ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ສະເຫຼີມສະຫຼອງ 77 ປີ ແຫ່ງ​ວັນ​ມູນເຊື້ອ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ທະຫານ​ຫວຽດນາມ ຊ່ວຍ​ການ​ປະຕິວັດ​ລາວ
ເວລາອອກຂ່າວ: 2026-11-05 08:45:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 174 | ຄວາມນິຍົມ:



ຕາມ​ແຫຼ່ງ​ຂ່າວ ​ກປ.ອອນ​ໄລ ເຜີຍແຜ່​ໃນ​ອາທິດ​ຜ່ານ​ມາ, ຄະນະ​ປະສານ​ງານ​ທະຫານ​ອາ ສາ​ສະໝັກ ແລະ​ ຊ່ຽວຊານ​ທະ ຫານ​ຫວຽດນາມ ຊ່ວຍ​ລາວ ແຂວງ​ເຊີນ​ລາ ໄດ້​ຈັດ​ພິທີ​ສະເຫຼີມສະ ຫຼອງ 77 ປີ​ແຫ່ງ​ວັນ​ມູນເຊື້ອ​ທະ ຫານ​ອາສາ​ສະໝັກ ແລະ ຊ່ຽວ ຊານ​ທະຫານ​ຫວຽດນາມ ຊ່ວຍ​ການ​ປະຕິວັດ​ລາວ (30 ຕຸລາ 1949-30 ຕຸລາ 2026). ໂດຍ​ມີ​ການ​ນຳ​ແຂວງ, ເມືອງ, ຜູ້ຕາງ ໜ້າ​ສະຖານທູດ​ລາວ ປະຈຳ ຫວຽດນາມ, ນັກ​ສຶກ​ສາ​ລາວ ທີ່​ກຳລັງ​ສຶກ​ສາ​ຢູ່ ​ສສ ຫວຽດນາມ, ແຂກ​ຖືກ​ເຊີນ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ໃນ​ພິທີ, ບັນດາ​ແຂກ​ໄດ້​ຮັບ​ຟັງ​ການ​ເລົ່າ​ມູນເຊື້ອ​ອັນ​ສະຫງ່າ​ລາສີ​ຂອງ​ທະຫານ​ອາສາ​ສະ ໝັກ ແລະ ຊ່ຽວຊານ​ທະຫານ​ຫວຽດນາມ ຊ່ວຍ​ການ​ປະຕິວັດ​ລາວ ໃນ​ການ​ຕໍ່ສູ້​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ ແລະ ຈັກກະພັດ​ອາ​ເມ​ຣິ​ກາ, ທະຫານ​ອາສາ​ສະ ໝັກ ແລະ ຊ່ຽວຊານ​ທະຫານ​ຫວຽດນາມ ຮຸ່ນ​ຕ່າງໆ ໄດ້​ຄຽງ​ບ່າ​ຄຽງ​ໄຫຼ່​ພ້ອມ​ກັບ​ທະຫານ ແລະ ປະຊາຊົນ​ລາວ ຕໍ່ສູ້, ປະ ກອບສ່ວນ​ເຂົ້າ​ໃນ​ໄຊຊະນະ​ຂອງ​ການ​ປະຕິວັດ​ລາວ, ເພີ່ມ​ພູມ​ຄູນ​ ສ້າງ​ນ້ຳໃຈ​ສາມັກຄີ​ພິເສດ​ລະ ຫວ່າງ​ສອງ​ຊາດ ຈົນ​ກາຍເປັນ​ມູນເຊື້ອ​ຄຸນງາມຄວາມດີ ສືບ​ທອດ​ຈາກ​ຜູ້ນຳ​ຮຸ່ນ​ກ່ອນ ຈົນ​ເຖິງ​​ທຸກ​ວັນ​ນີ້. ຢູ່​ແຂວງ​ເຊີນ​ລາ, ຄະນະ​ປະ ສານ​ງານ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ທະຫານ​ຫວຽດ ນາມ ຊ່ວຍ​ລາວ ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ​ໃນ​ປີ 2014, ມາ​ຮອດ​ປັດຈຸບັນ​ມີ​ສະມາຊິກ 4.000 ກວ່າ​ຄົນ. ໃນ​ຊຸມ​ປີຜ່ານມາ, ຄະນະ​ປະສານ​ງານ ໄດ້​ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ການເຄື່ອນໄຫວ​ຕອບ​ບຸນ​ແທນ​ຄຸນ, ເບິ່ງແຍງ​ດູ​ແລ​ຊີວິດ​ການ​ເປັນ​ຢູ່​ຂອງ​ສະມາຊິກ​ຄະນະ​ປະສານ​ງານ, ສົມທົບ​ກັນ​ຊອກ​ຫາ, ທ້ອນໂຮມ​ອັດຖິ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ; ພ້ອມ​ທັງ​ຍູ້​ແຮງ​ການ​ທູດ​ປະຊາຊົນ, ການ​ພົບ​ປະ​ແລກປ່ຽນ ແລະ ໜູນ​ຊ່ວຍ​ນັກ​ສຶກ​ສາ​ລາວ ຢູ່​ແຂວງ​ເຊີນ​ລາ. ປີ 2026, ຄະນະ​ປະສານ​ງານ ໄດ້​ສົມທົບ​ກັນ​ສ້ອມແປງ​ເຮືອນ​ຈຳນວນ 2 ຫຼັງ ໃຫ້​ແກ່​ຄອບຄົວ​ທະຫານ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ແຂວງ​ຫົວພັນ, ດ້ວຍ​ງົບປະມານ 200 ລ້ານ​ດົ່ງ. ໃນ​ໄລຍະ​ຈະ​ມາ​ເຖິງ, ຄະນະ​ປະສານ​ງານ​ຈະ​ສືບຕໍ່​ປັບປຸງ​ການຈັດຕັ້ງ, ຍົກ​ສູງ​ຄຸນ​ນະ​ພາບ​ການເຄື່ອນໄຫວ​ຢູ່​ຮາກ​ຖານ; ເອົາໃຈໃສ່​ເບິ່ງແຍງ​ດູ​ແລ​ຊີວິດ​ການ​ເປັນ​ຢູ່​ຂອງ​ສະມາຊິກ, ຍູ້​ແຮງ​ການເຄື່ອນໄຫວ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ, ພົບ​ປະ​ແລກ ປ່ຽນ ແລະ ເຜີຍແຜ່​ສຶກ​ສາ​ອົບຮົມ​ມູນເຊື້ອ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ພິເສດ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ໝັ້ນຄົງ​ຍາວ​ນານ ລະຫວ່າງ​ສອງ​ຊາດ ຫວຽດນາມ-ລາວ ໃຫ້​ຄົນ​ຮຸ່ນ​ໜຸ່ມ​ໄດ້​ຮັບ​ຮູ້​ກວ້າງຂວາງ​ອອກ​ໄປ​ເລື້ອຍໆ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ຜູ້ຕາງໜ້າ​ສະຖານທູດ​ລາວ ປະຈຳ ຫວຽດນາມ ສະແດງ​ຄວາມ​ຮູ້​ບຸນຄຸນ​ອັນ​ເລິກເຊິ່ງ​ຕໍ່​ການ​ປະກອບສ່ວນ, ການ​ເສຍສະຫຼະ​ຂອງ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ທະຫານ ຫວຽດນາມ ໃນ​ພາລະ ກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ຂອງ​ປະ ຊາຊົນ​ລາວ; ພ້ອມ​ທັງ​ຢັ້ງຢືນ​ວ່າ ຈະ​ຕັດສິນ​ໃຈ​ສືບຕໍ່​ຮັກສາ, ເພີ່ມ​ ພູນ​ຄູນ​ສ້າງ​ການ​ພົວພັນ​ມິດຕະ ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ພິເສດ ຫວຽດນາມ-ລາວ ໃຫ້​ໝັ້ນຄົງ​ຍຶນ​ຍົງ​ຕະຫຼອດ​ໄປ. ເນື່ອງ​ໃນ​ໂອກາດ​ສະເຫຼີມ ສະຫຼອງ 77 ປີ​ແຫ່ງ​ວັນ​ມູນເຊື້ອ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ທະຫານ​ຫວຽດນາມ ຊ່ວຍ​ການ​ປະຕິວັດ​ລາວ ໃນ​ປີ 2026 ນີ້, ຄະນະ​ປະສານ​ງານ ໄດ້​ມອບ​ຂອງຂວັນ​ຈຳນວນ 50 ຊຸດ ໃຫ້​ແກ່​ນັກ​ສຶກ​ສາ​ລາວ ທີ່​ພວມ​ຮ່ຳຮຽນ​ຢູ່​ເຊີນ​ລາ, ປະກອບສ່ວນ​ໃຫ້​ກຳລັງ​ໃຈ​ພວກ​ນ້ອງ​ມີ​ຄວາມ​ມານະ​ພະຍາຍາມ​ຮ່ຳຮຽນ, ທັງ​ເປັນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ສາມັກຄີ​ມິດຕະພາບ​ແບບ​ພິເສດ​ໜຶ່ງ​ດຽວ​ໃນ​ໂລກ​ລະຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະຊາຊົນ​ສອງ​ປະເທດ ໃຫ້​ມີ​ຄວາມ​ຮັກ​ຫໍ່​ຫວນ​ແຫນ​ນ້ຳໃຈ​ສາມັກຄີ​ອັນ​ຍິ່ງ​ໃຫຍ່​ທີ່​ປະທານ​ໂຮ່​ຈິ​ມິນ ແລະ ປະ ທານ ໄກສອນ ພົມວິຫານ ເປັນຕົ້ນ​ແບບ ແລະ ຜູ້ນຳ​ທ່ານ​ອື່ນໆ ຮ່ວມ​ກັນ​ສ້າງ​ໄວ້ ໃຫ້​ຄົນ​ຮຸ່ນ​ຫຼັງ​ໄດ້​ເສີມ​ຂະຫຍາຍ​ກວ້າງຂວາງ ແລະ ເລິກເຊິ່ງ​ກວ່າ​ເກົ່າ. ຕາມ​ຂ່າວ​ຫຼ້າ​ສຸດ, ວັນ​ທີ 1 ພະຈິກ ນີ້, ຄະນະ​ຜູ້​ແທນ​ແຂວງ​ຫົວພັນ ແຫ່ງ ​ສປປ ລາວ ນຳ​ໂດຍ ​ທ່ານ ພຸດ​ພັນ ແກ້ວ​ວົງ​ໄຊ ເລຂາ​ພັກ​ແຂວງ, ປະທານ​ສະພາ​ປະ ຊາຊົນ​ແຂວງ ແລະ ຄະນະ​ຜູ້​ແທນ​ແຂວງ​ຊຽງ​ຂວາງ ນຳ​ໂດຍ​ທ່ານ ພູ​ວົງ ອຸ່ນ​ຄຳ​ແສນ ເລຂາ​ພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ ໄດ້​ໄປ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່​ແຂວງ​ເຊີນ​ລາ, ເຊິ່ງ​ຕາງໜ້າ​ການ​ນຳ​ແຂວງ ທ່ານ ລໍ່​ມິງ​ຮຸ່ງ ຮອງ​ເລຂາ​ຜູ້​ປະຈຳການ​ພັກ​ແຂວງ, ປະທານ​ສະພາ​ປະ ຊາຊົນ​ແຂວງ​ເຊິນ​ລາ ພ້ອມ​ດ້ວຍ​ ຄະນະ​ໃຫ້ການ​ຕ້ອນຮັບ. ຈຸດປະ ສົງ​ແມ່ນ​ເພື່ອ​ຢ້ຽມຢາມ, ເຮັດ​ວຽກ ແລະ ພ້ອມ​ກັນ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ໄລຍະ 2026-2029. ຕາມ​ແຜນການ​ແລ້ວ, ບັນດາ​ແຂວງ​ຈະ​ພ້ອມ​ກັນ​ຕີ​ລາຄາ​ໝາກຜົນ​ການ​ສົມທົບ​ກັນ​ໃນ​ຂົງເຂດ​ເສດຖະກິດ-ສັງຄົມ, ການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ, ການ​ສຶກ​ສາ ແລະ ບຳລຸງ​ສ້າງ​ໃນ​ໄລຍະ​ຜ່ານ​ມາ; ພ້ອມ​ທັງ​ປຶກສາ​ຫາລື, ເຫັນ​ດີ​ເປັນ​ເອກະ​ພາບ​ເນື້ອ​ໃນ​ການ​ຮ່ວມ​ມື​ໃນ​ໄລຍະ​ຕໍ່​ໄປ ລວມ​ທັງ​ວຽກ​ງານ​ຊອກ​ຄົ້ນ​ອັດ​ທິ​ອາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມ ທີ່​ເສຍສະຫຼະ​ຢູ່​ສອງ​ແຂວງ​ພາກ​ເໜືອ​ລາວ. ຂະນະ​ດຽວ​ກັນ, ໃນ​ວັນ​ທີ 2 ພະຈິກ ນີ້, ຕາມ​ຂໍ້​ມູນ​ຈາກ​ກອງ​ ຊອກ​ຫາ, ທ້ອນໂຮມ​ອັດຖິ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ກອງ​ບັນຊາ​ການ​ທະຫານ​ແຂວງ ແທງ​ຮວ໊າ ໃຫ້​ຮູ້​ວ່າ: ໄລ່​ມາ​ຮອດ​ຕົ້ນ​ ເດືອນ ພະຈິກ 2026, ພະນັກ ງານ, ນັກຮົບ​ຂອງ​ກອງ​ໄດ້​ຊອກ​ຫາ, ຂຸດ​ຄົ້ນ ແລະ ທ້ອນໂຮມ​ອັດ ຖິ​ທະຫານ​ອາສາ​ສະໝັກ ແລະ ນັກ​ຊ່ຽວຊານ​ຫວຽດນາມ ທີ່​ເສຍ ສະຫຼະ​ຊີວິດ​ຢູ່​ແຂວງ​ຫົວພັນ ແຫ່ງ ​ສປປ ລາວ ຂຸດ​ຄົ້ນ​ໄດ້​ເພີ່ມ​ອີກ 10 ອັດຖິ. ໂດຍ​ຈັດ​ຕັ້ງ​ປະຕິບັດ​ຂະ​ບວນ​ການ 500 ວັນ ແລະ​ຄືນ ເລັ່ງ​ການ​ຊອກ​ຄົ້ນ, ທ້ອນໂຮມ ແລະ​ກຳນົດ​ຊື່ ແລະ​ ນາມສະກຸນ​ອັດຖິ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ລະດູແລ້ງ 2026-2027, ກອງ​ຊອກ​ຫາ, ຂຸດ​ຄົ້ນ ແລະ​ ທ້ອນໂຮມ​ອັດຖິ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ກອງ​ບັນຊາ​ການ​ທະຫານ​ແຂວງ​ແທງ​ຮວ໊າ ໄດ້​ມອບ​ເປົ້າ​ໝາຍ​ຊອກ​ຫາ, ຂຸດ​ຄົ້ນ ແລະ​ທ້ອນໂຮມ​ອັດຖິ​ທະຫານ​ອາສາ​ສະໝັກ ແລະ ນັກ​ຊ່ຽວຊານ​ຫວຽດນາມ ຈຳນວນ 130 ອັດຖິ ທີ່​ເສຍສະຫຼະ​ຊີວິດ​ຢູ່​ລາວ. ບກ ຂ່າວຕ່າງປະເທດຮຽບຮຽງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ