກະຊວງສາທາລະນະສຸກ ໄປຮັບໜ້າທີ່ໃໝ່ ຢູ່ແຂວງຄໍາມ່ວນ ແລະ ຜ່ານຂໍ້ຕົກລົງ ຂອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ ວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ພ້ອມທັງ, ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງຄໍາມ່ວນ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາຄະນະພັກຮາກຖານ ພະແນກສາທາລະນະສຸກແຂວງຄໍາມ່ວນ ໃນນີ້, ແຕ່ງຕັ້ງ ທ່ານ ດຣ ສາຄອນ ສຸເທບມະນີ ເປັນຫົວໜ້າພະແນກສາທາລະນະສຸກແຂວງ, ທັງເປັນເລຂາຄະນະພັກຮາກຖານ ພະແນກສາທາລະນະສຸກແຂວງຄໍາມ່ວນ. ຈາກນັ້ນ, ຍັງໄດ້ເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ຢ່າງເປັນທາງການ ລະຫວ່າງ ທ່ານ ດຣ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ (ຜູ້ເກົ່າ) ແລະ ທ່ານ ດຣ ສາຄອນ ສຸເທບມະນີ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ (ຜູ້ໃໝ່). ໂອກາດນີ້, ຍັງໄດ້ຮັບຟັງການໂອ້ລົມ ໃຫ້ທິດຊີ້ນຳ ຈາກສະຫາຍ ປະທານ ຕື່ມອີກ. ໂດຍ: ແດງສະຫວັດ ແສນພານິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ